
ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານປະສານເຫຼົ່າຫຼວງພະບາງ
ເວລາອອກຂ່າວ: 2025-02-04 10:29:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 589 | ຄວາມນິຍົມ:
ວັນທີ 30 ມັງກອນ 2025 ນີ້, ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຣີ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານປະສານເຫຼົ່າຫຼວງພະບາງ ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ພະນົມໄພ ວົງລັດສະໝີ ຮອງເລຂາຄະນະພັກຮາກຖານ, ອໍານວຍການໂຮງງານປະສານເຫຼົ່າຫຼວງພະບາງ ພ້ອມດ້ວຍຄະນະ, ມີຄະນະກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ, ກົມຄຸ້ມຄອງລົດ-ເຮືອ, ກົມພົວພັນຕ່າງປະເທດ, ກົມລົດຕັງ-ຍານເກາະ, ຄະນະພັກ-ຄະນະອໍານວຍການໂຮງງານ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວນີ້, ສະຫາຍ ພັນໂທ ພະນົມໄພ ວົງລັດສະໝີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານປະສານເຫຼົ່າຫຼວງພະບາງ ຂອງຄະນະຜູ້ແທນຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ ໃນຄັ້ງນີ້ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ, ທີ່ຕັ້ງ ແລະ ພາລະບົດບາດ, ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນໄລຍະຜ່ານມາຂອງກົມກອງ, ເຊິ່ງຄະນະພັກ-ຄະນະອໍານວຍການໂຮງງານ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ຕິດພັນກັບການຍົກລະດັບດ້ານວຽກງານວິຊາສະເພາະໃນນີ້, ສາມາດຮັບປະກັນການສ້ອມແປງ, ບົວລະບັດພາຫະນະ, ອາວຸດຍຸດໂທປະກອນເຕັກນິກ ຂອງກອງທັບ ຢູ່ເຂດພາກເໜືອ ແລະ ຜະລິດເຄື່ອງປະດັບຍົດຮັບໃຊ້ໃຫ້ແກ່ກອງທັບ.
ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຣີ ໄດ້ສະເໜີຈຸດປະສົງໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອເປັນການກວດກາພາຫະນະເຕັກນິກທີ່ນຳເຂົ້າຈາກ ສ ຣັດເຊຍ ໂດຍໄດ້ເຄື່ອນໄຫວຢ້ຽມຢາມບັນດາພະແນກການ, ຂະແໜງການ ວຽກງານວິຊາສະເພາະທີ່ກ່ຽວຂ້ອງ ພ້ອມທັງກວດກາເຕັກນິກການສ້ອມແປງອາວຸດຍຸດໂທປະກອນ, ກວດກາການສ້ອມແປງພາຫະນະເຕັກນິກລົດຢູ່ພາຍໃນໂຮງງານຕົວຈິງ. ຈາກນັ້ນ, ໄດ້ມີການສະຫຼຸບຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງສະແດງຍ້ອງຍໍຊົມເຊີຍໃນການປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະພະແນກການ, ຂະແໜງການ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການໂຮງງານ ເປັນເຈົ້າການໃນການສຶກສາອົບຮົມໃຫ້ພະນັກງານ ຍົກສູງຄວາມຮັບຜິດຊອບໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມຊຳນິຊຳນານເປັນມືອາຊີບ ຮັກສາມູນເຊື້ອໃນການບົວລະບັດສ້ອມແປງ, ປົກປັກຮັກສາພາຫະນະເຕັກນິກໃຫ້ສາມາດນໍາໃຊ້ໄດຍາວນານ.
ສະຫາຍ ພັນໂທ ພະນົມໄພ ວົງລັດສະໝີ ໄດ້ສະແດງຄວາມຂອບໃຈ ມາຍັງ ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຣີ ທີ່ເຄື່ອນໄຫວຢ້ຽມຢາມກົມກອງ ພ້ອມທັງໃຫ້ຄຳແນະນຳກ່ຽວກັບພາຫະນະເຕັກນິກ ແລະ ການບົວລະບັດສ້ອມແປງໃຫ້ຖືກຕ້ອງຕາມຫຼັກການ ສືບຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃຫ້ມີຄວາມແໜ້ນແຟ້ນ, ເຂັ້ມແຂງ ແລະ ໝັ້ນຄົງ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເສີມຂະຫຍາຍມູນເຊື້ອແຫ່ງມິດຕະພາບ ແລະ ຄວາມສາມັກຄີໃຫ້ນັບມື້ຈະເລີນງອກງາມຂຶ້ນເລື້ອຍໆ.
ໂດຍ: ອຸ່ນຄໍາ ດວງປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ