
ສູນເສຍອົງຄະພິເສດ 790 ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024
ເວລາອອກຂ່າວ: 2025-02-11 15:03:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1122 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກງານຮອດດ້ານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ຂອງສູນເສຍອົງຄະພິເສດ 790 ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາສູນເສຍອົງຄະພິເສດ 790, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ໂອ່ຍຄໍາ ປານດາທອງ ຫົວໜ້າການທະຫານ ສູນເສຍອົງຄະພິເສດ 790 ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໃນໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ມະຕິ, ຄໍາສັ່ງ ຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍຖືເອົາການດໍາເນີນຊີວິດການເມືອງເປັນປົກກະຕິ ກໍຄືການເຂົ້າຮ່ວມຮັບຟັງປາຖະກະຖາມູນເຊື້ອວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບ ຕິດພັນກັບການຫັນລົງກໍ່ສ້າງຮາກຖານຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ ແລະ ເຮັດສໍາເລັດໜ້າທີ່ວິຊາສະເພາະເປັນຢ່າງດີ, ໄດ້ເປີດອົບຮົມ-ຫັດແອບວຽກງານການທະຫານ, ວຽກງານກິລາກາຍະກຳ ເພື່ອໃຫ້ກົມກອງ ມີຂະບວນການຟົດຟືນ, ໄດ້ຮັບສະມາຊິກພັກສຳຮອງເລື່ອນຂຶ້ນສົມບູນ 7 ສະຫາຍ, ຍິງ 4 ສະຫາຍ, ສະເໜີຂັ້ນເທິງອະນຸມັດມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນເອກະສານພັກ 6 ສະຫາຍ, ຍິງ 5 ສະຫາຍ, ສະເໜີເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ພະນັກງານ-ນັກຮົບ ທັງໝົດ 7 ສະຫາຍ, ສະເໜີຍົກຂັ້ນເງິນເດືອນໃຫ້ພະນັກງານ 2 ສະຫາຍ, ສະເໜີເງິນອຸດໜູນໜ້າທີ່ໃຫ້ພະນັກງານ 4 ສະຫາຍ ພ້ອມນັ້ນ, ໄດ້ປະຕິບັດວຽກງານນະໂຍບາຍຕໍ່ຜູ້ທີ່ເສຍອົງຄະພິເສດ, ພະນັກງານປະຕິວັດອາວຸໂສບຳນານ ແລະ ພະນັກງານ-ນັກຮົບພາຍໃນກົມກອງເວລາເຈັບເປັນ ທັງຊຸກຍູ້ດ້ານວຽກງານຂະບວນການອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ເຄື່ອນໄຫວຕາມພາລະບົດບາດ ໃນການເຂົ້າຮ່ວມຂະບວນການອອກແຮງງານ, ກິລາ, ສິລະປະ-ວັນນະຄະດີ ຢູ່ພາຍໃນກົມກອງ ແລະ ຂັ້ນເທິງຈັດຂຶ້ນ ຄຽງຄູ່ກັນນັ້ນ, ຍັງໄດ້ຊຸກຍູ້ພະນັກງານ-ນັກຮົບ ປູກຝັງ-ລ້ຽງສັດ ສ້າງລາຍຮັບເຂົ້າຄອບຄົວ ແລະ ກົມກອງ ໃຫ້ນັບມື້ດີຂຶ້ນ ໃນນີ້,ໄດ້ປູກຕົ້ນໄມ້ກິນໝາກ 70 ຕົ້ນ,ປູກພືດຜັກປະເພດຕ່າງໆ ເກັບກູ້ໄດ້ 245 ກິໂລກຣາມ, ປູກສາລີ 2 ໄລ່ ເກັບກູ້ໄດ້ 135 ກິໂລກຣາມ ເປັນເງິນ 1.375.000 ກີບ, ລ້ຽງງົວ 7 ໂຕ, ຂາຍ 1 ໂຕ ເປັນເງິນ 5.250.000 ກີບ, ມີໜອງປາ 3 ໜອງ ປ່ອຍປາທັງໝົດ 23.000 ໂຕ, ລ້ຽງໝູ 4 ໂຕ ແລະ ລ້ຽງກົບ 700 ໂຕ.
ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ຂອງກະຊວງປ້ອງກັນປະເທດ ແລະ ໃບຍ້ອງຍໍ ຂອງກົມໃຫຍ່ການເມືອງກອງທັບໃຫ້ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປັບປຸງກໍ່ສ້າງກົມກອງ ຕະຫຼອດໄລຍະ 5 ປີຜ່ານມາ ໃນນັ້ນ, ມອບຫຼຽນໄຊ ພິລະອາດຫານ ຊັ້ນ II ຈໍານວນ 2 ສະຫາຍ, ມອບຫຼຽນໄຊພິລະອາດຫານ ຊັ້ນ III ຈໍານວນ ສະຫາຍ 6 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 4 ສະຫາຍ,ໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ 4 ສະຫາຍ. ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍສິບ ໃນນັ້ນ, ເລື່ອນຊັ້ນສິບເອກ ຂຶ້ນ ວາທີ 1 ສະຫາຍ ແລະ ປະກາດການອະນຸມັດໃຫ້ທະຫານພັນທະເຂົ້າເປັນທະຫານອາຊີບ ຈໍານວນ 2 ສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ