
ກອງພັນ 233 ເປີດຊຸດ ອົບຮົມ-ຫັດແອບ ປະຈຳປີ 2025
ເວລາອອກຂ່າວ: 2025-01-24 16:13:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1263 | ຄວາມນິຍົມ:
ຫວ່າງບໍດົນມານີ້, ກອງພັນ 233 ທີ່ຂຶ້ນກັບກົມ 213 ໄດ້ເປີດຊຸດອົບຮົມ-ຫັດແອບ ປະຈຳປີ 2025 ຂຶ້ນ. ໂດຍເປັນປະທານກອງປະຊຸມ ຂອງສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າການທະຫານ ກົມ 213, ມີສະຫາຍ ພັນໂທ ຄໍາໄພ ສໍາມະວົງ ຫົວໜ້າການເມືອງກອງພັນ, ມີຕາງໜ້າກົມໂຮງຮຽນ, ກົມອົບຮົມ,ຄະນະພັກ-ຄະນະບັນຊາ ແລະ ບັນດາຄູ-ອາຈານ, ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊເຈີນ ຈັນທະລາ ຫົວໜ້າການທະຫານກອງພັນໃຫ້ຮູ້ວ່າ: ການອົບຮົມຄັ້ງນີ້ ມີ 4 ເນື້ອໃນໃຫຍ່ ຄື: ອົບຮົມວຽກງານການເມືອງຮັບໃຊ້ສູ້ຮົບ, ອົມຮົມການທະຫານ, ອົບຮົມວຽກງານພະລາທິການ ຮັບໃຊ້ສູ້ຮົບ, ອົບຮົມວຽກງານເຕັກນິກຮັບໃຊ້ສູ້ຮົບ, ກໍານົດເວລາອົບຮົມທັງໝົດ 180 ວັນ, ໃນນີ້, ອົບຮົມການເມືອງຮັບໃຊ້ສູ້ຮົບ 15 ວັນ, ອົບຮົມວຽກງານພະລາທິການຮັບໃຊ້ສູ້ຮົບ 10 ວັນ, ອົບຮົມວຽກງານເຕັກນິກຮັບໃຊ້ສູ້ຮົບ 10 ວັນ, ອົບຮົມວຽກງານເສນາ 155 ວັນ. ພ້ອມນັ້ນ, ຍັງໄດ້ອົບຮົມ ພາສາຕ່າງປະເທດນອກໂມງມີ: ພາສາອັງກິດ ແລະ ພາສາຫວຽດນາມ, ໄລຍະການອົບຮົມ - ຫັດແອບແມ່ນ ໄດ້ແບ່ງອອກເປັນ 2 ໄລຍະເຊັນ; ໄລຍະທີ 1: ເລີ່ມແຕ່ເດືອນມັງກອນ ຫາ ເດືອນມິຖຸນາ ລວມເວລາ 90 ວັນ; ໄລຍະທີ 2: ເລີ່ມແຕ່ເດືອນ ກໍລະກົດ ຫາ ເດືອນພະຈິກ 2025. ລວມເວລາ 90 ວັນ; ພ້ອມທັງໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນປະຈຳປີ 2025 ແລະ ຕາງໜ້າບັນດາກົມກອງ ແລະ ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ ໄດ້ຂຶ້ນຈັບມືແຂ່ງຂັນດ້ວຍບັນຍາ ກາດຟົດຟື້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ