ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍສູນກາງ 103 ກອງທັບ ສະຫຼຸບການປະຕິບັດໜ້າທີ່ວຽກງານຂອງຄະນະຊ່ຽວຊານໂຮງໝໍຊີຈິ່ງ ຊຸດທີ 1
ເວລາອອກຂ່າວ: 2019-07-04 08:52:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1005 | ຄວາມນິຍົມ:



ໃນວັນທີ 28 ມິຖຸນາ 2019 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ສະຫຼຸບການປະຕິບັດໜ້າທີ່ ວຽກງານຂອງຄະນະຊ່ຽວຊານ ໂຮງໝໍຊີຈິ່ງ ສປ ຈີນ ຊຸດທີ 1 (ປີ 2019) ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ນາງ ວັນເພັງ ພວງສາວະດີ ຮອງຫົວໜ້າ ກົມເສນາຮັກ, ມີສະຫາຍ ພັນເອກຄຳແພງ ພົມມະແກ້ວ ເລຂາຄະ ນະພັກ, ຫົວໜ້າການເມືອງໂຮງ ໝໍສູນກາງ 103 ກອງທັບ, ມີ ສະຫາຍ ພັນເອກ ສຸລິພັນ ເພັດ ຈັນທະລາ ຮອງເລຂາຄະນະພັກ, ຫົວໜ້າການທະຫານໂຮງໝໍສູນ ກາງ 103 ກອງທັບ, ມີສະຫາຍ ພັນເອກ ຮສຈ ເຫີເຫວ ຫົວໜ້າຄະ ນະຊ່ຽວຊານໂຮງໝໍຊີຈິ່ງ ຊຸດທີ 1, ມີບັນດາຫົວໜ້າຫ້ອງ ແລະ ພະແນກການຕ່າງໆເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພັນໂທ ປອ ສະແຫວງໄຊ ດາລາສາດ ຄະນະພັກ-ຄະນະອຳນວຍການ, ຫົວໜ້າຕຶກປິ່ນປົວພະຍາດລວມ ລາວ-ຈີນ ໄດ້ຂຶ້ນຜ່ານບົດສະຫຼຸບ ການປະຕິບັດໜ້າທີ່ຂອງຄະນະ ຊ່ຽວຊານໂຮງໝໍຊີຈິ່ງກອງທັບ ປົດປ່ອຍປະຊາຊົນຈີນ ຊຸດທີ 1 ໄດ້ມາປະຕິບັດໜ້າທີ່ແຕ່ວັນທີ 3 ມັງກອນ 2019 ເປັນຕົ້ນມາ, ໄດ້ ຄົບກໍານົດ 6 ເດືອນເຕັມຄະນະທັງ ໝົດມີ 9 ສະຫາຍ, ໃນນັ້ນມີຊ່ຽວ ຊານຄຸ້ມຄອງໂຮງໝໍ 1 ສະຫາຍ, ຊ່ຽວຊານຜ່າຕັດສະໝອງ 1 ສະ ຫາຍ, ຊ່ຽວຊານປິ່ນປົວພະຍາດ ໄຂ່ຫຼັງ 1 ສະຫາຍ, ຊ່ຽວຊານວິ ເຄາະ 1 ສະຫາຍ, ຊ່ຽວຊານມໍລະ ສຸມ 1 ສະຫາຍ, ຊ່ຽວຊານເອັມອາ ໄອ 1 ສະຫາຍ, ຊ່ຽວຊານເອໂກ້ 1 ສະຫາຍ, ຊ່ຽວຊານບໍລິຫານ ຫ້ອງຜ່າຕັດ 1 ສະຫາຍ ແລະ ຮັບ ໃຊ້ແຕ່ງກິນ 1 ສະຫາຍ. ຜ່ານການ ປະຕິບັດໜ້າທີ່ໄດ້ຮ່ວມກັບຄະນະ ຮັບຜິດຊອບຝ່າຍລາວ, ປຶກສາຫາ ລື, ຕົກລົງແຜນການໃນການປະ ຕິບັດໜ້າທີ່ ແລະ ພ້ອມກັນຈັດຕັ້ງ ປະຕິບັດໜ້າທີ່ໃນວັນທີ 19 ມັງ ກອນ 2019 ໂດຍປະຈຳຢູ່ຕຶກປິ່ນ ປົວພະຍາດລວມ ລາວ - ຈີນ . ໂອກາດນີ້ ສະຫາຍ ພັນເອກ ນາງ ວັນເພັງ ພວງສາວະດີ ຮອງ ຫົວໜ້າກົມເສນາຮັກ ກໍໄດ້ສະແດງ ຄວາມຂອບອົກຂອບໃຈເປັນຢ່າງ ສູງມາຍັງ ສະຫາຍ ພັນເອກ ພິເສດ ເຊິນຢົງຈິງ ທີ່ປຶກສາທູດປ້ອງກັນ ຊາດ ສປ ຈີນ ປະຈຳ ສປປ ລາວ ພ້ອມຄະນະທີ່ຊ່ວຍໃກ້ຊິດຕິດ ແທດສະໜັບສະໜູນເຮັດໃຫ້ການ ປິ່ນປົວພະຍາດລວມ ລາວ - ຈີນ ເປັນຕຶກທີ່ທັນສະໄໝ ແລະ ມີ ຄວາມຊຳນິຊຳນານດ້ານເຕັກນິກ ວິຊາສະເພາະອັນດັບຕົ້ນຂອງ ສປປ ລາວ. ພ້ອມນີ້ຍັງໄດ້ມອບ ຫຼຽນກາມິດຕະພາບ ແລະ ໃບຍ້ອງ ຍໍຂັ້ນກົມກອງໃຫ້ຊ່ຽວຊານຈີນ 9 ສະຫາຍ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ