ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ມອບເຄື່ອງກິລາໃຫ້ຫໍສະໝຸດກອງທັບ
ເວລາອອກຂ່າວ: 2025-03-13 14:30:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1283 | ຄວາມນິຍົມ:



ວັນທີ 13 ມີນາ 2025 ນີ້, ບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ໄດ້ມອບເຄື່ອງກິລາໃຫ້ຫໍສະໝຸດກອງທັບ ຈຳນວນ 39 ຊຸດ ແລະ ເປຕັງ 4 ຊຸດ ລວມມູນຄ່າ 10.900.000 ກີບ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ຈະມາເຖີງນີ້. ກ່າວມອບໂດຍ ທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ນາງ ຄູນທອງ ທຳມະວົງ ຮອງອຳນວຍການ ຫໍສະໝຸດກອງທັບ. ໂອກາດດຽວກັນນີ້, ສະຫາຍ ພັນໂທ ນາງ ຄູນທອງ ທຳມະວົງ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບກຽດຕິຄຸນ ພ້ອມດ້ວຍກະຕ່າຂອງຂວັນໃຫ້ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາອຸປະກອນກິລາມາມອບໃຫ້ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນວັນສະເຫຼີມສະຫຼອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ