ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ກອງພັນ​ໃຫຍ່ 661 ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024
ເວລາອອກຂ່າວ: 2025-02-17 09:29:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1324 | ຄວາມນິຍົມ:



ວັນ​ທີ 13 ກຸມພາ 2025 ນີ້, ກອງພັນ​ໃຫຍ່ 661 ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ປອນ ລົມ​ພະຈັນ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 661, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກອງພັນ, ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ ກອງພັນ​ໃຫຍ່ 661 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແຫຼວ​ຄຳ ຈັນທະ​ວົງ ຫົວໜ້າ​ພະ​ແນກ​ບໍລິຫານ ກອງພັນ​ໃຫຍ່ 661 ໄດ້​ຜ່ານ​ບົດ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024 ແລະ ທິດ​ທາງ​ແຜນການ 2025, ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 661 ໄດ້​ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ, ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ກົດ​ລະບຽບ​ຂອງ​ກອງທັບ, ມະຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ແລະ ນິຕິ​ກຳ​ກົມ​ກອງ ທັງ​ໄດ້​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ​ມູນເຊື້ອ​ຢູ່ 10 ໝູ່​ບ້ານ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຈັດ​​ຕັ້ງ​ກຳລັງ​ສາລະ​ເວ​ປ້ອງ​ກັນ​ໃນ​ວັນ​ສຳຄັນ​ຂອງ​ຊາດ,ຂອງ​ພັກ,ຂອງ​ກອງທັບ ເຮັດ​ໃຫ້​ຂອບ​ເຂດ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ ພ້ອມ​ນັ້ນ​ກໍ​ໄດ້​ປະຕິບັດ​ແຜນການ​ກຽມພ້ອມ​ສູ້​ຮົບ ຕິດ​ແໜ້ນ​ກັບ​ການ​ປັບປຸງ-ກໍ່ສ້າງ​ພັກ ຕາມ 5 ຫຼັກການ 3 ທິດ​ນຳ ພ້ອມ​ທັງ​ຊຸກຍູ້ ຄະນະ​ພັກ​ຮາກ​ຖານ ປະຕິບັດ​ແຜນການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ແລະ ສຸມ​ໃສ່​ຄຸ້ມ​ຄອງ,ກວດກາ​ງົບປະມານ​ລາຍ​ຮັບ-ລາຍ​ຈ່າຍ, ເຄື່ອງ​ອຸປະໂພກ-ບໍລິໂພກ, ນ້ຳມັນ​ເຊື້ອ​ໄຟ​ຕາມ​ຫຼັກການ​ໂປ່ງ ​ໃສ, ຊັດ​ເຈນ, ຮັບປະກັນ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່ ແລະ ເຝິກແອບ​ຮ່ຳຮຽນ ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ບົວລະບັດ​ຜັດ​ເຊັດ, ສ້ອມແປງ ແລະ ນຳ​ໃຊ້​ພາຫະນະ-ເຕັກນິກ, ອາວຸດ-ກະສຸນ​ຕາມ​ຂໍ້​ກຳນົດ​ຂອງ​ຂັ້ນ​ເທິງ, ເພື່ອ​ຕອບ​ສະໜອງ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ, ຮັບ​ໃຊ້​ສູ້​ຮົບ ແລະ ເຝິກແອບ​ຮ່ຳຮຽນ​ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ກໍ​ຄື​ແຜນການ​ກົມ​ກອງ. ໃນ​ພິທີ ຍັງ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ໃສ່​ບົດ​ສະຫຼຸບ ແລະ ແຜນການ​ຕໍ່ໜ້າ​ຢ່າງ​ມີ​ເນື້ອ​ໃນ​ຄົບ​ຖ້ວນ. ໂດຍ: ອະ​ວິ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ