ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດຊ່ວຍເຫຼືອແນວພັນເຂົ້າແກ່ແຂວງຄຳມ່ວນ
ເວລາອອກຂ່າວ: 2018-11-20 09:33:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ:



ໂດຍເຫັນໄດ້ເຖິງຄວາມສຳ ຄັນ ແລະ ຄວາມຈຳເປັນໃນການ ຟື້ນຟູການຜະລິດກະສິກຳທີ່ຕິດ ພັນກັບການດຳລົງຊີວິດຂອງປະ ຊາຊົນແຂວງຄຳມ່ວນທີ່ໄດ້ຮັບ ຜົນກະທົບຈາກໄພນຳ້ຖ້ວມໃນ ໄລຍະທີ່ຜ່ານມາໃຫ້ກັບຄືນສູ່ສະ ພາບປົກກະຕິໃນຕົ້ນເດືອນພະຈິກ ນີ້ຢູ່ທີ່ຫ້ອງວ່າການປົກຄອງ ແຂວງໄດ້ຈັດພິທີມອບ-ຮັບແນວ ພັນເຂົ້າຈໍານວນ 09 ໂຕນ ຄິດ ເປັນມູນຄ່າ 5.000 ໂດລາສະ ຫະລັດ ຫຼື ເທົ່າກັບ 42,5 ລ້ານ ກີບເປັນກຽດມອບໂດຍແມ່ນ ທ່ານ ໂອລີວີເຢ ດີດຣີ ຜູ້ອຳ ນວຍການໃຫຍ່ບໍລິສັດໄຟຟ້ານໍ້າ ເທີນ 2 ຈຳກັດ ແລະ ຜູ້ຮັບໂດຍ ແມ່ນ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ), ເຂົ້າຮ່ວມມີ ທ່ານ ເດດສັກດາ ມະນີຄໍາ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງຕະ ຫຼອດພະນັກງານວິຊາການທີ່ ກ່ຽວຂ້ອງຂອງບໍລິສັດດັ່ງກ່າວ ເຂົ້າຮ່ວມເປັນສັກຂີພະຍານ. ໃນໂອກາດທີ່ຜູ້ອຳນວຍການ ໃຫຍ່ບໍລິສັດໄຟຟ້ານໍ້າເທີນ 2 ຈຳ ກັດມາມອບແນວພັນໃຫ້ແຂວງ ຄຳມ່ວນ ທ່ານຮອງເຈົ້າແຂວງ ຍັງໄດ້ສະເໜີໃຫ້ທາງບໍລິສັດ ຊ່ວຍຄົ້ນຄວ້າພິຈາລະນາກ່ຽວ ກັບວຽກງານສະໜອງນໍ້າໃຫ້ແກ່ ການຜະລິດເຂົ້ານາແຊງຂອງ ຊາວນາເມືອງຍົມມະລາດທີ່ນຳ ໃຊ້ລະບົບຊົນລະປະທານປະຕູນໍ້າ ປ່ອງ 03 ຫຼື ນໍ້າໃຕ້ເຮືອນຈັກ ເຊິ່ງໃນລະດູການຜະລິດໄລຍະ ຜ່ານມາແມ່ນໄດ້ຮັບຜົນກະທົບ ໂດຍສະເພາະ “ບັນຫານໍ້າ” ເຮັດ ໃຫ້ການຜະລິດບໍ່ຕໍ່ເນື່ອງເປັນຕົ້ນ ( ອ່ານຕໍ່ໜ້າ 7 ) ໃນໄລຍະຊ່ວງເດືອນ12-ເດືອນ 01 ຂອງທຸກໆປີພ້ອມນັ້ນທ່ານ ຜູ້ອໍານວຍການໃຫຍ່ບໍລິສັດໄຟ ຟ້ານໍ້າເທີນ 2 ແມ່ນຈະໄດ້ຮັບ ເອົາຄຳສະເໜີຂອງແຂວງເພື່ອ ໄປຄົ້ນຄວ້າພິຈາລະນາແກ້ໄຂ. ທ່ານ ບຸນມີ ພິມມະສອນ ຍັງ ໄດ້ສະແດງຄວາມຂອບໃຈມາຍັງຜູ້ອຳນວຍການບໍລິສັດທີ່ໄດ້ໃຫ້ ການຊ່ວຍເຫຼືອແຂວງຄໍາມ່ວນ ໃນຍາມທີ່ພົບກັບຄວາມຫຍຸ້ງ ຍາກໃນຂະນະທີ່ທາງບໍລິສັດກໍ ພົບກັບຄວາມຫຍຸ້ງຍາກເຊັ່ນກັນ ແລະ ເຊື່ອໝັ້ນວ່າໃນໂອກາດ ຕໍ່ໄປຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກທາງບໍລິສັດ ຕື່ມອີກ ເຊິ່ງເປັນທີ່ຮູ້ຈັກກັນດີວ່າ ບໍລິສັດໄຟຟ້ານໍ້າເທີນ 2 ແມ່ນ ເປັນບໍລິສັດຕົວແບບຢູ່ໃນ ສປປ ລາວ ໃນດ້ານການຜະລິດໄຟຟ້າ ເພື່ອຮັບໃຊ້ການພັດທະນາທີ່ມີ ຄວາມຍືນຍົງ ແລະ ເປັນມິດ ກັບສິ່ງແວດລ້ອມ. ໂດຍ: ແດງສະຫວັດ ແສນພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ