ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ມອບ-ຮັບ ໂຄງການກໍ່ສ້າງກະລາລົດຫຸ້ມເກາະ ແລະ ສາງອາວຸດ ກອງພັນ 616
ເວລາອອກຂ່າວ: 2025-02-04 15:54:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 631 | ຄວາມນິຍົມ:



ໃນວັນທີ 4 ກຸມພາ 2025 ນີ້, ກອງພັນ 616 ກອງພົນທີ 1 ໄດ້ ມອບ-ຮັບ ໂຄງການກໍ້ສ້າງ ກະລາລົດຫຸ້ມເກາະ ແລະ ສາງອາວຸດ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ ອົງການ, ພະແນກການທີ່ກ່ຽວຂ້ອງ ພະນັກງານຫຼັກແຫຼ່ງໃນກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ວັນທອງ ສີບຸນເຮືອງ ຫົວໜ້າພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ ໃນນາມຜູ້ຊີ້ນໍາໃນການຈັດຕັ້ງປະຕິບັດໂຄງການ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການກໍ່ສ້າງກະລາລົດຫຸ້ມເກາະ ແລະ ສາງອາວຸດ ກອງພັນ 616. ອີງຕາມ ການຕົກລົງ ຂອງຄະນະພັກ-ຄະນະບັນຊາການ ກອງພົນທີ 1 ວ່າດ້ວຍການອະນຸມັດໂຄງການກໍ່ສ້າງກາລາລົດຫຸ້ມເກາະ ແລະ ສາງອາວຸດ ກອງພັນ 616, ອີງຕາມຂໍ້ຕົກລົງ ຂອງກອງພົນທີ 1 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຮັບຜິດຊອບໂຄງການດັ່ງກ່າວຂອງກອງພົນ, ອີງຕາມ ຄວາມຄືບໜ້າຂອງໂຄງການໃນປັດຈຸບັນສຳເລັດ 100% ທັງ 2 ໂຄງການ. ເຊິ່ງມີຂະໜາດກວ້າງ 7x46 ແມັດ, ສູງ 3,5 ແມັດ ລວມມີ 10 ຫ້ອງ ແລະ ບ່ອນລົດຂຶ້ນລ້າງອັດສີດ 1 ຊ່ອງ, ກະລາລົດແບບເປີດມີ 6 ຫ້ອງສາມາດແລ່ນຂຶ້ນລົງໄດ້ 2 ເບື້ອງ, 3 ຫ້ອງມີຝາອ້ອມ ແລະ ເພດານ, ດ້ານໜ້າປະກອບດ້ວຍປະຕູມ້ວນຊັກຂຶ້ນລົງໄດ້, ສ້າງເຕັກນິກ 1 ຫ້ອງ ແລະ ສາງອາວຸດມີຂະໜາດ 5x8 ແມັດ, ສູງ 3 ແມັດ ປະກອບດ້ວຍ 2 ຫ້ອງ. ໂຄງການດັ່ງກ່າວ ເຮັດດ້ວຍເບຕົງເສີມເຫຼັກ ສາມາດທົນທານຕໍ່ແຮງອັດໄດ້ດີ, ລະບົບຫຼັງຄາມຸງດ້ວຍແຜນອາລູຊິງ ທີ່ໄດ້ມາຕະຖານການຕິດຕັ້ງຖືກກັບແຜນຜັງ ແລະ ໃບຄິດໄລ່ ທຶນໃນການກໍ່ສ້າງລວມທັງໝົດ 564.430.796 ກີບ ດ້ວຍທຶນປະຢັດຂອງກອງພົນທີ 1 ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 5 ພະຈິກ 2024-20 ກຸມພາ 2025 ສໍາເລັດ. ໂຄງການດັ່ງກ່າວ ມອບໂດຍ ສະຫາຍ ພັນໂທ ວັນທອງ ສີບຸນເຮືອງ ຫົວໜ້າພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ ແລະ ຮັບໂດຍ ສະຫາຍ ພັນຕີ ສຸວັນທອນ ໂພທິລາດ ຫົວໜ້າການທະຫານ ກອງພັນ 616. ໃນພິທີດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໂຄງການກໍ່ສ້າງກະລາລົດຫຸ້ມເກາະ ແລະ ສາງອາວຸດ ເຊິ່ງເປັນບ່ອນອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງຂອງກົມກອງ, ພ້ອມທັງເນັ້ນໜັກໃຫ້ນຳໃຊ້ອາຄານດັ່ງກ່າວ ພ້ອມກັນປົກປັກຮັກສາອາຄານ ແລະ ວັດຖຸອຸປະກອນໃຫ້ຄຸ້ມຄ່າ ແລະ ຍາວນານ. ໂດຍ: ຄຳພຸດ ພານຸວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ