
ຖືເອົາບົດບາດການນຳພາຂອງພັກ ເຂົ້າສູ່ການປັບປຸງວຽກງານ-ນໍາພາບັນຊາ ຢູ່ວິທະຍາຄານເຕັກນິກການທະຫານ
ເວລາອອກຂ່າວ: 2025-03-13 10:56:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1357 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ, ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ ໄດ້ສະແດງທັດສະນະຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ວ່າ: ພັກປະຊາຊົນປະຕິວັດລາວ ເປັນຜູ້ຖືຄັນທຸງໄຊນຳໜ້າ ໃນການນໍາພາປະຕິວັດຊາດປະຊາທິປະໄຕ, ແມ່ນອົງການຈັດຕັ້ງການເມືອງສູງສຸດ ເປັນເສນາທິການທາງດ້ານການເມືອງ, ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ; ໃນໄລຍະຕໍ່ສູ້ກູ້ຊາດ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວ ທັງຊາດຕໍ່ສູ້ກູ້ຊາດ, ກອບກູ້ເອົາເອກະລາດຢ່າງລະອຽດລະອ້ຽວ, ແບກຫາບພາລະກິດອັນໜັກໜ່ວງ ທັງຜ່ານຜ່າສິ່ງທ້າທາຍທົດສອບບໍ່ຈັກວ່າທໍ່ໃດ ເພື່ອການນໍາພາປະເທດຊາດຫຼຸດພົ້ນອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນ ວັນທີ 2 ທັນວາ 1975 ອັນໄດ້ນໍາເອົາເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ປວງຊົນລາວທັງຊາດຍູທ່າງທໍາມາຫາກິນ ກາຍເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ ພາຍໃຕ້ລະບອບໃໝ່ອັນສີວິໄລ.
ຕະຫຼອດໄລຍະ 70 ປີຜ່ານມາ, ຍາມໃດ ພັກປະຊາຊົນປະຕິວັດລາວ ກໍມີຄວາມໜັກແໜ້ນໃນອຸດົມການສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ ເພື່ອນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະຊາຊົນບັນດາເຜົ່າ ຢູ່ຄຽງຂ້າງປະເທດຊາດ ຢູ່ຄຽງຂ້າງປະຊາຊົນ ຊາວຜູ້ອອກແຮງງານບັນດາເຜົ່າຢ່າງບໍ່ຫວັ່ນໄຫວ. ໃນທ່າມກາງບັນຍາກາດທີ່ມີຄວາມຫຍຸ້ງຍາກສັບສົນໃນພາກພື້ນ ແລະ ສາກົນ ນັບທັງມີສິ່ງເອື້ອຍອໍານວຍ ແລະ ສິ່ງທ້າທາຍຫຼາຍປະການ ດ້ວຍຈິດໃຈອັນສະຫຼາດສ່ອງໃສ ຂອງພັກທີ່ມີຫຼັກການ ໜູນໃຊ້ທຸກກາລະໂອກາດ ບົດຮຽນຈຸດພິເສດ ຂອງປະເທດໃນສະພາບເງື່ອນໄຂຕົວຈິງ ໂດຍຢຶດໜັ້ນຕໍ່ອຸດົມການສັງຄົມນິຍົມ ປະຕິບັດຕາມແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ນໍາພາສ້າງສາ, ພັດທະນາປະເທດຊາດ ນັບມື້ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຜົນສໍາເລັດເປັນກ້າວໆ ມາ. ພັກປະຊາຊົນປະຕິວັດລາວ ໄດ້ວາງແນວທາງການນໍາພາ ອັນສະຫຼາດສ່ອງໃສ ໃນການກໍານົດແຜນນະໂຍບາຍ, ກຳນົດທິດທາງການຂະຫຍາຍຕົວຂອງປະເທດຊາດ ໃຫ້ສອດຄ່ອງກັບກົດເກນຂະຫຍາຍຕົວ ຂອງສັງຄົມ ຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນຄວາມສາມັກຄີເປັນເອກະພາບທົ່ວປວງຊົນລາວທັງຊາດ. ຢຶດໝັ້ນລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນເຂັ້ມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕົວຈິງໃຫ້ມີຜົນສໍາເລັດ, ພັກໄດ້ນໍາພາປະຊາຊົນປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງພັກຢູ່ແຕ່ລະຂົງເຂດ. ຕໍ່ກໍາລັງປະກອບອາວຸດ ຍາມໃດພັກ ກໍເປັນຜູ້ນໍາພາໂດຍກົງຮອບດ້ານ, ສ້າງຕັ້ງ, ທະນຸຖະໜອມ ແລະ ສຶກສາອົບຮົມປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ ຈາກກໍາລັງປະກອບອາວຸດທີ່ອ່ອນນ້ອຍໃນເມື່ອກ່ອນ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝເທື່ອລະກ້າວ.
ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຍັງໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ເພື່ອເປັນການຜັນຂະຫຍາຍບົດບາດການນໍາພາຂອງພັກ ກໍຄືແນວທາງແຜນນະໂຍບາຍຕ່າງໆ ຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດຢູ່ກົມກອງ ວິທະຍາຄານເຕັກນິກການທະຫານໃຫ້ປາກົດຜົນເປັນຈິງນັ້ນ ຄະນະພັກ-ຄະນະອໍານວຍການ ວິທະຍາຄານເຕັກນິກການທະຫານ ໄດ້ຈັດຕັ້ງເຊື່ອມຊຶມ ຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ ໃນແຕ່ລະໄລຍະເປັນປົກກະຕິ ໂດຍປິ່ນອ້ອມ ຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງພັກ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ອັນໄດ້ເຮັດໃຫ້ຮາກຖານພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ປັບປຸງແບບແຜນວິທີການນໍາພາ ຂອງຄະນະພັກໃຫ້ຖືກຕ້ອງຕາມຫຼັການນໍາພາຂອງພັກ ໃນນີ້, ການປັບປຸງກໍ່ສ້າງພັກ ຖືເອົາຄຸນນະພາບເປັນກົກ, ສ້າງພະນັກງານສະມາຊິກພັກໃຫ້ເປັນແກນນໍາໃນທຸກການເຄື່ອນໄຫວຂະບວນການວຽກງານ ດ້ວຍການສົ່ງພະນັກງານນໍາພາ-ບັນຊາ, ພະນັກງານວິຊາການໄປຍົກລະດັບດ້ານວິຊາສະເພາະ ແລະ ບໍາລຸງຍົກລະດັບທາງດ້ານທິດສະດີການເມືອງ, ຖືເອົາບັ້ນດໍາເນີນປົວແປງພາຍໃນພັກ ເປັນພື້ນຖານການຄົງຕົວ ໂດຍເນັ້ນໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ພະນັກງານສະມາຊິກພັກທຸກຂັ້ນ, ນັກຮຽນ-ນັກສຶກສາ ໃຫ້ເຊື່ອໝັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈ, ຊຸກຍູ້, ສົ່ງເສີມຄົ້ນຄວ້າຮໍ່າຮຽນມະຕິ ຂອງສູນກາງພັກ, ສຶກສາຮໍ່າຮຽນມູນເຊື້ອຂອງຊາດ, ຂອງພັກ, ຊຸກຍູ້ກວດກາຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີຄຸນນະພາບ, ຮັບປະກັນວຽກງານກຽມພ້ອມສູ້ຮົບ, ເນັ້ນໜັກຄຸນນະພາບ ຂອງຫຼັກສູດການຮຽນ-ການສອນ ວິຊາສະເພາະເຕັກນິກທີ່ເປັນໜ້າວຽກໃຈກາງຂອງກົມກອງ ໂດຍຍົກສູງການກໍ່ສ້າງພະນັກງານຄູ-ອາຈານໃຫ້ມີຄຸນນະພາບດ້ວຍການສົ່ງພະນັກງານໄປຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ 126 ສະຫາຍ ເພື່ອເຮັດໃຫ້ສໍາເລັດວຽກງານກໍ່ສ້າງຊັບພະຍາກອນມະນຸດຂອງຊາດ ກໍຄືການກໍ່ສ້າງນາຍທະຫານເຕັກນິກ ເພື່ອສະໜອງເຫຼົ່າຮົບເຕັກນິກໃຫ້ແກ່ກອງທັບຢ່າງມີປະສິດທິຜົນ ໃນນີ້, ມີນັກສຶກສາທີ່ມາສຶກສາ ຢູ່ວິທະຍາຄານເຕັກນິກການທະຫານ ທັງໝົດ 697 ສະຫາຍ ທັງສໍາເລັດການສຶກສາ ແລະ ຍັງສືບຕໍ່; ເພື່ອສືບຕໍ່ປັບປຸງກົມກອງໃຫ້ມີລະບຽບແບບແຜນທັນສະໄໝເທື່ອລະກ້າວນັ້ນ, ຄະນະພັກ-ຄະນະບັນຊາ ກໍໄດ້ກໍານົດ ແລະ ສ້າງວິໄສທັດ ພັດທະນາວິທະຍາຄານໄລຍະ 5 ປີ ແລະ 10 ປີ. ນອກນັ້ນ, ຍັງໄດ້ສຸມໃສ່ ວຽກງານຮັບປະກັນທາງດ້ານພາຫະນະເຕັກນິກ ໂດຍການເອົາໃຈໃສ່ ຊີ້ນໍາໃນການປົກປັກຮັກສາ, ບົວລະບັດສ້ອມແປງ ແລະ ນໍາໃຊ້ພາຫະນະເຕັກນິກ, ອາວຸດ-ກະສຸນ, ສະຖານີລູກສອນໄຟຢ່າງຖືກຕ້ອງຕາມຂໍ້ກໍານົດ ຮັບປະກັນໃຫ້ແກ່ການຮຽນ-ການສອນ ໄປຄຽງຄູ່ກັບປັບປຸງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບປະຕິບັດຕາມທິດນໍາ ກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍການສ້າງເນື້ອທີ່ເປົ່າວ່າງຂອງຄ້າຍຄູໃຫ້ເປັນເຂດທໍາການຜະລິດ ເປັນພື້ນທີ່ສີຂຽວ, ເອົາໃຈໃສ່ວຽກງານນະໂຍບາຍຕໍ່ພະນັກງານ-ນັກຮົບ, ຮັດແໜ້ນຄວາມສາມັກຄີກັບບັນດາອໍານາດການປົກຄອງກຸ່ມບ້ານຮາກຖານ ແລະ ສາມັກຄີກັບພາຍນອກຢ່າງແໜ້ນແຟ້ນ.
ເພື່ອກະກຽມຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ກໍຄືວັນວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ວິທະຍາຄານເຕັກນິກການທະຫານ ໄດ້ຈັດຕັ້ງຂະບວນການຕ່າງໆ ຢ່າງເອກອ້າງທະນົງໃຈ ເປັນຕົ້ນ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະບວນການສ້າງກົມກອງວັດທະນະທໍາ-ນັກຮົບວັດທະນະທໍາ, ກົມກອງ 3 ປອດ, ຂະບວນການອອກແຮງງານລວມ, ອະນາໄມຄ້າຍຄູໃຫ້ຈົບງາມ, ຂະບວນການເຕັ້ນລີລາລີລາດເພື່ອສຸຂະພາບ, ຂະບວນການແຂ່ງຂັນສິລະປະ-ວັນນະຄະດີ, ຂະບວນການສອນດີ-ຮຽນເກັ່ງ ແລະ ຂະບວນການແຂ່ງຂັນກິລາມວນຊວນໃຫ້ມີບັນຍາດການຟົດຟື້ນພາຍໃນກົມກອງ ເພື່ອເປັນການຂໍ່າຮັບຕ້ອນວັນສໍາຄັນດັ່ງກ່າວ ໃຫ້ມີເນື້ອໃນຄວາມໜາຍເລິກເຊິ່ງ ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ກວ້າງຂວາງ.
ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທີ່ຈະໝູນວຽນມາຄົບຮອບ 70 ປີ, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ, ນັກສຶກສາທົ່ວວິທະຍາຄານ ສົ່ງຄໍາອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າສູງສົ່ງຂອງບັນດາທ່ານ ແລະ ເປັນຮົ່ມໂພຮົ່ມໄຊ, ສືບຕໍ່ນຳພາ-ຊີ້ນໍາກຳລັງປະກອບອາວຸດກອງທັບປະຊາຊົນລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ ແລະ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ອວຍພອນໄຊໃຫ້ບັນດາສະມາຊິກພັກ ທີ່ສັງກັດຢູ່ແຕ່ລະຂົງເຂດວຽກງານ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດໃນໜ້າທີ່ການເມືອງຂອງຕົນ, ນຳເອົາພາລະກິດ, ມູນເຊື້ອ ແລະ ເເນວທາງການປະຕິວັດຂອງພັກ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ