ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ສະຫຼຸບວຽກງານກໍ່ສ້າງທາງຮ່ອມ-ທາງຊອຍ 6 ເມືອງ ນະຄອນຫຼວງວຽງຈັນ ຂອງກອງກໍ່ສ້າງທີ 1 ເຫຼົ່າຮົບຊ່າງເເສງ
ເວລາອອກຂ່າວ: 2025-03-13 10:40:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1142 | ຄວາມນິຍົມ:



ໃນວັນທີ 12 ມີນາ 2025 ນີ້, ກອງກໍ່ສ້າງທີ 1 ເຫຼົ່າຮົບຊ່າງເເສງ ກອງທັບປະຊາຊົນລາວ ໄດ້ຈັດກອງປະຊຸມວຽກງານກໍ່ສ້າງທາງຮ່ອມ-ທາງຊອຍ 6 ເມືອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໂອພາດ ທຳມະທອງ ຮອງຫົວໜ້າກົມຊ່າງເເສງ ກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ກອງ, ເເຂກຖຶກເຊີນ ພ້ອມດ້ວຍ ພະນັກງານ-ນັກຮົບ ເເລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ໜູຄຳ ຜາລີຂັນ ຫົວໜ້າກອງກໍ່ສ້າງທີ 1 ເຫຼົ່າຮົບຊ່າງເເສງ ໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງປັບປຸງ ແລະ ສ້ອມແປງບັນດາເສັ້ນທາງຮ່ອມ-ທາງຊອຍໃນ 6 ເມືອງ ເທສະບານ ນະຄອນຫຼວງວຽງຈັນ ເຊິ່ງແມ່ນໂຄງການທີ່ກໍ່ສ້າງໃນຕົວເມືອງ ເຂດຊຸມຊົນ ທາງຊ່ອຍ-ທາງຮ່ອມ ເປັນບ່ອນລະບາຍຄວາມແອອັດ ຂອງການສັນຈອນ ຂອງຊາວນະຄອນຫຼວງວຽງຈັນ ສ້າງໃຫ້ມີຄວາມສະອາດໃຫ້ແກ່ເສັ້ນທາງຫຼວງ, ໂດຍອີງຕາມ ຂໍ້ຕົກລົງ ຂອງທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດ ວ່າດ້ວຍການປັບປຸງກໍ່ສ້າງສ້ອມແປງ ປັບປຸງຮ່ອມ 6 ເມືອງເທສະບານ ນະຄອນຫຼວງວຽງຈັນ, ອີງຕາມ ບົດບັນທຶກສັນຍາຮັບເໝົາໂຄງການ ກໍ່ສ້າງສ້ອມແປງ ແລະ ປັບປຸງທາງຮ່ອມເຂດຊຸມຊົນ ເທສະບານ 6 ເມືອງ ນະຄອນຫຼວງວຽງຈັນ ຄື: ເມືອງຈັນທະບູລີ, ເມືອງໄຊເສດຖາ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງໄຊທານີ ແລະ ເມືອງຫາດໄຊ ຟອງ ລວມທັງໝົດ 108 ເສັ້ນທາງ ມີຄວາມຍາວທັງໝົດ 51,68 ກິໂລແມັດ, ປູຢາງ 21,8 ກິໂລແມັດ ແລະ ປູເບຕົງ 29,88 ກິໂລແມັດ ໃນນີ້, ໄດ້ແບ່ງເປັນ 2 ກອງກໍ່ສ້າງ ຮັບຜິດຊອບ ກອງ: ກໍ່ສ້າງທີ 1 ເຫຼົ່າຮົບຊ່າງເເສງ ຮັບຜິດຊອບກໍ່ສ້າງ 3 ເມືອງ ເຊິ່ງເລີ່ມສຳຫຼວດກໍ່ສ້າງ ວັນທີ 28 ມິຖຸນາ 2024-3 ມີນາ 2025 ໃຊ້ເວລາ 8 ເດືອນ ໃນ 3 ເມືອງຄື: ເມືອງຈັນທະບູລີ 14 ເສັ້ນທາງ, ກອງກໍ່ສ້າງທີ 1 ຮັບກໍ່ສ້າງສຳເລັດ 9 ເສັ້ນທາງ ໃນນີ້, ມີບໍລິສັດ BV ຮັບ 5 ເສັ້ນທາງ ລວມຄວາມຍາວ 3,84 ກິໂລແມັດ, ເມືອງສີໂຄດຕະບອງ 31 ເສັ້ນທາງ ກອງກໍ່ສ້າງທີ 1 ໄດ້ກໍ່ສ້າງສຳເລັດ 1 ເສັ້ນທາງ ລວມຄວາມຍາວ 0,69 ກິໂລແມັດ, ເມືອງໄຊເສດຖາ 15 ເສັ້ນທາງ ກອງກໍ່ສ້າງທີ 1 ໄດ້ຮັບກໍ່ສ້າງ 8 ເສັ້ນທາງ ໄດ້ກໍ່ສ້າງຕົວຈິງ 5 ເສັ້ນທາງ ສ່ວນ 3 ເສັ້ນທາງ ເປັນເສັ້ນທາງນໍາໃຊ້ໄດ້ປົກກະຕິ ລວມຄວາມຍາວ 3,08 ກິໂລແມັດ ລວມມູນຄ່າໃນ 3 ເມືອງຕາມແຜນການກໍ່ສ້າງ ຂອງກອງກໍ່ສ້າງທີ 1 ເຫຼົ່າຮົບຊ່າງເເສງ ທັງໝົດ 13 ຕື້ກວ່າກີບ. ໂອກາດນີ້, ສະຫາຍ ພັນເອກ ໂອພາດ ທຳມະທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາພະນັກງານ-ນັກຮົບ, ຂອບໃຈຕໍ່ບັນດາກົມກອງເຫຼົ່າຮົບທີ່ໄດ້ຕອບສະໜອງພາຫະນະກົນຈັກວັດຖຸຮັບໃຊ້ ແລະ ຂອບໃຈມາຍັງອົງການປົກຄອງນະຄອນຫຼວງວຽງຈັນ, ພະແນກໂຍທາທິການ-ຂົນສົ່ງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ຕະຫຼອດຮອດປະຊາຊົນທີ່ໄດ້ຊຸກຍູ້ໃຫ້ກຳລັງໃຈ ແລະ ອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງໄດ້ຮັບສຳເລັດໃນຄັ້ງນີ້, ພ້ອມທັງ ຮຽກຮ້ອງວ່າເຖິງຢ່າງໃດກໍຕາມ ຕໍ່ຜົນສຳເລັດທີ່ໄດ້ຮັບຜ່ານມານັ້ນ ພວກເຮົາຕ້ອງບໍ່ລົດລະໃນການຖອດຖອນບົດຮຽນປັບປຸງບັນຫາທີ່ຍັງຄົງຄ້າງ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ເພີ່ມປະສິດຕິພາບ ຂອງວຽກງານໃຫ້ສູງຂຶ້ນ ກຽມພ້ອມປະຕິບັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ໃນຕໍ່ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ