ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ເປິດ​ຊຸດ​ອົບຮົມ​ຫັດ​ແອບ​ການເມືອງ-ການ​ທະຫານ ໃຫ້​ກອງ​ຫຼອນ​ກອງຮ້ອຍ 1 ຈຸດ​ສຸ່ມ​ພັດທະນາ​ຜາ​ສັງ
ເວລາອອກຂ່າວ: 2025-02-11 08:49:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2078 | ຄວາມນິຍົມ:



ໃນ​ວັນ​ທີ 4 ກຸມພາ 2025, ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ເຟືອງ ແຂວງ​ວຽງ​ຈັນ ໄດ້​ເປີດ​ຊຸດ​ອົບຮົມ-ຫັດ​ແອບ ການ ເມືອງ-ການ​ທະຫານ ໃຫ້​ກຳລັງ​ກອງ​ຫຼອນ​ກອງຮ້ອຍ 1 ຈຸດ​ສຸມ​ພັດທະນາ​ຜາ​ສັງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ດົ່ວ​ລໍ່ ຈົ່ງ​ເຕັງ​ເຈ້ຍ​ຊ້າ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ເມືອງ​ເຟືອງ, ມີ​ສະຫາຍ ​ດຣ ແສງ​ທະວີ ນາດ​ທະ​ນົງ​ສີ ຮອງ​ຫົວໜ້າ​ຈຸດ​ສຸມ​ພັດທະນາ​ຜາ ​ສັງ, ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຊີ້​ນຳ, ອຳນາດ​ການ​ປົກ ຄອງ​ບ້ານ, ແຂກ​ທີ່​ຖືກ​ເຊີນ ພ້ອມ​ດ້ວຍ ກຳລັງ​ກອງ​ຫຼອນ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ບູນ​ນີ ໄຊ​ນະ​ວັດ ຫົວໜ້າ​ພະ​ແນກ​ເສນາ ກອງ​ບັນຊາ​ການ​ທະຫານ​ເມືອງ​ເຟືອງ ແຂວງ​ວຽງ​ຈັນ ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ​ເຟືອງ ເປີດ​ບັ້ນ​ເຝິກອົບຮົມ-ຫັດ​ແອບ ການເມືອງ-ການ​ທະຫານ ໃຫ້​ກຳລັງ​ກອງ​ຫຼອນ​ກອງຮ້ອຍ 1 ຈຸດ​ສຸມ​ພັດທະນາ​ຜາ​ສັງ ແລະ ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ ເຊິ່ງ​ເນື້ອ​ໃນ​ອົບຮົມ ແບ່ງ​ອອກ​ເປັນ 2 ພາກ​ຄື: ພາກ​ການເມືອງ ແລະ ພາກ​ການ​ທະຫານ; ພາກ​ການ ເມືອງ ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ ເອກະສານ​ຕ້ານ​ກົນອຸບາຍ​ຫັນ ປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ, ເອກະ ສານ​ມູນເຊື້ອ​ຂອງ​ກອງທັບ​ປະຊາ ຊົນ​ລາວ, ການ​ກຳນົດ​ຄຸ້ມ​ຄອງ​ອາ ວຸດ​ລູກ​ກະສຸນ, ທີ່​ຕັ້ງ​ພາລະ​ບົດ ບາດ, ສິດ​ໜ້າທີ່​ຂອງ​ກອງ​ຫຼອນ, ພາກ​ການ​ທະຫານ ຮຽນ​ກ່ຽວ​ກັບ​ລະບຽບ, ສິລະ​ປະຍຸດ-ຍຸດທະວິທີ ລະບຽບ​ບຸກຄົນ​ເຄື່ອນ​ທີ່-ຄົງ​ທີ່, ລະບຽບ​ຮູບ​ແຖວ, ການ​ອົບຮົມ​ຄັ້ງ​ນີ້​ຈະ​ໄດ້​ດຳເນີນ​ເປັນ​ເວລາ 8 ວັນ​ຈຶ່ງ​ຈະ​ສຳເລັດ. ທັງ​ນີ້, ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ໃຫ້​ກຳລັງ​ກອງ​ຫຼອນ​ທົ່ວ ເຂດ​ຈຸດ​ສຸມ​ພັດທະນາ​ຜາ​ສັງ ໃຫ້​ກຳ​ໄດ້​ເນື້ອ​ໃນ​ທິດ​ສະ​ດີ​ຫຼັກການ ດ້ານ​ຕ່າງໆ, ທັງ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ດ້ານສິ ລະ​ປະຍຸດ-ຍຸດທະວິທີ, ລະບຽບ​ວິໄນ ໃຫ້​ມີ​ຄວາມ​ຊຳນານ ຄ່ອງ​ແຄ້ວ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່ ທີ່​ໄດ້​ຮັບ​ມອບໝາຍ ກໍ​ຄືການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຕາມ​ຂອບ​ເຂດ​ຮັບຜິດຊອບ​ຂອງ​ຕົນ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ. ໂດຍ: ວັນນະ​ເລດ ລໍ​ວັນ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ