ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ເຈົ້າແຂວງ ແຂວງບໍລິຄຳໄຊ ໂອ້ລົມພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2025-02-04 11:54:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 627 | ຄວາມນິຍົມ:



ໃນໂອກາດປິດກອງປະຊຸມ ຄົບຄະນະບໍລິຫານງານພັກ ກອງບັນຊາການ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງບໍລິຄໍາໄຊ ໄດ້ໂອ້ລົມພະນັກງານຫຼັກແຫຼ່ງ ຂອງກອງບັນຊາການທະຫານແຂວງບໍລິຄຳໄຊ ໃນໂອກາດປິດກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລີຄຳໄຊ ຄັ້ງທີ 15 ສະໄໝທີ V ໂດຍມີ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ພະແນກການ ແລະ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ທົ່ວກອງບັນຊາການທະຫານແຂວງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ໄດ້ລາຍງານໂດຍຫຍໍ້ວາລະຂັ້ນຕອນ, ບາດກ້າວການດຳເນີນກອງປະຊຸມ ໃນໄລຍະ 1 ວັນເຄິ່ງຜ່ານມາ ເປັນຕົ້ນ: ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ ຄັ້ງທີ 18 ສະໄໝທີ Vll, ບົດຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ 14 ສະໄໝທີ V ພ້ອມທັງຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂອງກອງບັນຊາການທະຫານແຂວງ ພ້ອມນັ້ນ, ບັນດາກົມກອງໄດ້ປະກອບຄຳຄິດເຫັນ ແລະ ອົງການ 5 ຫ້ອງໄດ້ແນະນໍາວຽກບາງວຽກງານຕື່ມອີກ. ຈາກນັ້ນ, ສະຫາຍ ສອນທະນູ ທໍາມະວົງ ໄດ້ໂອ້ລົມ ແລະ ຊີ້ທິດເຍືອງທາງຫຼາຍບັນຫາ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ກອງບັນຊາການທະຫານແຂວງຍາດມາໄດ້ໃນ 1 ປີຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນຢ່າງຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ແລະ ມະຕິຕ່າງໆ ຂອງພັກໃຫ້ປະກົດຜົນເປັນຈິງ, ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນສຳຄັນ ເພື່ອໃຫ້ເຂົາເຈົ້າເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ, ກົດລະບຽບຂອງກອງທັບໄດ້ເປັນຢ່າງດີ, ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຢ່າງຮອບດ້ານຕາມມູນເຊື້ອຂອງກອງທັບ, ຈັດຕັ້ງກຳລັງເຄື່ອນໄຫວໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມງວດ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ເພີ່ມທະວີຄວາມສາມັກຄີພາຍໃນ, ພາຍນອກໃຫ້ແໜ້ນແຟ້ນ, ສຸມໃສ່ເຮັດວຽກງານພະລາທິການ-ເຕັກນິກໃຫ້ດີ ແນໃສ່ສ້າງກົມກອງ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ