
ກອງພັນໃຫຍ່ 279 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-02-11 08:56:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3777 | ຄວາມນິຍົມ:
ວັນທີ 5 ກຸມພາ 2025 ນີ້, ກອງພັນໃຫຍ່ 279 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະແນກການ, ກອງພັນ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີພອນ ມ້າວເມືອງໄຊ ຫົວໜ້າພະແນກບໍລິຫານ-ສັງລວມ ກອງພັນໃຫຍ່ 279 ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານ
ມາ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນປົກກະຕິ ຈັດຕັ້ງເຜີຍແຜ່ບັນດາເອກະສານສຳຄັນຕ່າງໆ ຂອງພັກ-ລັດ ຂອງກອງທັບ, ເຊື່ອມຊຶມບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ແລະ V ຂອງອົງ
ຄະນະພັກ ກອງພັນໃຫຍ່ 279 ເພື່ອເຮັດໃຫ້ພະນັກງານ-ນັກຮົບ ທົ່ວກົມກອງໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ-ລັດ ມີແນວຄິດການເມືອງທີ່ໜັກແໜ້ນອຸ່ນອຽນທຸ່ນທ່ຽງເຮັດສຳເລັດໜ້າທີ່ຕາມການມອບໝາຍ. ນອກນັ້ນ, ຍັງຈັດຕັ້ງນຳພາກຳລັງລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ຢູ່ຂອບເຂດກົມກອງຮັບຜິດຊອບ ຜ່ານການຈັດຕັ້ງຕົວຈິງເຫັນວ່າ ອຳນາດການປົກຄອງ ແລະ ປະຊາຊົນໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ, ວຽກງານກຽມພ້ອມສູ້ຮົບໄດ້ຊີ້ນຳແຕ່ລະກົມກອງໄດ້ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງໃນແຕ່ລະພາວະຕາມຄຳສັ່ງຂອງຂັ້ນເທິ່ງຢ່າງເຂັ້ມງວດ. ນອກນັ້ນ, ກົມກອງຈັດຕັ້ງກຳລັງປ້ອງກັນເວນຍາມທີ່ຕັ້ງຍຸດທະສາດສຳຄັນຕ່າງໆ ໂດຍສະເພາະແມ່ນສຳນັກງານອົງການ ການນຳພັກ-ລັດ, ສຳນັກງານກະຊວງປ້ອງກັນປະເທດ, ສາງຄັງ, ອັນທີ່ພົ້ນເດັ່ນ ແມ່ນກອງປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, 15 ຄັ້ງ ມີ 1500 ແຮງງານ, ປ້ອງກັນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ 7 ຄັ້ງ. ນອກນັ້ນ, ຍັງໄດ້ປ້ອງກັນຕາມຈຸດຕ່າງໆຕາມຄຳສັ່ງຂອງຂັ້ນເທິງ ແຕ່ລະຈຸດຮັບປະກັນໄດ້ຄວາມສະຫງົບປອດໄພ 100%, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານພັກ ໃນ 1 ປີ ຜ່ານມາ
ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ເຮັດວຽກງານປັບປຸງກໍ່ສ້າງພັກທົ່ວກອງພັນໃຫຍ່ໃຫ້ມີໝາກຜົນທາງດ້ານປະລິມານ ແລະ ຄຸນນະພາບ ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ພ້ອມທັງສຳເລັດກອງປະຊຸມ ໃຫຍ່ຄັ້ງ V, ສຳເລັດປະກາດຮັບຮອງເອົາຄະນະພັກຮາກຖານ ຈຳນວນ 12 ໜ່ວຍ ແລະ ຮັບຮອງເອົາຄະນະບໍລິຫານງານ ກອງພັນໃຫຍ່ 279 ສະໄໝທີ V, ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ຈຳນວນ 28 ໜ່ວຍພັກ, ວຽກງານພະນັກງານ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານທັງ 3 ລຸ້ນ (ຫຼັກແຫຼ່ງ, ປ່ຽນແທນ ແລະ ສຶບທອດ) ໃນນັ້ນ, ໄດ້ແຜນຂໍທືນນຳຂັ້ນເທິງໄປບຳລຸງ, ກໍ່ສ້າງຢູ່ພາຍໃນ-ຕ່າງປະເທດ ແລະ ກໍ່ສ້າງກັບທີ່ ເຮັດໃຫ້ພະນັກງານ-ນັກຮົບມີຄວາມຮູ້ຄວາມສາມາດ ເປັນພະນັກງານນຳພາ-ບັນຊາສຶບທອດປ່ຽນແທນຂອງກົມກອງ, ວຽກງານແກ້ໄຂຊີວິດການເປັນຢູ່ ແມ່ນໄດ້ຖືເອົາການປູກຝັງ-ລ້ຽງສັດ ໃນນີ້, ທົ່ວກອງພັນໃຫຍ່ມີເນື້ອທຳການຜະລິດທັງໝົດ 5500 ຕາແມັດ, ສາມາດຕອບສະໝອງພືດຜັກໄດ້ 11.390 ກິໂລກຣາມ, ເປັນເງິນ 136.708.000 ກີບ, ກົມກອງຍັງໄດ້ປູກເຂົ້າໃນເນື້ອທີ່ 2 ເຮັກຕາ ກອງພັນ 795 ໄດ້ເຂົ້າ ຈຳນວນ 4.235 ກິໂລກຣາມ, ເປັນເງິນ 38.582.500 ກີບ, ທົ່ວກົມກອງ ມີງົວລ້ຽງ 231 ໂຕ, ຄວາຍ 30 ໂຕ, ສັດປີກ 1.500 ໂຕ, ແບ້ 40 ໂຕ, ມີໜອງປາ 12 ໜອງ ປ່ອຍປາ 41.000 ໂຕ, ລ້ຽງກົບ 15.700 ໂຕ, ສາມາດສະໜອງຊີ້ນ-ປາ ເຂົ້າເຮືອນຄົວລວມໄດ້ທັງໝົດ 3.871 ກິໂລກຣາມ, ເປັນເງິນ 232.290.000 ກີບ ທຽບໃສ່ແຜນການປະຕິບັດໄດ້ 75%, ໜ່ວຍງານນ້ຳດື່ມສາມາດຜະລິດນ້ຳດື່ມໄດ້ 18.429 ຕຸກ, ຮັບໃຊ້ກົມກອງ 2.301 ຕຸກ, ຂາຍອອກຕົວຈິງ 16.128 ຕຸກ ເປັນເງິນ 96.768.000 ກີບ, ລວມການສ້າງລາຍຮັບເຂົ້າກົມກອງຈາກການປູກຝັງ-ລ້ຽງສັດ ແລະ ບໍລິການອື່ນໆໄດ້ທັງໝົດ 615.519.000 ກີບ. ສຳລັບທິດທາງແຜນການ ປີ 2025 ຈະສູ້ຊົນໃຫ້ໄດ້ຕາມແຜນການທີ່ວາງໄວ້.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ