ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດເລື່ອນຊັ້ນ ນາຍທະຫານຢູ່ທະຫານ ແຂວງ ໄຊຍະບູລີ
ເວລາອອກຂ່າວ: 2019-07-05 08:21:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:



ພິທີປະກາດການເລື່ອນຊັ້ນ-ທຽບຊັ້ນໃຫ້ນາຍທະຫານຢູ່ກອງ ບັນຊາການທະຫານ ແຂວງໄຊຍະ ບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 3 ກໍລະກົດ 2019 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັຊາ 5 ຫ້ອງ, ພະນັກງານຫຼັກແຫຼ່ງກົມກອງ ອ້ອມຂ້າງທີ່ຂຶ້ນກັບ ພ້ອມດ້ວຍ ນາຍທະຫານທີ່ໄດ້ຮັບການເລື່ອນ ຊັ້ນ-ທຽບຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ລິດໄຊຍະ ຜາແກ້ວ ຮອງຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ ຕົກລົງຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍການເລື່ອນຊັ້ນ- ທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງໄຊຍະ ບູລີ ຈຳນວນ 153 ສະຫາຍ ອີງ ຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ ທີ່ລະບຸໄວ້ໃນ ໝວດທີ 3 ມາດຕາ 17 ແລະ ທີ 18 ກ່ຽວກັບການປະຕິບັດນະໂຍບາຍຕໍ່ນາຍທະຫານທີ່ມີຜົນງານດີເດັ່ນ ມີມາດຖານເງື່ອນໄຂຄົບຖ້ວນ ແລະ ຮອດກຳນົດການເລື່ອນຊັ້ນ, ໃນນິ້ເລື່ອນຊັ້ນ-ທຽບຊັ້ນຮ້ອຍ ເອກຂຶ້ນພັນຕີ 22 ສະຫາຍ, ເລື່ອນ ຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 30 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນ ຮ້ອຍໂທ 9 ສະຫາຍ, ເລື່ອນຊັ້ນ ວາທີຂຶ້ນຮ້ອຍຕີ 74 ສະຫາຍ, ທຽບຊັ້ນວິຊາສະເພາະຊັ້ນສູງ- ປະລິນຍາຕີໄດ້ຊັ້ນຮ້ອຍໂທ 15 ສະຫາຍ ແລະ ທຽບຊັ້ນວິຊາສະ ເພາະ ຊັ້ນກາງໄດ້ຊັ້ນຮ້ອຍຕີ 3 ສະຫາຍ. ໂອກາດນີ້ ສະຫາຍ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງໄຊຍະບູລີ ກໍໄດ້ມີຄໍາ ເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນຊີ້ ໃຫ້ເຫັນວ່າການປະກາດການ ເລື່ອນຊັ້ນ-ທຽບຊັ້ນຢູ່ກອງບັນ ຊາການທະຫານ ແຂວງ ໄຊຍະບູລີ ໃນຄັ້ງນີ້ແມ່ນຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ສະນັ້ນສຳລັບຜູ້ທີ່ ໄດ້ຮັບການເລື່ອນຊັ້ນໃໝ່ຕ້ອງ ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງຂອງຕົນເປັນ ແບບຢ່າງທີ່ດີໃນການເຄື່ອນໄຫວ ເຮັດໜ້າທີ່ ແລະການດຳລົງຊີວິດທີ່ປອດໃສຂາວສະອາດ ພ້ອມກັນ ເສີມຂະຫຍາຍຄວາມຮັບຜິດຊອບຄວາມສາມັກຄີໃນໝູ່ຄະນະໃຫ້ ເລິກເຊິ່ງ ມີແບບແຜນວິທີເຮັດ ວຽກແບບແຜນນຳພາທີ່ດີເຮັດ ວຽກມີຫຼັກການລວມສູນປະຊາ ທິປະໄຕ ແລະ ມີວິທະຍາສາດ ພ້ອມກັນສືບຕໍ່ນຳພາກົມກອງເຮັດ ສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ມີປະສິດທິພາບສູງ. ຂ່າວ ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ