
ທະຫານເມືອງບໍ່ແຕນ ແຂວງໄຊຍະບູລີ ເປີດຊຸດອົບຮົມ-ຫັດແອບສຶກສາວິຊາພື້ນຖານປ້ອງກັນຕົວ
ເວລາອອກຂ່າວ: 2025-02-11 08:47:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2072 | ຄວາມນິຍົມ:
ໃນທ້າຍເດືອນມັງກອນ 2025, ກອງບັນຊາການທະ ຫານເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ເປີດຊຸດອົບຮົມ-ຫັດແອບ ສຶກສາວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນ ຊັ້ນ ມ 7 ຈຳນວນ 3 ໂຮງຮຽນພາຍໃນເມືອງບໍ່ແຕນ ແຂວງ
ໄຊຍະບູລີ, ໂດຍການເປັນປະທານຂອງ ສະຫາຍ ອຸ່ນ ທຳມະວົງ ຮອງເຈົ້າເມືອງ ເມືອງບໍ່ແຕນ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ຄະນະອຳນວຍການໂຮງ ຮຽນ 3 ໂຮງຮຽນ, ຄະນະຮັບຜິດຊອບ, ຄູ-ອາຈານ, ແຂກທີ່ຖືກເຊີນ
ຕະຫຼອດຮອດ ນັກຮຽນຊັ້ນ ມ 7 ເຂົ້າຮ່ວມ.
ໂດຍປະຕິບັດຕາມແຜນການອົບຮົມ-ຫັດແອບ ຂອງກອງບັນ ຊາການທະຫານເມືອງບໍ່ແຕນ ປະຈຳປີ 2025 ວ່າດ້ວຍການ ເປີດຊຸດອົບຮົມ-ຫັດແອບ ວິຊາພື້ນຖານປ້ອງກັນຕົວໃຫ້ບັນດາໂຮງຮຽນ ພາຍໃນເມືອງບໍ່ແຕນ ແຂວງໄຊຍະບູລີ ຄື: ໂຮງຮຽນມັດທະຍົມສົມບູນບໍ່ແຕນມີໄຊ, ໂຮງຮຽນມັດທະຍົມສົມບູນນ້ຳພຸ ແລະ ໂຮງຮຽນມັດທະຍົມສົມບູນບໍ່ແຕນ; ຈຸດປະສົງເພື່ອເຮັດໃຫ້ ນັກຮຽນມີຄວາມຮັບຮູ້ເຂົ້າໃຈກ່ຽວກັບຫຼັກການພື້ນຖານ ພາກທິດສະດີ ແລະ ພາກປະຕິບັດຕົວ
ຈິງຂອງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທົ່ວປວງຊົນ, ພ້ອມທັງແນໃສ່ເຮັດໃຫ້ບັນດານັກຮຽນຊັ້ນ ມ7 ທັງ 3 ໂຮງຮຽນ ໄດ້ຮຽນຮູ້ເຖິງຄວາມ
ໝາຍຄວາມສຳຄັນຂອງວຽກງານສຶກສາປ້ອງກັນຊາດໃນໄລ ຍະໃໝ່ ເພື່ອປົກປັກຮັກສາປະເທດຊາດໃຫ້ມີຄວາມສະຫງົບປອດໄພ; ເນື້ອໃນອົບຮົມປະກອບມີ ເອກະສານມູນເຊື້ອຂອງກອງທັບປະຊາຊົນລາວ, ປະເທດລາວຄົນລາວເປັນເຈົ້າຂອງ ແລະ ນະໂຍ ບາຍຂອງພັກ-ລັດຕໍ່ຊົນເຜົ່າ, ກົດໝາຍນາຍທະຫານກອງທັບປະຊາຊົນລາວ, ຮູບແຖວພື້ນຖານຂອງກອງທັບ, ຄຸນຄ່າສະ ມັດຕະພາບການປະກອບສ້າງຂອງປືນ ອາກາແອັມ, ເຊກາເຊ, ຍຸດທະວິທີສວຍໃຊ້ພູມີປະເທດ, ຫຼັກການຍິງປືນບົດເປີດສາກປືນ ອາກາແອັມ, ຈັງຫວະຍິງປືນ ອາກາແອັມ ທ່າຢືນຍິງ, ນັ່ງຍິງ ແລະ ນອນຍິງ. ຊຸດອົບຮົມໄດ້ດຳເນີນເປັນເວລາ 5 ວັນຈຶ່ງຈະສຳເລັດ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ