ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ປະກາດການແຕ່ງຕັ້ງຄະນະພັກ-ຄະນະບັນຊາ ໂຮງຮຽນຂັບຂີ່ 404
ເວລາອອກຂ່າວ: 2025-02-11 15:13:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1147 | ຄວາມນິຍົມ:



ວັນທີ 11 ກຸມພາ 2025 ນີ້, ຢູ່ທີ່ໂຮງຮຽນຂັບຂີ່ 404 ໄດ້ມີພິທີ ປະກາດການແຕ່ງຕັ້ງ ຄະນະພັກ-ຄະນະບັນຊາ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ກຳມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ອຸດົມ ລານທອງສິນ ຮອງຫົວໜ້າກົມຄຸ້ມຄອງລົດ-ເຮືອ, ມີບັນດາຜູ້ຕາງໜ້າພະແນກການຈາກກົມໃຫຍ່, ຄະນະພັກ-ຄະນະອຳນວຍການໂຮງຮຽນ ຕະຫຼອດຮອດພະນັກງານ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ວຽງນາກ ວິລະວົງ ຫົວໜ້າພະແນກພະນັກງານ ກົມໃຫຍ່ເຕັກນິກກອງທັບ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງອຳນວຍການຮັບຜິດຊອບວຽກງານການເມືອງໂຮງຮຽນຂັບຂີ່ 404 ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ແສງຄຳ ທະວີໄຊ ເປັນຮອງອຳນວຍການ ຮັບຜິດຊອບວຽກງານການເມືອງ ທັງເປັນຫົວໜ້າພະແນກການເມືອງ ໂຮງຮຽນຂັບຂີ່ 404. ຈາກນັ້ນ, ສະຫາຍ ພັນໂທ ຈັນທະວີ ພົງສຸທິ ຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາ, ກຳມະການຄະນະພັກຮາກຖານ ໂຮງຮຽນຂັບຂີ່ 404, ຄະນະພັກກົມໃຫຍ່ເຕັກນິກ ຕົກລົງ ບົ່ງຕົວປ່ຽນແທນຮອງເລຂາ, ກຳມະການຄະນະພັກຮາກຖານ ໂຮງຮຽນ ຂັບຂີ່ 404 ລະອຽດຄື: ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ແສງຄໍາ ທະວີໄຊ ຮອງອໍານວຍການ ຫົວໜ້າພະແນກການເມືອງ ເປັນຮອງເລຂາ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ສຸລິນາດ ຂັນທະວີໄຊ ຫົວໜ້າພະແນກເຕັກນິກ ເປັນກຳມະການໂຄສະນາ-ອົບຮົມ. ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ກົມກອງສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສຶບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບແຕ່ລະຂັ້ນ ມີຄວາມອຸ່ນອຽນທຸ່ນທ່ຽງ, ໜັກແໜ້ນທາງດ້ານການເມືອງ ຕິດພັກກັບການກໍ່ສ້າງພັກ-ພະນັກງານຕາມການມອບໝາຍ, ກຳແໜ້ນເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ ລວມໄປເຖິງບັນຂໍ້ກຳນົດ, ກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ປັບປຸງລະບອບແບບແຜນວິທີເຮັດວຽກເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນລະອຽດຈະແຈ້ງ, ເພີ່ມທະວີຄວາມສາມັກຄີໃນໝູ່ຄະນະໃຫ້ເປັນປຶກແຜ່ນ ແໜ້ນໜາ ເພື່ອເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ