ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ແລະ ກອງພົນທີ 2 ເປີດກອງປະຊຸມຖອດຖອນບົດຮຽນວຽກງານຮອບດ້ານຮ່ວມກັນ
ເວລາອອກຂ່າວ: 2019-07-03 10:00:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ທ້າຍເດືອນ ມິຖຸນາ 2019 ຜ່ານມານີ້, ກອງພົນທີ 1 ແລະ ກອງພົນທີ 2 ໄດ້ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນວຽກ ງານຮອບດ້ານຮ່ວມກັນ, ມີສະ ຫາຍ ພົນຈັດຕະວາ ແສງຍືນ ລັດ ສະໝີ ຫົວໜ້າການເມືອງກອງພົນ ທີ 1 ແລະ ສະຫາຍ ພັນເອກ ປອ ສີ ພອນ ແກ້ວສະໄໝ ຫົວໜ້າການ ເມືອງກອງພົນທີ 2 ພ້ອມດ້ວຍຄະ ນະນຳທັງສອງກອງພົນເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນຢູ່ກອງ ພົນທີ 1, ໃນວາລະດັ່ງກ່າວແມ່ນ ໄດ້ແລກປ່ຽນການຮ່ວມມືທາງ ດ້ານວຽກງານການເມືອງ, ວຽກ ງານພັກ-ພະນັກງານ, ວຽກງານ ເສນາທິການ, ພະລາທິການ-ເຕັກນິກ, ຫ້ອງການສັງລວມ ແລະ ອົງການຈັດຕັ້ງມະຫາຊົນ. ໂອກາດດັ່ງກ່າວຕາງໜ້າບັນ ດາຄູ່ຕຳແໜ່ງທັງສອງກົມກອງ ກໍ ໄດ້ຜັດປ່ຽນກັນລາຍງານຫຍໍ້ ສະ ພາບການເຄື່ອນໄຫວຈັດຕັ້ງປະຕິ ບັດພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບຂອງຕົນ. ພ້ອມດຽວກັນນີ້ກໍໄດ້ຕັ້ງຄຳຖາມ ເຈາະຈີ້ມໃນບັນຫາທີ່ສຳຄັນ ດ້ວຍ ບັນຍາກາດທີ່ເປັນປະຊາທິປະໄຕ ບົນຈິດໃຈຄວາມສາມັກຄີຮັກ ແພງ ເພື່ອແລກປ່ຽນບົດຮຽນ, ປະສົບການນຳກັນ ພ້ອມກັນ ປັບປຸງບັນດາໜ້າວຽກໃຫ້ມີຄຸນ ນະພາບທີ່ດີເປັນກ້າວໆ. ພາຍຫຼັງ ສຳເລັດການສະຫຼຸບຖອດຖອນ ບົດຮຽນບັນດາຄູ່ຕຳແໜ່ງທັງ ສອງກົມກອງກໍໄດ້ຮັບຟັງການ ໂອ້ລົມຂອງ ສະຫາຍ ພົນຈັດ ຕະວາ ແສງຍືນ ລັດສະໝີ ເຊິ່ງ ສະຫາຍກໍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ໝາກຜົນການຈັດຕັ້ງປະຕິບັດ ສະຫຼຸບຖອດຖອນບົດຮຽນຂອງ ບັນດາຄູ່ຕຳແໜ່ງ ເຊິ່ງມັນໄດ້ສະ ແດງເຖິງໝາກຜົນລວມເປັນການ ປະກອບສ່ວນ ແລະ ຖ່າຍທອດ ບົດຮຽນປະສົບການໃຫ້ກັນ ແລະ ກັນ ທັງໝົດນັ້ນແມ່ນເປັນທິດທາງ ທີ່ດີ ໃນການນຳໄປປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານຕົວຈິງ. ການມາພົບປະ ແລກປ່ຽນບົດຮຽນໃນຄັ້ງນີ້ ຍັງ ເປັນການເສີມສ້າງຄວາມສາມັກ ຄີລະຫວ່າງສອງກົມກອງໃຫ້ ແໜ້ນແຟ້ນ ເພື່ອສືບຕໍ່ໃຫ້ການ ຊ່ວຍເຫຼືອກັນໃນທຸກໜ້າທີ່ວຽກ ງານຕາມຄວາມອາດສາມາດ ຂອງກົມກອງເພື່ອເສີມສ້າງສາຍ ພົວພັນ, ມູນເຊື້ອອັນດີງາມທີ່ ສອງຫົວໜ່ວຍກົມກອງມີຕໍ່ກັນ ຕະຫຼອດມາ ທັງໝົດນັ້ນແມ່ນ ເພື່ອພ້ອມກັນປະຕິບັດຕາມແນວ ທາງນະໂຍບາຍຂອງພັກ ໂດຍປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດກໍຄືສ້າງກອງທັບຕາມ ແບບແຜນ ແລະ ທັນສະໄໝ ເວົ້າ ສະເພາະແມ່ນສອງກົມກອງໃຫ້ ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງ ບໍ່ຢຸດຢັ້ງ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ