ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ລັດວິສາຫະກິດໄຟຟ້າລາວ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-01-24 16:37:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1106 | ຄວາມນິຍົມ:



ເພື່ອເປັນການສ້າງຂະບວນການໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949 – 20 ມັງກອນ 2025 ) ໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບການອວຍພອນພະນັກງານທະຫານ ທີ່ປະຕິບັດໜ້າທີ່ວຽກງານຢູ່ຕາມຊາຍແດນ, ເຂດທຸລະກັນດານ-ຫ່າງໄກສອກຫຼີກ ທັງເປັນການຊຸກຍູ້ຂວັນກຳລັງໃຈໃນການປະຕິບັດໜ້າທີ່ປ້ອງກັນຊາດ ໃຫ້ມີຄວາມສະຫງົບໂດຍພື້ນຖານ, ໃນວັນທີ 24 ມັງກອນ 2025 ນີ້, ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ພ້ອມຄະນະ ໄດ້ນໍາເອົາຂອງຂວັນ, ເຄື່ອງອຸປະໂພກ- ບໍລິໂພກ ແລະ ເງິນສົດຈຳນວນ 35.000.000 ກີບ ມາມອບໃຫ້ກອງບັນຊາການທະຫານຫານແຂວງວຽງຈັນ. ໂດຍການກ່າວຮັບ ຂອງສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມຄະນະ. ທ່ານ ປອ ອາຄົມເດດ ວົງໄຊ ກ່າວວ່າ: ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ພໍເມື່ອໄດ້ຮັບຂ່າວກໍຮີບຟ້າວຮ່າງຫາກະກຽມເຄືີ່ອງຕ້ອນຂອງຝາກພ້ອມດ້ວຍວັດຖຸປັດໃຈຈຳນວນໜຶ່ງ ເພື່ອນຳໄປມອບໃຫ້ນາຍ ແລະ ພົນທະຫານເວົ້າລວມ, ເວົ້າສະເພາະແມ່ນກໍາລັງປະກອບອາວຸດທະຫານທ້ອງຖິ່ນແຂວງວຽງຈັນ, ເປັນຕົ້ນແມ່ນເຄື່ອງໃຊ້ສອຍທີ່ຈໍາເປັນໃນຊີວິດປິຈໍາວັນ, ເຖິງວ່າຈໍານວນບໍ່ຫຼາຍແຕ່ກໍ່ເປັນການຊຸກຍູ້ ແລະ ເພີ່ມຂວັນກໍາລັງໃຈໃຫ້ອ້າຍນ້ອງທະຫານ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວນີ້ ຂໍອວຍພອນໃຫ້ ນາຍ ແລະ ພົນທະຫານທຸກສະຫາຍຈົ່ງມີສຸຂະພາບແຂງແຮງ, ມີພະລະນາໄມສົມບູນ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້. ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມຄະນະ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ພະນັກງານ-ນັກຮົບ . ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງ ລັດວິສາຫະກິດໄຟຟ້າລາວ ທີ່ເຫັນໄດ້ຄວາມສຳຄັນຂອງວຽກ ງານປ້ອງກັນຊາດ ແລະ ໃຫ້ການຊຸກຍູ້ຊ່ວຍເຫຼືອຄັ້ງນີ້, ເປັນການປະກອບສ່ວນສ້າງຂວັນ ແລະ ກໍາລັງໃຈໃຫ້ພະນັກງານ-ນັກຮົບ ເຮັດສໍາເລັດໜ້າທີ່ອັນມີກຽດ ຂອງຊາດ, ຂອງພັກ, ຂອງກອງ ທັບ ກໍຄືປະຊາຊົນມອບໝາຍໃຫ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປໃຫ້ອ້າຍນ້ອງທະຫານ ທີ່ກຳລັງປະຕິບັດໜ້າທີ່ຢ່າງທົ່ວເຖິງ. ໂດຍ: ສາຍຄຳ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ