ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ກອງພັນໃຫຍ່ 661 ປາຖະກະຖາວັນສ້າງຕັ້ງພັກ ແລະ ວັນແມ່ຍິງສາກົນ
ເວລາອອກຂ່າວ: 2025-03-13 14:27:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1348 | ຄວາມນິຍົມ:



ວັນທີ 13 ມີນາ 2025 ນີ້, ກອງພັນໃຫຍ່ 661 ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ (22/3/1955-22/3/2025) ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8/3/1910-8/3/2025), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ລີວັນ ພົມມະໄຊ ຫົວໜ້າຂະແໜງ ສະຫະພັນແມ່ຍິງ ກອງພັນໃຫຍ່ 661 ໄດ້ເລົ່າຄືນມູນເຊື້ອປະຫວັດການກຳເນີດຂອງວັນແມ່ຍິງສາກົນ ເຊິ່ງໄດ້ຍົກໃຫ້ເຫັນຂະບວນການຕໍ່ສູ້ຂອງແມ່ຍິງ ໃນທົ່ວໂລກ ທີ່ທວງເອົາສິດສະເໝີພາບ ລະຫວ່າງຍິງ-ຊາຍ, ທວງເອົາຄ່າ ແຮງງານ ແລະ ໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ ພ້ອມທັງ ທວງເອົານະໂຍບາຍຕໍ່ແມ່ຍິງ ໃນເວລາເຈັບປ່ວຍ, ຖືພາ, ເກີດລູກ ແລະ ອື່ນໆ. ຈາກນັ້ນ, ສະຫາຍ ພັນເອກ ຄຳປານ ແພງພັນ ກໍໄດ້ຍົກໃຫ້ເຫັນ ຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນ ປະຕິວັດລາວ, 70 ປີ ແຫ່ງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ການເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ກໍຄືນັບແຕ່ມື້ສ້າງຕັ້ງພັກ ໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການຊີ້ນໍາ-ນໍາພາ ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ມີໄຫວພິບ ຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄືປັດຈຸບັນ ສາມາດນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ພາຍຫຼັງປົດປ່ອຍຊາດ ພັກເຮົາກໍໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງ ບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ. ໃນພິທີ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍຜົນງານໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຢູ່ກອງພັນໃຫຍ່ 661 ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຈໍານວນໜຶ່ງ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ