
ຮອງເຈົ້າແຂວງ ແຂວງຫຼວງພະບາງ ພົບປະໂອ້ລົມ ຄະນະພັກທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2025-01-24 16:22:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1038 | ຄວາມນິຍົມ:
ຫວ່າງບໍ່ດົນມານີ້, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມຄະນະ ໄດ້ພົບປະໂອ້ລົມ ຄະນະພັກກອງບັນຊາການທະຫານແຂວງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 - 20 ມັງກອນ 2025). ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມຄະນະ.
ໂອກາດນີ້, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງເຈົ້າແຂວງ ແຂວງຫຼວງພະບາງ ໄດ້ຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ໄຊຊະນະໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງ ຄະນະພັກ-ກອງບັນຊາ ແລະ ພະນັກງານ-ນັກຮົບ ໃນທົ່ວກອງບັນຊາການທະຫານແຂວງ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນເຂດນໍ້າແດນດິນ,ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງແຕ່ລະເຫຼົ່າຮົບ ກໍຄືການເຄື່ອນໄຫວປະຕິບັດໜ້າທີ່ເຮັດໃຫ້ສະພາບທົ່ວແຂວງມີຄວາມສະຫງົບປອດໄພ. ພ້ອມນີ້, ຍັງໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ນາຍ ແລະ ພົນທະຫານມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການເມືອງ ໃນສະພາບແວດລ້ອມທີ່ຫຍຸ້ງຍາກສັບຊ້ອນ, ເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງກອງທັບ, ພ້ອມນີ້ໃຫ້ສືບຕໍ່ສຸມໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນຮອບດ້ານ, ເພີ່ມທະວີອົບຮົມ - ຫັດແອບ ເພື່ອຍົກລະດັບຄວາມຮູ້ຄວາມສາມາດດ້ານສິນລະປະຍຸດ, ຍຸດທະວິທີ, ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເປັນເຈົ້າການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບຕໍ່ຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ ສ້າງທ່າສະໜາມ ປກຊ-ປກສ 3 ຂັ້ນ ທົ່ວປວງຊົນຮອບດ້ານ, ເພີ່ມທະວີການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ ຄຸນທາດປະຕິວັດ ແລະ ມີລະບຽບວິໄນເຂັ້ມງວດ, ເຊີດຊູນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ສຸມໃສ່ສ້າງພະລາທິການກັບທີ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທັບໃຫ້ນັບມື້ດີຂຶ້ນ.
ໂອກາດເຄື່ອນໄຫວພົບປະຄັ້ງນີ້, ບໍລິສັດສີສະເກດຍັງໄດ້ມອບເຄື່ອງສຽງຈໍານວນ 1 ຊຸດ, ມູນຄ່າ 107.000.000 ກ່ວາກີບ, ໂດຍແມ່ນ ທ່ານ ຮອງເຈົ້າແຂວງຫຼວງພະບາງ ເປັນຜູ້ກ່າວມອບເປັນຂອງຂວັນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 76 ປີ, ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການເຄືື່ອນໄຫວສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງຄະນະພັກກອງບັນຊາການທະຫານແຂວງທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດເບີກບານມວນຊື່ນ, ໂດຍແມ່ນສະຫາຍ ພົນຈັດຕພວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ເປັນຜູ້ຂຶ້ນກ່າວຮັບ ແລະ ມອບໃບສົມມະນາຄຸນ ເພື່ອສະແດງຄວາມຂອບໃຈ ເປັນຢ່າງສູງມາຍັງທ່ານຮອງເຈົ້າແຂວງຫຼວງພະບາງຕື່ມອີກ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ