
ຖືເອົາການຫຍິບໝາກເບັງຂາຍເປັນວຽກເສີມ ສ້າງລາຍຮັບໃຫ້ຄອບຄົວໄດ້ 38 ລ້ານກີບຕໍ່ປີ
ເວລາອອກຂ່າວ: 2025-02-17 09:35:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1388 | ຄວາມນິຍົມ:
ຄອບຄົວ ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ ຮອງຫົວໜ້າພະແນກສຳເນົາເອກະສານ ຫ້ອງ ການກົມໃຫຍ່ພະລາທິການກອງ ທັບ ແມ່ນໜຶ່ງໃນຄອບຄົວຕົວແບບ ດ້ານການສ້າງເສດຖະກິດຄອບຄົວດ້ວຍການຫຍິບໝາກ ເບັງຂາຍ ສາມາດສ້າງລາຍຮັບໄດ້ 38 ລ້ານກີບຕໍ່ປີ.
ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ ລາຍງານໃນໂອກາດດຳ ເນີນກອງປະຊຸມຜູ້ແທນສະຫະ ພັນແມ່ຍິງທົ່ວກອງທັບ ຄັ້ງທີ IX ໃຫ້ຮູ້ວ່າ: ຍ້ອນເຫັນໄດ້ແນວທາງນະໂຍບາຍຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະແມ່ນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ, ແຜນພັດທະນາແມ່ຍິງກອງທັບ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ວ່າດ້ວຍການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພາຍຫຼັງທີ່ໄດ້ສ້າງຄອບຄົວກັບສະຫາຍ ຄຳຜ່ານ ຄຳເທພາ ພະ ນັກງານເຮັດວຽກຢູ່ຫ້ອງການປົກຄອງບ້ານ ຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະພາບການດຳລົງຊີວິດກໍມີການປ່ຽນແປງຫຼາຍຢ່າງ ຕ້ອງໄດ້ຮັບຜິດຊອບໃນການເບິ່ງ ແຍງດູແລຄອບຄົວ, ອີງໃສ່ແຕ່ເງິນເດືອນແມ່ນບໍ່ພຽງພໍກັບການໃຊ້ຈ່າຍໃນແຕ່ລະວັນ, ເພື່ອເຮັດໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ຄອບຄົວກໍໄດ້ປຶກສາຫາລືກັນ ແລະ ພ້ອມກັນຊອກຫາຈາກຫຼາຍວຽກ ເພື່ອສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ ໂດຍອີງໃສ່ທ່າແຮງຂອງຄອບຄົວ ໃນເບື້ອງຕົ້ນ ກ່ອນທີ່ຈະຫຍິບໝາກເບັງຂາຍນັ້ນ ແມ່ນເລີ່ມແຕ່ປີ 2014 ເປັນຕົ້ນມາ ຍ້ອນເຫັນໝູ່ເຮັດ ແລະ ໄດ້ຮັບການຕອບຮັບຈາກສັງຄົມເປັນຈຳນວນຫຼາຍ ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ດີ. ດັ່ງນັ້ນ, ຕົນເອງຈຶ່ງມີແນວຄິດຢາກລອງຫຍິບເບິ່ງ ເພາະວ່າຕົນເອງມີຄວາມມັກຮັກໃນດ້ານຫັດຖະກຳ ໂດຍໃຊ້ເວລາຫວ່າງນອກໂມງການໃຫ້ເກີດປະໂຫຍດ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ ເບື້ອງຕົ້ນແມ່ນເລີ່ມຈາກການຫຍິບໃຫ້ແມ່ບູຊາ, ຫຍິບໃຫ້ເອື້ອຍບູຊາ ແລະ ຫຍິບວາງຂາຍຢູ່ໜ້າເຮືອນ ເຫັນວ່າໄດ້ຮັບການຕອບຮັບຈາກລູກຄ້າເປັນຢ່າງດີ. ປັດຈຸບັນນີ້, ບໍ່ໄດ້ວາງຂາຍຢູ່ໜ້າຮ້ານ ມີແຕ່ຫຍິບສົ່ງຕາມການສັ່ງຈອງຂອງລູກຄ້າ ໃນວັນສິນ 8 ຄໍ່າ ຈະຫຍິບໝາກເບັງສົ່ງ 20 ຄອບຄົວ ເທົ່າກັບ 40 ກວ່າຄູ່, ວັນສິນ 15 ຄໍ່າຈະຫຍິບໝາກເບັງ ສົ່ງ 40 ກວ່າຄອບຄົວ ເທົ່າກັບ 80 ຄູ່. ປັດຈຸບັນ, ມີລູກຄ້າປະຈຳກວ່າ 40 ຄອບຄົວ, ກຳລັງແຮງງານໃນການຜະລິດແມ່ນອີງໃສ່ສະມາຊິກໃນຄອບຄົວ, ໂດຍມີການແບ່ງປັນຄວາມຮັບຜິດຊອບກັນລະອຽດ, ສ່ວນລາຄາໝາກ ເບັງຈະມີລາຄາແຕກຕ່າງກັນຕາມຂະໜາດນ້ອຍຫາໃຫຍ່ ຄື: ໝາກເບັງ 3 ກາບ ລາຄາ 7.000 ກີບຕໍ່ຄູ່, ໝາກເບັງ 5 ກາບ ລາຄາ 13.000 ກີບຕໍ່ຄູ່, ໝາກເບັງ 9 ກາບ 25.000 ກີບຕໍ່ຄູ່ ແລະ ໝາກເບັງບາລະມີ ລາຄາ 50.000 ກີບຕໍ່ຄູ່ ພ້ອມນີ້, ຍັງໄດ້ຮ້ອຍພວງມາໄລ ຕາມການສັ່ງຈອງຂອງລູກຄ້າ ໂດຍລາຄາເລີ່ມຕົ້ນພວງລະ 5.000-30.000 ກີບ, ອຸປະກອນທີ່ນຳໃຊ້ເຂົ້າໃນການຜະລິດ ປະກອບມີ ໃບຕອງກ້ວຍທະນີ, ດອກພຸດ ແລະ ດອກດາວເຮືອງ, ສ່ວນຕົ້ນ ທຶນໃນການຜະລິດແມ່ນບໍ່ຄົງທີ່ໃນແຕ່ລະວັນ ຂຶ້ນກັບສິນຄ້າທີ່ມີໜ້ອຍ-ຫຼາຍໃນທ້ອງຕະຫຼາດ, ຖ້າມີຫຼາຍລາຄາຈະຖືກລົງ, ຖ້າມີໜ້ອຍລາຄາຈະສູງຂຶ້ນ, ສຳລັບວັດຖຸທີ່ນຳໃຊ້ເຂົ້າໃນການຜະລິດ ບາງຄັ້ງແມ່ນບໍ່ໄດ້ຊື້ ຍ້ອນວ່າໄດ້ປູກໄວ້ໃຊ້ເອງ ໂດຍສະເພາະດອກພຸດ ສາມາດຮັບປະກັນໄດ້ຕະຫຼອດປີ, ສ່ວນໃບຕອງ ແລະ ດອກດາວເຮືອງ ໃນວັນສິນ 15 ຄໍ່າ ຈຳເປັນຕ້ອງໄດ້ສັ່ງຊື້ເພີ່ມ. ສຳລັບຍອດຂາຍວັນສິນ 8 ຄໍ່າໄດ້ 800.000 ກີບຕໍ່ສິນ, ວັນສິນ 15 ຄໍ່າ ໄດ້ 1.300.000 ກີບຕໍ່ສິນ, ໃນ 1 ເດືອນ ສາມາດສ້າງລາຍຮັບຈາກການຂາຍໝາກເບັງໄດ້ 3 ລ້ານກວ່າກີບ, ສະເລ່ຍລາຍຮັບແຕ່ລະປີໄດ້ 38.000.000 ກີບຕໍ່ປີ.
ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ ຍັງກ່າວຕື່ມວ່າ: ພາຍຫຼັງທີ່ຄອບຄົວໄດ້ຕັດສິນໃຈຫຍິບໝາກເບັງຂາຍເປັນວຽກເສີມ ເພື່ອສ້າງລາຍຮັບເພີ່ມເຂົ້າໃນຄອບຄົວ ເຮັດໃຫ້ຄອບຄົວມີເງິນເກັບເປັນທຶນການສຶກສາໃຫ້ລູກໄດ້ຮໍ່າຮຽນ, ເປັນທຶນສົມທົບໃສ່ເງິນເດືອນນຳໃຊ້ເຂົ້າໃນການປຸກສ້າງຫ້ອງແຖວໃຫ້ເຂົາເຈົ້າເຊົ່າໄດ້ 4 ຫ້ອງ ແລະ ໝູນໃຊ້ເຂົ້າໃນວຽກງານຈຳເປັນຂອງຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວນັບມື້ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ