
ສະຫະພັນແມ່ຍິງ ແຂວງຈຳປາສັກ ຢ້ຽມຢາມອວຍພອນ ກອງຮ້ອຍທະຫານຊາຍແດນ 519
ເວລາອອກຂ່າວ: 2025-02-11 08:46:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2076 | ຄວາມນິຍົມ:
ໃນວັນທີ 6 ກຸມພາ 2025, ສະຫາຍ ນາງ ເຕລະວັນ ແກ້ວພິລາວັນ ປະທານສະຫະພັນແມ່ນຍິງແຂວງຈຳປາສັກ, ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳ
ປາສັກ, ພະແນກສະຫະພັນແມ່ ຍິງທະຫານແຂວງຈຳປາສັກ ພ້ອມດ້ວຍນັກທຸລະກິດຍິງ ໄດ້ເຄື່ອນໄຫວຢ້ຽມຢາມອວຍພອນ ກອງຮ້ອຍທະຫານຊາຍແດນ 519 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈຳປາສັກ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ສະຫາຍ ນາງ ເຕລະວັນ ແກ້ວພິ ລາວັນ ໄດ້ຕາງໜ້າຄະນະ ກ່າວຄວາມຢ້ຽມຢາມຖາມຂ່າວເຖິງ ຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບດ້ວຍຄວາມເປັນຫ່ວງເປັນໃຍ, ຄວາມຮັກແພງອັນອົບອຸ່ນ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ພະນັກງານ-ນັກຮົບ ທຸກສະຫາຍ, ພ້ອມທັງ ກ່າວຄຳ ອວຍພອນໄຊອັນປະເສີດແດ່ຄະ
ນະພັກ-ຄະບັນຊາ, ພະນັກງານ-ນັກຮົບ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ໄດ້ກ່າວມອບເຄື່ອງອຸປະໂພກ-ບໍລິໂພກ ພ້ອມເງິນສົດຈຳນວນໜຶ່ງ ເພື່ອເປັນຂວັນກຳລັງໃຈເຂົ້າໃນການປະຕິບັດໜ້າທີ່ຂອງພະນັກງານ-ນັກ ຮົບຕື່ມອີກ. ສຳລັບເຄື່ອງທີ່ນຳໄປມອບ ແມ່ນໄດ້ມາຈາກການປະກອບສ່ວນຂອງພັນລະຍາເຈົ້າ
ແຂວງ ແຂວງຈຳປາສັກ, ສະຫະ ພັນແມ່ຍິງແຂວງ, ນັກທຸລະກິດຍິງ, ໂຮງຮຽນອະນຸບານ-ປະຖົມແສງອາລຸນ, ບໍລິສັດຮັບຊື້ແຫ່ມ, ບໍລິສັດກໍ່ສ້າງ-ຂົວທາງ, ປະທານກຸ່ມບ້ານພະໂພ ແລະ ເລຂາພັກບ້ານຕະອອງ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ