ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຄະນະອຳນວຍການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຄື່ອນໄຫວຊີ້ນໍາປັບປຸງລະບຽບແບບແຜນ ກອງພັນນັກຮຽນ
ເວລາອອກຂ່າວ: 2025-03-13 14:09:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1322 | ຄວາມນິຍົມ:



ເນື່ອງໃນໂອກາດສ້າງຜົນງານຂໍ່ານັນຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ຄະນະອຳນວຍການໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ເຄື່ອນໄຫວຊີ້ນຳ ກວດກາ ປັບປຸງລະບຽບແບບແຜນ ກອງພັນນັກຮຽນ ໃນວັນທີ 12 ມີນາ 2025 ນີ້, ນຳໂດຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍ ຄະນະກອງພັນ ແລະ ພະແນກລະບຽບ-ກິລາ. ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ໃຫ້ຮູ້ວ່າ: ຈູດປະສົງ ໃນການເຄື່ອນໄຫວປັບປຸງລະບຽບແບບແຜນ ໃນຄັ້ງນີ້ ເພື່ອເປັນການປັບປຸງບັນດາລະບຽບການຕ່າງໆ ຂອງກອງພັນນັກຮຽນ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງຕາມຂໍ້ກຳນົດ ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ການປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ແລະ ລະບຽບການຄຸ້ມຄອງ ການຮຽນ-ການສອນ ໃນສະຖານການສຶກສາກອງທັບ. ຜ່ານການກວດກາຄັ້ງນີ້ ເຫັນວ່າ ນັກຮຽນ-ນັກສຶກສາ ໃນທົ່ວໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສາມາດປະຕິບັດລະບຽບວິໃນໄດ້ເປັນຢ່າງດີ, ນັກຮຽນເຫັນໄດ້ທີ່ຕັ້ງ ພາລະບົດບາດ ໜ້າທີ່ ແລະ ຂອບເຂດສິດ, ສາມາດສ້າງໃຫ້ນັກຮຽນສາມັນຂອງກອງທັບ ມີຄວາມຮູ້ ຄວາມສາມາດ, ມີລະບຽບວິໄນຢ່າງເຂັ້ມງວດ, ສາມາດກາຍເປັນພະນັກງານຮຸ່ນສືບທອດໃຫ້ແກ່ກອງທັບປະຊາຊົນລາວ. ພ້ອມນີ້, ສະຫາຍຍັງໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກໃຫ້ ຄະນະບັນຊາ ກອງພັນ-ກອງຮ້ອຍນັກຮຽນ ເອົາໃຈໃສ່ຕິດຕາມ ໃກ້ຊິດຕິດແທດນຳນັກຮຽນໃຫ້ເລິກເຊິ່ງ, ພ້ອມກັນຈັດຕັ້ງປະຕິບັດປັບປຸງກໍ່ສ້າງກົມກອງ ກໍຄືໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃຫ້ມີຄວາມເຂັ້ມແຂງທາງດ້ານລະບຽບວິໄນ ຍິ່ງໆ ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ