
ໝາກຜົນການນຳພາຂອງຄະນະພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2025-02-11 09:01:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3638 | ຄວາມນິຍົມ:
ອີງໃສບົດສະຫຼຸບການນຳ ພາຂອງຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ທີ່ສະເໜີໂດຍ ສະຫາຍ ພັນເອກ ຄຳແພນ ວິລື້ທຳ ກຳມະ ການພັກແຂວງ, ຮອງເລຂາຄະ ນະພັກ, ຫົວໜ້າການທະຫານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ 14 ສະ ໄໝທີ V ໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າທີ່ຄວນເສີມຂະຫຍາຍ ແລະ ດ້ານອ່ອນທີ່ຄວນຫາວິທີ່ທາງແກ້ໄຂໃນຕໍ່ໜ້າ. ເຊິ່ງຜ່ານມາຄະນະພັກ-ຄະນະບັນຊາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນສຳຄັນ ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບໂດຍການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະ ບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ສ້າງບ້ານປ້ອງກັນຊາດເຂັ້ມແຂງ ແລະ ກຸ່ມບ້ານພັດທະນາຕິດພັນກັບການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນໃນການໄປມາຄ້າຂາຍ ແລະ ແລກປ່ຽນສິນຄ້າເຊິ່ງກັນ ແລະ ກັນ ໂດຍການສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ໂດຍສະເພາະບ້ານທີ່ຢູ່ລຽບຕາມຊາຍແດນ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ຫຼຸດລົງເທື່ອລະກ້າວ.
ພ້ອມນັ້ນ, ຍັງໄດ້ຕິດຕາມກຳແໜ້ນສະພາບການເຄື່ອນໄຫວບັນດາເປົ້າໝາຍຈຸດຫຼໍ່ແຫຼມ ໂດຍການຈັດຕັ້ງກຳລັງອອກເຄື່ອນໄຫວສາລະເວໃນຂອບເຂດຄວາມຮັບຜິດຊອບຂອງຕົນເປັນປົກກະຕິຕໍ່ເນື່ອງ ໄປສົມຄູ່ກັບການອົບຮົມ-ຫັດແອບສ້ອມຮົບປະສານສຽງແຕກ ແລະ ນຳພາ-ຊີ້ນຳແຕ່ລະກົມກອງຮາກຖານຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບໃຫ້ເຂັ້ມງວດ, ຈັດຕັ້ງລະບົບປະຈຳການ 3 ຂັ້ນ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແມ່ນໄດ້ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຕັ້ງໜ້າ ເປັນຕົ້ນແມ່ນ ການພົວພັນຮ່ວມມືກັບປະເທດ ເພື່ອນມິດຍຸດທະສາດ ສສ ຫວຽດ ນາມ ແລະ ພົວພັນປະສານສົມ ທົບກັບປະເທດໄກ້ຄຽງດ້ານຊາຍແດນຕາເວັນຕົກ ເພື່ອສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆຕາມແນວຊາຍແດນເຮັດໃຫ້ຊາຍແດນມີຄວາມເປັນລະບຽບຮຽບຮ້ອຍສັງຄົມມີຄວາມສະຫງົບ.
ວຽກງານອົບຮົມ-ຫັດແອບ ໄດ້ປະຕິບັດຕາມຄຳສັ່ງຂອງກົມ ໃຫຍ່ເສນາທິການກອງທັບ ຈັດ ຕັ້ງກຳລັງອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິ ການ-ເຕັກນິກ ແລະ ເຫຼົ່າຮົບວິ ຊາສະເພາະໃຫ້ບັນດາອົງການ ຂັ້ນຫ້ອງ, ກອງບັນຊາການທະ ຫານເມືອງ, ກອງພັນ ແລະ ກອງ ຮ້ອຍທະຫານຊາຍແດນ ພ້ອມນັ້ນຍັງໄດ້ຊີ້ນຳພະແນກການທີ່ ກ່ຽວຂ້ອງ ແລະ ໂຮງຮຽນການ ທະຫານທ້ອງຖິ່ນ ເປີດຮຽນບຳ ລຸງ-ກໍ່ສ້າງນາຍສິບໃນແຕ່ລະຊຸດ ແລະ ອົບຮົມທະຫານໃໝ່ໄລຍະ 3 ເດືອນ, ອົບຮົມໃຫ້ກອງຫຼອນ-ກຳລັງປ້ອງກັນຕົວ ຕາມທິດຊີ້ນຳຂອງກົມໃຫຍ່ເສ ນາທິການກອງທັບວາງອອກ ຢ່າງເຂັ້ມງວດ. ຂົງເຂດວຽກ ງານໂຄສະນາອົບຮົມແມ່ນຍິ່ງຈຳເປັນໃນການສ້າງນັກຮົບ ວັດທະນະທຳ-ກົມກອງວັດທະ ນະທຳ ແລະ ການນຳສະເໜີຂໍ້ ມູນຂ່າວສານຜ່ານໜັງສືພິມກອງ ທັບ, ໂທລະພາບກອງທັບ, ວິທະຍຸກະຈ່າຍສຽງກອງທັບ ແລະ ສື່ອອນລາຍ ສາມາດຕອບສະໜອງໄດ້ກັບໜ້າທີ່ການເມືອງໃນໄລຍະໃໝ່ ເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຂໍ້ມູນຂ່າວສານອັນໃໝ່ຖືກ ຕ້ອງຕາມຄວາມຈິງ.
ສະຫາຍ ພັນເອກ ຄຳແພນ ວິລື້ທຳ ຍັງໃຫ້ຮູ້ຕື່ມອີກວ່າ: ໄປຄຽງຄູ່ກັບວຽກງານທີ່ກ່າວມາຂ້າງເທິ່ງນັ້ນຍັງໄດ້ສຸມໃສ່ວຽກງານຮັບປະກັນພະລາທິການ-ເຕັກນິກ ໃນນັ້ນໄດ້ບຸກເບີກເນື້ອ ທີ່ປູກເຂົ້ານາປີ ຈຳນວນ 10 ເຮັກຕ່າເກັບກູ້ໄດ້ 27 ໂຕນ, ກໍ່ສ້າງເຮືອນຮົ່ມປູກພືດຜັກ 35 ຫຼັງ ປູກພືດຜັກຊະນິດຕ່າງໆຕາມລະດູການ ເກັບກູ້ໄດ້ 40 ກວ່າໂຕນ, ບຸກເບີກເນື້ອທີ່ປູກຢາງພາລາເພີ່ມອີກ 10.000 ກວ່າຕົ້ນ, ມີງົວລ້ຽງ 737 ໂຕ, ໝູ 99 ໂຕ, ແບ້ 280 ໂຕ, ສັດປີກ 3.700 ກວ່າໂຕ, ມີໜອງປາ 47 ໜອງ ປ່ອຍປາແລ້ວ 45.000 ໂຕ, ລ້ຽງກົບ 35 ອ່າງ ໃນຈຳນວນ 23.000 ໂຕ; ເອົາໃຈໃສ່ຊີ້ນຳຂະແໜງເຕັກນິກ ບົວລະບັດຜັດເຊັດ ແລະ ສ້ອມແປງພາຫະນະເຕັກນິກອາ ວຸດລູກກະສຸນ ແລະ ເບີກຈ່າຍໃຫ້ບັນດາກົມກອງຮາກຖານຕາມແຜນການທີ່ຂັ້ນເທິ່ງກຳນົດ, ໃນໄລຍະຜ່ານມາໄດ້ຮັບເຄື່ອງອາໄຫຼ່ລົດຈາກຂັ້ນເທິງ 14 ລາຍການ ລວມມູນຄ່າ 321 ລ້ານກວ່າກີບ, ເບີກຈ່າຍອາໄຫຼ່ລົດໃຫ້ບັນດາກົມກອງຂຶ້ນກັບ 19 ລາຍການ ລວມມູນຄ່າ 80 ລ້ານກວ່າກີບ, ສ້ອມແປງລົດຂັ້ນເບົາໄດ້ 5 ຄັນ ໃນມູນຄ່າການສ້ອມແປງ 37 ລ້ານກີບ, ສ້ອມແປງຂັ້ນກາງໄດ້ 1 ຄັນ ໃນມູນຄ່າການສ້ອມແປງ 14 ລ້ານກວ່າກີບ, ສ້ອມແປງລົດທີ່ບໍ່ໄດ້ໄລ່ມູນຄ່າ 10 ຄັນ, ສ້ອມແປງລົດ-ເຮືອລາດຕະເວັນນອກສະຖານທີ່ໄດ້ 2 ຄັ້ງ ແລະ ການບໍລິການສ້ອມແປງອື່ນໆ ສັງລວມແລ້ວໃນ 1 ປີຜ່ານມາກອງບັນຊາການທະຫານແຂວງບໍລິຄຳໄຊສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການຕ່າງໆໄດ້ທັງໝົດ 3 ຕື້ກວ່າກີບ ໂດຍທຶນຮອນດັ່ງກ່າວບວກກັບງົບປະມານທີ່ຂັ້ນເທິງສະໜອງໃຫ້ແມ່ນໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງເປັນຕົ້ນແມ່ນປັບປຸງກໍ່ສ້າງຄ້າຍຄູໃຫ້ແໜ້ນໜາຖາວອນ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ