
ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຊຸດທີ II
ເວລາອອກຂ່າວ: 2025-03-13 14:35:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1135 | ຄວາມນິຍົມ:
ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກ ຫ້ອງການເມືອງ, ພະນັກງານ-ສະມາຊິກພັກ, ນັກຮົບອ້ອມຂ້າງກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການເມືອງ ຄະນະຮັບຜິດຊອບເຜີຍແຜ່ເອກະສານ ກົມໃຫຍ່ການເມືອງກອງທັບ ຂຶ້ນເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່, ເຜີຍແຜ່ມະຕິ ແລະ ບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ວ່າ: ກອງປະຊຸມໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ, ຄຽງຄູ່ກັບການຕິດຕາມຢ່າງໃກ້ຊິດຂອງບັນດາພະນັກງານ-ສະມາຊິກພັກ-ນັກຮົບໃນທົ່ວກົມໃຫຍ່ການເມືອງກອງທັບ, ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຕົກລົງຫຼາຍບັນຫາສໍາຄັນ ແລະ ໄດ້ຮັບຮອງເອົາບົດສຳຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ໂດຍໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ກົມໃຫຍ່ການເມືອງກອງທັບ ໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງ, ສາມາດເຮັດຫຼ້ອນໜ້າທີ່ ທີ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ແລະ ປະຊາຊົນມອບໝາຍໃຫ້. ພ້ອມນັ້ນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຈຳນວນ 15 ສະຫາຍ, ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 15 ສະຫາຍ, ສໍາຮອງ 3 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ແລະ ກອງປະຊຸມຄົບຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຄັ້ງປະຖົມມະລຶກໄດ້ເອກະສັນເລືອກຕັ້ງເອົາຄະນະປະຈຳພັກ 5 ສະຫາຍ ເພື່ອເປັນແກ່ນສານຊີ້ນໍາ-ນໍາພາກົມໃຫຍ່ການເມືອງກອງທັບ ໃຫ້ມີຜົນສໍາເລັດໃໝ່ ແລະ ສ້າງບາດກ້າວບຸກທະລຸໃນການປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ.
ກອງປະຊຸມຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໃນທົ່ວອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພະນັກງານ-ສະມາຊິກພັກ, ນັກຮົບ ຕ້ອງເຊີດຊູນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ແລະ ສາມັກຄີກັບປະຊາຊົນບັນດາເຜົ່າເປັນປຶກແຜນແໜ້ນໜາ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ກໍຄືຂອງກົມໃຫຍ່ການເມືອງກອງທັບຢ່າງຕັ້ງໜ້າ.
ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ກໍຄືການຊີ້ນໍາ-ນໍາພາ ຂອງຄະນະພັກກົມໃຫຍ່ການເມືອງກອງທັບ ໃນການປັບປຸງກໍ່ສ້າງກົມກອງ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ພ້ອມທັງ ເນັ້ນໜັກໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ກໍາໄດ້ເນື້ອໃນຈິດໃຈຂອງເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ໃຫ້ຄົບຖ້ວນ ແລະ ເລິກເຊິ່ງ ທັງຍົກສູງຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດຢ່າງຕໍ່ເນື່ອງ, ປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ບັນດາມະຕິຄໍາສັ່ງ, ນິຕິກໍາຕ່າງໆ ຢ່າງເຂັ້ມງວດ ແລະ ພ້ອມກັນຕັ້ງໜ້າສຶກສາ, ຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລນິນ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ປັບປຸງກໍ່ສ້າງພັກໃຫ້ມີຄວາມເຂັ້ມແຂງຮອບດ້ານ ແລະ ພ້ອມກັນນໍາເອົາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ນໍາໄປຈັດຕັ້ງເຜີຍແຜ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ