ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ ຜົນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຊາວ​ໜຸ່ມ ໄລຍະ 5 ປີ
ເວລາອອກຂ່າວ: 2025-02-11 08:54:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2055 | ຄວາມນິຍົມ:



ໃນ​ວັນ​ທີ 6 ກຸມພາ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ​ຜົນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຊາວ​ໜຸ່ມ​ໄລຍະ 5 ປີຜ່ານມາ ແລະ ວາງ​ທິດ​ທາງ​ແຜນການ​ໃນ​ຊຸມ​ປີ​ຕໍ່ໜ້າ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ສຸວັນນະ​ລາດ ສີ​ຫາ​ນຸນ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ ແຂວງ​ຈຳປາ​ສັກ, ມີ ສະຫາຍ ພັນ​ໂທ ໄຊ​ມຸງຄຸນ ນາ​ຄຳ ຄະນະ​ພັກ​ກອງ​ບັນຊາ​ການ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ຫ້ອງ, ພະແນກການ, ກົມ​ກອງ​ອ້ອມ​ຂ້າງ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ທະ​ນົງ​ສອນ ບໍ​ລິ​ລາດ ຮອງ​ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ຊາວ​ໜຸ່ມ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນສຳເລັດ​ການຈັດຕັ້ງ​ປະຕິບັດ​ໃນ​ໄລຍະ 5 ປີ ຜ່ານ​ມາ, ໂດຍ​ພາຍ​ໃຕ້​ການ​ນຳພາ-ຊີ້​ນຳ​ໂດຍ​ກົງ​ຮອບດ້ານ​ຂອງ​ຄະນະ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ ກໍ​ຄື ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ​ການເມືອງ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ, ໂດຍ​ປິ່ນ​ອ້ອມ​ຕາມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ອົງ​ການຈັດຕັ້ງ​ຊາວ​ໜຸ່ມ​ໄດ້​ຖື​ສຳຄັນ​ວຽກ​ງານ ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ແກ່​ພະນັກງານ​ສະມາຊິກ​ຊາວ​ໜຸ່ມ-ໄວ​ໜຸ່ມ, ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ບັນດາ​ເອກະສານ​ມູນເຊື້ອ​ວັນ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ນິຕິ​ກຳ, ມະຕິ, ຄຳ​ສັ່ງ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ກົດ​ລະບຽບ​ຂອງ​ຊາວ​ໜຸ່ມ ແລະ ລັດ​ທະ​ທຳ​ມະນູນ, ຂໍ້​ກຳນົດ, ກົດ​ລະບຽບ 7 ລະບອບ 18 ວຽກ​ຂອງ​ກອງທັບ, ເອົາໃຈໃສ່​ເຄື່ອນ​ໄຫວ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເປັນ​ເຈົ້າ​ການ​ຕ້ານ ແລະ ສະກັດ​ກັ້ນ​ບັນດາ​ລ່ຽມ​ລາຍ​ຂອງ​ພວກ​ກຳລັງ​ປໍ​ລະ​ປັກ, ເອົາໃຈໃສ່​ຊຸກຍູ້ ແລະ ເຂົ້າ​ຮ່ວມ​ຂະ​ບວນ​ການ​ອົບຮົມ-ຫັດ​ແອບ​ຮ່ຳຮຽນ ຕາມ​ມະຕິ, ຄຳ​ສັ່ງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ຕາມ​ແຜນການ​ຂອງ​ກອງ​ບັນຊາ​ການ ກໍ​ຄື​ຫ້ອງ​ເສນາ​ທິ​ການ​ວາງ​ອອກ, ເຄື່ອນ​ໄຫວ​ຂະ​ບວນ​ການ​ອອກແຮງ​ງານ​ດ້ານ​ຕ່າງໆ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ ແລະ ປະກອບສ່ວນ​ຂະ​ບວນ​ການ​ລວມ​ຂອງ​ແຂວງ. ຈາກ​ນັ້ນ, ຍັງ​ໄດ້​ເຄື່ອນ​ໄຫວ​ດ້ານ​ຂະ​ບວນ​ການ​ກິລາ​ສິລະ​ປະ-ວັນນະຄະດີ, ດ້ານ​ວຽກ​ງານ​ການຈັດຕັ້ງ​ຊາວ​ໜຸ່ມ, ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ມີ​ໜ່ວຍ​ຊາວ​ໜຸ່ມ​ທັງ​ໜົດ 60 ໜ່ວຍ, ມີ 7 ໜ່ວຍ​ຮາກ​ຖານ ມີ​ສະມາຊິກ​ຊາວ​ໜຸ່ມ​ທັງ​ໜົດ 1.635 ສະຫາຍ, ປະ​ເມີນ​ຕີ​ລາຄາ​ປະເພດ​ຂອງ​ສະມາຊິກ​ຊາວ​ໜຸ່ມ​ໃນ 5 ປີຜ່ານມາ ໄດ້​ຮັບ​ໃບຢັ້ງຢືນ​ໜ່ວຍ​ຊາວ​ໜຸ່ມ 4 ບຸກ ລວມ​ທັງ​ໝົດ ມີ 123 ໜ່ວຍ, ມີ​ສະມາຊິກ​ຊາວ​ໜຸ່ມ​ປະເພດ​ແຂງ ກວມ​ເອົາ 90%, ສະມາຊິກ​ຊາວ​ໜຸ່ມ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ອົງການ ​ການເມືອງ ຂັ້ນ​ກອງ​ບັນຊາ​ການ ແລະ ຂັ້ນ​ແຂວງ ຈຳນວນ 5.126 ໃບ, ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ, ຫຼຽນ​ກາ ຈຳນວນ 157 ໜ່ວຍ, ທິດ​ທາງ​ແຜນການ​ໃນຕໍ່ໜ້າ​ຂອງ​ວຽກ​ງານ​ຊາວ​ໜຸ່ມ​ທົ່ວ​ທະຫານ​ແຂວງ​ຈຳປາ​ສັກ ແມ່ນ​ຈະ​ໄດ້​ສຸມ​ໃສ່​ເພີ່ມ​ທະວີ​ໂຄສະນາ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ເຮັດ​ໃຫ້​ຊາວ​ໜຸ່ມ-ໄວ​ໜຸ່ມ ເຊື່ອມ​ຊຶມ, ກຳ​ແໜ້ນ ແລະ ເຂົ້າໃຈ ເພື່ອ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ບັນດາ​ມະຕິ, ຄຳ​ສັ່ງ​ຂອງ​ຄະນະ​ພັກກໍ​ຄື ຂໍ້​ກຳນົດ, ກົດ​ລະບຽບ​ຂອງ ກອງທັບ, ສືບຕໍ່​ຊຸກຍູ້​ບັນດາ​ຂະ​ບວນ​ການ​ແຂ່ງຂັນ​ຕ່າງໆ​ໃນ​ກຳລັງ​ຊາວ​ໜຸ່ມ​ໃຫ້​ມີ​ບັນຍາກາດ ຟົດຟື້ນ​ແຂງແຮງ ແລະ ຕໍ່​ເນື່ອງ​ໃຫ້​ກາຍເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ປະຕິບັດ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ຕິດ​ພັນ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ແລະ ໜັກ​ແໜ້ນ, ຂະ​ບວນ​ການ​ກໍ່ສ້າງ​ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ, ຂະ​ບວນ​ການ​ກໍ່ສ້າງ​ກົມ​ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ ແລະ ມີ​ນ້ຳໃຈ​ປະຕິວັດ​ມີ​ຄວາມ​ຮູ້, ຄວາມ​ສາມາດ, ມີ​ຫົວຄິດ​ປະດິດ​ສ້າງ ແລະ ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ທັນ​ສະໄໝ​ຂຶ້ນ​ເທື່ອ​ລະ​ກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ