ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ໂຮງຮຽນເຫຼົ່າຮົບຊ່າງແສງ 506 ປິດຊຸດຮຽນນັກຮຽນບໍາລຸງ ຊຸດທີ 7
ເວລາອອກຂ່າວ: 2025-03-13 14:15:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1443 | ຄວາມນິຍົມ:



ໃນວັນທີ 13 ມີນາ 2025 ນີ້, ໂຮງຮຽນເຫຼົ່າຮົບຊ່າງແສງ 506 ໄດ້ຈັດພິທີປິດການຮຽນຂອງນັກຮຽນບໍາລຸງ ຊຸດທີ 7 ປະຈໍາສົກຮຽນ 2024-2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ມອນໄທ ສະລິດໄຊ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ພະນັກງານ, ຄູ-ອາຈານ, ນັກຮຽນ ແລະ ແຂກຖືກເຊີ່ນເຂົ້າຮ່ວມ. ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າພະແນກອົບຮົມ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປິດຊຸດຮຽນໃຫ້ແກ່ນັກຮຽນບໍາລຸງ ຊຸດທີ 7 ປະຈໍາສົກຮຽນ 2024-2025. ຈາກນັ້ນ, ສະຫາຍ ພັນໂທ ພົມມະນີ ລາດສະບຸດ ຮອງອໍານວຍການໂຮງຮຽນເຫຼົ່າຮົບຊ່າງແສງ 506 ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ເຝີກຝົນຫຼໍ່ຫຼອມໃຫ້ແກ່ນັກຮຽນບໍາລຸງ ການທະຫານຂັ້ນພື້ນຖານ ແລະ ພື້ນຖານວິຊາສະເພາະເຫຼົ່າຮົບຊ່າງແສງ ຊັ້ນຕົ້ນ ລະບົບ 6 ເດືອນ ຊຸດທີ 7 ປະຈໍາສົກຮຽນ 2024-2025, ອີງຕາມ ລະບົບໂຄງການຫຼັກສູດການຮຽນ-ການສອນ ໄດ້ສໍາເລັດຕາມແຜນການ ເຊິ່ງມີຈໍານວນພົນນັກຮຽນທັງໝົດ 33 ສະຫາຍ ທີ່ມາຈາກກໍາລັງຫຼວງ-ກໍາລັງທ້ອງຖິ່ນ, ຕະຫຼອດໄລຍະ ຂອງການເຝິກຝົນຫຼໍ່ຫຼອມຮໍ່າຮຽນຜ່ານມາ ສາມາດຈັດແບ່ງປະເພດດ້ານຄຸນທາດການເມືອງຂອງນັກຮຽນຄື: ປະເພດແຂງຮອບດ້ານ 7 ສະຫາຍ, ປະເພດແຂງ 21 ສະຫາຍ, ກາງ 5 ສະຫາຍ. ການຈັດຕັ້ງປະຕິບັດການຮຽນ-ການສອນປະກອບມີ: ໝວດຄວາມຮູ້ພື້ນຖານ: 27 ວັນ ລວມມີ 5 ວິຊາຮຽນ, ໝວດຄວາມຮູ້ການເມືອງ-ພະລາທິການກອງທັບ: 10 ວັນ, ລວມມີ 2 ວິຊາຮຽນ, ໝວດຄວາມຮູ້ວິຊາສະເພາະຂອງເຫຼົ່າຮົບ: 66 ວັນ, ລວມມີ: 10 ວິຊາຮຽນ, ຫັດແອບປະສານເຄື່ອນທັບ ແລະ ຮັບປະກັນສູ້ຮົບບຸກຕີ 5 ວັນ, ພາກຄວາມຮູ້ພື້ນຖານການທະຫານ ເກຣດ B+ ຈໍານວນ 4 ສະຫາຍ ເທົ່າກັບ 12,12 %, ເກຣດ B ຈໍານວນ 29 ສະຫາຍ ເທົ່າກັບ 87,87%, ພາກຄວາມຮູ້ພື້ນຖານວິຊາສະເພາະເຫຼົ່າຮົບຊ່າງແສງ ເກຣດ B+ ຈຳນວນ 17 ສະຫາຍ ເທົ່າກັບ 51,51 %, ເກຣດ B ຈໍານວນ 16 ສະຫາຍ ເທົ່າກັບ 48,48 %, ສັງລວມຜົນການຮຽນທັງໝົດ ເກຣດ B+ ຈຳນວນ 5 ສະຫາຍ ເທົ່າກັບ 15,15 %, ເກຣດ B ຈໍານວນ 28 ສະຫາຍ ເທົ່າກັບ 84,84 %. ໂອກາດນີ້, ຄະນະອຳນວຍການໂຮງຮຽນ ໄດ້ມອບປະກາສະນິຍະບັດ ໃຫ້ນັກຮຽນ ຈໍານວນ 33 ສະຫາຍ ຢ່າງສົມກຽດ ພ້ອມທັງໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ປະທານ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ