
ຄະນະພັກ ກອງພົນທີ 1 ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ
ເວລາອອກຂ່າວ: 2025-02-11 10:59:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 995 | ຄວາມນິຍົມ:
ວັນທີ 11 ກຸມພາ 2025 ນີ້, ຄະນະພັກ-ຄະນະບັນຊາ ກອງພົນທີ 1 ໄດ້ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອໄຫວ້ອາໄລເຖິງດວງວິນຍານ ຂອງພະນັກງານ-ນັກຮົບປະຕິວັດ ເນື່ອງໃນໂອກາດວັນສ້າງຕັ້ງກອງພົນທີ 1 ຄົບຮອບ 40 ປີ ເຊິ່ງນໍາພາໂດຍ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1 ພ້ອມດ້ວຍຄະນະ, ມີບັນດາຄະນະພັກ ອົງການປົກຄອງເມືອງວັງວຽງ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.
ການວາງພວງມາລາໃນຄັ້ງນີ້, ເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ລະນຶກເຖິງຜົນງານ, ຄຸນງາມຄວາມດີ, ມູນເຊື້ອອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ ຂອງພະນັກງານ-ນັກຮົບ ທີ່ໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດອິນຊີ ເພື່ອພາລະກິດປະຕິວັດໃນການຕໍ່ສູ້ປາບປາມ, ທຳລາຍ, ຂັບໄລ່ກຸ່ມຄົນບໍ່ຫວັງດີທີ່ມາຮຸກຮານລາວ ແລະ ການເສຍສະຫຼະຊີວິດໃນການແກ້ໄຂໜໍ່ແໜງຄວາມບໍ່ສະຫງົບທີ່ກົມກອງຮັບຜິດຊອບ ເພື່ອປົກປັກຮັກສາເຂດນ້ຳແດນດິນ, ປົກປ້ອງປິຕິພູມທີ່ແສນຮັກຂອງຕົນ ດ້ວຍຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ ດ້ວຍມານະຈິດອົດທົນຜ່ານຜ່າຄວາມຫຍຸ້ງຍາກນານາປະການ, ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ໂດຍພາຍໃຕ້ການນຳພາຂອງພັກ ບົນເສັ້ນທາງຂອງການປະຕິວັດ ຂອງພະນັກງານ-ນັກຮົບປະຕິວັດ ປະຊາຊົນລາວ ກໍຄືພະນັກງານ-ນັກຮົບກອງພົນທີ 1 ທີ່ໄດ້ຢຶດໝັ້ນອຸດົມການປະຕິວັດສັງຄົມນິຍົມຢ່າງສຸດໃຈ, ທຸກສິ່ງຢ່າງແມ່ນເພື່ອຊາດ, ເພື່ອປະຊາຊົນຢ່າງແທ້ຈິງ.
ນໍ້າໃຈພິລະອາດຫານ, ຄວາມເສຍສະຫຼະ ແລະ ຄຸນງາມຄວາມດີ ຂອງພະນັກງານບນັກຮົບປະຕິວັດ ກອງພົນທີ 1 ໄດ້ກາຍເປັນຂີດໝາຍປະຫວັດສາດສຳຄັນໃນພາລະກິດປະຫວັດສາດ ແຫ່ງການປະຕິວັດຊາດປະຊາທິປະໄຕ ທັງໝົດນັ້ນ ແມ່ນນຳເອົາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ຮູ້ເຖິງບຸນຄຸນ ແລະ ຄຸນງາມຄວາມດີ ແລະ ມູນເຊື້ອອັນສະຫງ່າງາມ ຈົດຈໍາໄວ້ຢ່າງບໍ່ມີວັນຫຼົງລືມ ຕະຫຼອດໄປ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ