
ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາມິດຕະພາບ
ເວລາອອກຂ່າວ: 2025-02-04 11:56:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 725 | ຄວາມນິຍົມ:
ວັນທີ 3 ກຸມພາ 2025 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ສ້າງຂະບວນການກິລາບານເຕະ ແລະ ກິລາເປຕັງມິດຕະພາບ ກັບ ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ໂດຍມີສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່ພະລາທິການ, ຄະນະພັກ-ຄະນະບັນຊາຈາກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ທີມນັກກິລາ ເຂົ້າຮ່ວມ.
ການສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້, ເພື່ອເຮັດໃຫ້ບັ້ນດໍາເນີນກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈຳປີ 2024 ແລະ ວາງທິດທາງແຜນວຽກ ປີ 2025 ໃຫ້ມີບັນຍາກາດທີ່ດີ ແລະ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ຄະນະນໍາກົມໃຫຍ່ພະລາທິການກອງທັບ ກັບ ຄະນະພັກ-ຄະນະບັນຊາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ອີກດ້ວຍ.
ໂດຍ: ມິດຕະພາບ ບຸນພະນຸໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ