ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ທະຫານ​ແຂວງ​ຜົ້ງ​ສາລີ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ
ເວລາອອກຂ່າວ: 2025-02-11 08:48:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2089 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມ​ນະໂຍບາຍ​ຂອງ​ພັກ-ລັດ, ກໍ​ຄື ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ທີ່​ມີ​ຕໍ່​ພະນັກງານ-ນັກຮົບ ທີ່​ເສຍ​ຊີວິດ​ໃນ​ການ​ປະກອບສ່ວນ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດ ທະນາ​ປະເທດ​ຊາດ, ໃນ​ວັນ​ທີ 4 ກຸມພາ 2025, ຢູ່​ທີ່​ຫ້ອງ​ປະຊຸມ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ພະ​ແນກ​ປະກັນ​ສັງຄົມ ຫ້ອງ​ການເມືອງ ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ​ເພັງ ແສງ​ສຸ​ລີ ຮອງ​ຫົວໜ້າ​ຫ້ອງ​ການເມືອງກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ມີ​ພະ​​​ແນກ​ການ​ທີ່​ກ່ຽວ ຂ້ອງ ແລະ ຕາງ​ໜ້າ​ຄອບຄົວ​ນາຍແລະ ພົນທະຫານ ທີ່​ເສຍ​ຊີວິດ ເຂົ້າ​ຮ່ວມ ສະຫາຍ ພັນ​ໂທ ພັນ​ໄຊ ແກ້ວ​ບຸນ​ທີ ຫົວໜ້າ​ພະ​ແນກ​ປະ ກັນ​ສັງຄົມ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ຜ່ານ​ບົດ​ບັນທຶກ​ມອບ-ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ​ຂອງ ນາຍ ແລະ ພົນທະຫານ ແລະ ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ​ລູກ ລວມ​ເປັນ​ເງິນ​ທັງ​ໝົດ 58 ລ້ານ​ກວ່າ​ກີບ. ໂດຍ: ນາງ ສຸ​ນາລີ ອຸ່ນ​ວີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ