
ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຖານທີ່ກໍ່ສ້າງພະນັກງານຮຸ່ນສືບທອດ
ເວລາອອກຂ່າວ: 2025-02-03 14:46:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 929 | ຄວາມນິຍົມ:
ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ແມ່ນກົມກອງໜຶ່ງໃນລະບົບໂຮງຮຽນ ຂອງກອງທັບ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ, ດ້ານວຽກງານການເມືອງ ແມ່ນຂຶ້ນກັບກົມໃຫຍ່ການເມືອງກອງທັບ, ດ້ານການຮຽນ-ການສອນ ຂຶ້ນກັບກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ແລະ ດ້ານງົບປະມານການເງິນຂຶ້ນກັບກະຊວງປ້ອງກັນປະເທດໂດຍກົງ, ມີຖານະການນໍາພາ-ບັນຊາທຽບເທົ່າກອງພົນ ແລະ ມີໜ້າທີ່ການເມືອງ ຕົ້ນຕໍຄື: ການກໍ່ສ້າງນັກຮຽນລະບົບສາມັນມັດທະຍົມສຶກສາ ຕາມຫຼັກສູດໂຄງການ ຂອງກະຊວງສຶກສາທິການ ແລະ ກິລາ.
ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ເຮັດສໍາເລັດຫຼາຍໆ ດ້ານ ເຊິ່ງເປັນຜົນງານ ແລະ ໝາກຜົນສຳເລັດອັນໜຶ່ງ ທີ່ໄດ້ປະກອບສ່ວນໃຫ້ການຈັດຕັ້ງຂັ້ນເທິງ ກໍຄືກະຊວງປ້ອງກັນປະເທດ ໂດຍຖືເອົາການປະຕິບັດ 4 ໜ້າທີ່ໃຫຍ່ ແລະ 26 ແຜນງານ ເປັນຕົ້ນຕໍ. ຄະນະພັກ-ຄະນະອໍານວຍການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນ ມີຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ, ຮັກຊາດ, ຮັກລະບອບໃໝ່ ພ້ອມກັນນັ້ນ, ກໍໄດ້ຖືເອົາວຽກງານລົງກໍ່ສ້າງຮາກຖານຕິດພັນກັບບ້ານອ້ອມຂ້າງ ເພື່ອເຮັດໃຫ້ສະພາບບໍລິເວນກົມກອງ ມີຄວາມສະຫງົບປອດໄພ, ກົມກອງໄດ້ສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຂອງຕົນ, ປັບປຸງການຈັດຕັ້ງບັນຊາຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມແຂງ, ກໍ່ສ້າງຂະຫຍາຍສະມາຊິກພັກ, ກໍ່ສ້າງພະນັກງານສືບທອດ-ປ່ຽນແທນ ໄດ້ຕາມເປົ້າໝາຍ ແລະ ນໍາສົ່ງພະນັກງານໄປກໍ່ສ້າງບໍາລຸງ ຢູ່ພາຍໃນ ແລະ ຕ່າງປະເທດ, ມີຄູສອນດີ-ສອນເກັ່ງ ແລະ ນັກຮຽນດີ ໄດ້ຮັບໃບຢັ້ງຢືນຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ເປັນໂຮງຮຽນສີຂຽວ, ໂຮງຮຽນປອດຢາເສບຕິດ. ພ້ອມນັ້ນ, ກໍໄດ້ປັບປຸງວຽງງານການສຶກສາ ເຮັດໃຫ້ການຮຽນ-ການສອນ ມີວິທະຍາສາດທີ່ທັນສະໄໝ ທຽບເທົ່າກັບໂຮງຮຽນແຫ່ງອື່ນໆ ນອກຈາກນີ້, ໂຮງຮຽນໄດ້ຮັບໂຄງການກໍ່ສ້າງບັນດາອາຄານສະຖານທີ່ເຊັ່ນ: ຫ້ອງຮຽນ 3 ຊັ້ນ 1 ຫຼັງ, ຫໍພັກນັກຮຽນ 3 ຊັ້ນ 1 ຫຼັງ, ຫ້ອງການ 3 ຊັ້ນ 1 ຫຼັງ, ສະໂມສອນ, ເຮືອນຄົວລວມ ແລະ ອື່ນໆ ໂຄງການດັ່ງກ່າວນີ້ ສໍາເລັດປະມານ 80% ຄາດຄະເນວ່າໃນສົກຮຽນໃໝ່ 2025-2026 ຈະສາມາດຮອງຮັບ ແລະ ອໍານວຍຄວາມສະດວກໃຫ້ນັກຮຽນຫຼາຍຂຶ້ນ. ນອກຈາກນັ້ນ, ໂຮງຮຽນຍັງໄດ້ມີການພົວພັນກັບປະເທດເພື່ອນມິດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອຮ່ວມມື ຈາກປະເທດອ້າຍນ້ອງ ສສ ຫວຽດນາມ ແລະ ບໍລິສັດ ຫ້າງຮ້ານຕ່າງໆ.
ສຳລັບວຽກງານການສິດສອນ ແມ່ນປະຕິບັດຕາມຫຼັກສູດ ການຮຽນ-ການສອນ ຂອງກະຊວງສຶກສາທິການ ແລະ ກິລາ, ຄະນະພັກ-ຄະນະອໍານວຍການໂຮງຮຽນ ໄດ້ເອົາໃຈໃສ່ຊຸກຍູ້, ປຸກລະດົມ, ຕິດຕາມ, ກວດກາ ຄູ-ອາຈານ ໃນການແຕ່ງບົດສອນ, ຜ່ານບົດສອນ, ເຂົ້າຮ່ວມໂມງສອນ, ນັກຮຽນຄົ້ນຄວ້າຮໍ່າຮຽນ, ເຄື່ອນໄຫວສ້າງກິດຈະກຳຕ່າງໆ ແລະ ທວນຄືນ, ສອບເສັງ ສະຫຼຸບຖອດຖອນບົດຮຽນ, ປະເມີນການສອບເສັງ ຖືກຕ້ອງຕາມລະບຽບຫຼັກການ; ການສຶກສາຄົ້ນຄວ້າຮ່າຮຽນ ແມ່ນໄປຕາມ 3 ລັກສະນະ 5 ຫຼັກມູນ ການສຶກສາ, ຊີ້ນໍາ ຄູ-ອາຈານ ເອົາໃຈໃສ່ປະຕິບັດໂມງເວລາໃນການຂຶ້ນຫ້ອງສິດສອນຢ່າງເຂັ້ມງວດ, ຍົກລະດັບການສິດສອນສົ່ງຄວາມຮູ້ ໂດຍຖືເອົານັກຮຽນເປັນໃຈກາງ ໝາຍຄວາມວ່າ ການສິດສອນສົ່ງ ຄວາມຮູ້ ຕິດພັນກັບການເສີມຂະຫຍາຍສະຕິປັນຍາ, ມີຫົວຄິດປະດິດສ້າງ, ຄວາມກະຕືລືລົ້ນ ຂອງນັກຮຽນໃນການຮັບເອົາຄວາມຮູ້ຈາກ ຄູ-ອາຈານ ສາມາດນໍາໃຊ້ເຂົ້າໃນການດໍາເນີນກິດຈະກຳແກ້ວຽກບ້ານ, ຕອບຄໍາຖາມກວດກາ, ຕອບບົດສອບເສັງ ແລະ ອື່ນໆ. ປັດຈຸບັນ, ມີນັກຮຽນທັງໝົດ 400 ຄົນ ແບ່ງ ອອກເປັນ 3 ຊັ້ນຮຽນ. ໃນ 1 ປີ ຜ່ານມາ, ສາມາດປະເມີນຜົນໄດ້ຄື: ຊັ້ນ ມ.2 ຄະແນນດີເລີດ 12 ເທື່ອຄົນ, ດີ 40 ເທື່ອຄົນ; ຊັ້ນ ມ.6 ຄະແນນດີເລີດ 12 ເທື່ອຄົນ, ດີ 49 ເທື່ອຄົນ; ຊັ້ນ ມ.7 ຄະແນນດີເລີດ 9 ເທື່ອຄົນ, ດີ 107 ເທື່ອຄົນ, ຄູ-ອາຈານ ຂຶ້ນຫ້ອງສິດສອນຕາມ ໂຄງການຫຼັກສູດ 2.533 ຊົ່ວໂມງ ແລະ ເຂົ້າຮ່ວມຊົ່ວໂມງສອນ ກວດກາບົດສອນ ຄູ-ອາຈານ ຈໍານວນ 238 ບົດ, ເຂົ້າຮ່ວມສ່ອງແສງວຽກງານສຶກສາປະຈຳເດືອນ ຢູ່ຫ້ອງການສຶກສາ ແລະ ກິລາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈໍານວນ 11 ຄັ້ງ.
ໂອກາດນີ້, ສະຫາຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ຕາງໜ້າຄະນະພັກ-ຄະນະອຳນວຍການ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທຸກພາກສ່ວນ ຕະຫຼອດຮອດ ຄູ-ອາຈານທີ່ໄດ້ກະກຽມເນື້ອໃນດ້ານການສິດສອນຕ່າງໆ, ກຳນົດໂຄງການຫຼັກສູດການຮຽນ-ສອນ ໃນແຕ່ລະໄລຍະ ໃຫ້ຖືກຕາມທິດນຳ ແລະ ຄາດໝາຍ ພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນແຜນການໃນການຮຽນ-ການສອນ ຄຽງຄູ່ກັນກັບການຮຽນທິດສະດີໃຫ້ມີຜົນສໍາເລັດ ແລະ ຮຽກຮ້ອງມາຍັງ ຄະນະພັກ-ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ, ທຸກພາກສ່ວນ ຕະຫຼອດຮອດນ້ອງນ້ອຍນັກຮຽນທັງໝົດ ຕ້ອງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນທຸກຮອບດ້ານ, ຄົ້ນຄວ້າຮໍ່າຮຽນ ກໍາແໜ້ນບົດຮຽນທີ່ ຄູ-ອາຈານຖ່າຍທອດໃຫ້, ອອກແຮງງານແຂ່ງຂັນຮຽນດີ, ສອນເກັ່ງ ໂດຍໝູນໃຊ້ເວລາໃຫ້ມີຄຸນຄ່າ, ຫັນເອົາລັກສະນະມູນເຊື້ອ ຂອງພັກ, ຂອງຊາດ, ຂອງກອງທັບ ເຂົ້າໃນການຮຽນການສອນ ເພື່ອສືບທອດໃນການສ້າງສາ ເເລະ ພັດທະນາປະເທດຊາດ ໃຫ້ມີເເບບເເຜນທີ່ທັນສະໄໝໃນອະນາຄົດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ