
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຊຸດອົບຮົມ-ຫັດແອບໃຫ້ທະຫານໃໝ່ ປະຈຳປີ 2025
ເວລາອອກຂ່າວ: 2025-02-17 09:26:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 672 | ຄວາມນິຍົມ:
ວັນທີ 11 ກຸມພາ 2025 ນີ້, ໂຮງຮຽນທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຊຸດອົບຮົມ-ຫັດແອບການເມືອງ-ການທະຫານ ແລະ ພະລາທິການ-ເຕັກ
ນິກ ໃຫ້ແກ່ທະຫານໃໝ່ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປິ່ນແກ້ວ ປະອິນພອນ ຮອງຫົວໜ້າການທະຫານ ກອງບັນຊາການທະ
ຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງ, ພະແນກການ, ຄະນະພັກ-ຄະນະອຳນວຍການ, ພະນັກງານ-ຄູອາຈານ ແລະ ພ້ອມດ້ວຍ ທະຫານໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ສະໝານ ມີສີປະເສີດ ຮອງຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ຜ່ານແຜນການອົບຮົມ-ຫັດແອບໃຫ້ແກ່ທະຫານໃໝ່ ປະຈຳປີ 2025 ໂດຍປະຕິບັດຕາມໂຄງການຫຼັກສູດອົບຮົມ-ຫັດແອບທະຫານໃໝ່ ລະບົບ 3 ເດືອນ ທີ່ໄດ້ຜ່ານອະນຸມັດຈາກກອງບັນຊາການທະຫານແຂວງຊຽງຂວາງ. ໃນນີ້, ມີຈຳນວນພົນເຂົ້າຮ່ວມອົບຮົມ-ຫັດແອບທັງໝົດ 54 ສະຫາຍ, ແຜນການອົບຮົມ-ຫັດແອບ ໄດ້ແບ່ງອອກເປັນ 3 ພາກ ຄື: ພາກການເມືອງ 10 ວັນ ເທົ່າກັບ 70 ຊົ່ວໂມງ, ພາກການທະຫານ 45 ວັນ ເທົ່າກັບ 315 ຊົ່ວໂມງ, ພາກພະລາທິການ-ເຕັກນິກ 5 ວັນ ເທົ່າກັບ 35 ຊົ່ວໂມງ. ທັງນີ້, ກໍເພື່ອເປັນການຍົກລະດັບໃຫ້ພົນທະຫານໃໝ່ ມີຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ, ຮັບປະກັນໃຫ້ເຂົາເຈົ້າເຄື່ອນໄຫວເຮັດໜ້າທີ່ໃນການກຽມພ້ອມສູ້ຮົບ, ຮູ້ນຳໃຊ້ອາວຸດ-ຍຸດໂທປະກອນ ໃຫ້ມີຄວາມຊຳນິຊຳນານ, ຮັບຮູ້ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ດ້ານພະລາທິການອົບຮົມໃຫ້ຮູ້ການເພີ່ມພູນຜະລິດຜົນ ແກ້ໄຂ້ຊີວິດການເປັນຢູ່ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມຄາດໝາຍ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ແລະ ຫຼັກການ 5 ເຕັກນິກຂອງແພດ ເພື່ອຮັບປະກັນໃນເວລາປະຕິບັດໜ້າທີ່ຕົວຈິງໃນຕໍ່ໜ້າ.
ໂດຍ: ສົມຮັກ ຈັນທະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ