
ຫຼາຍພາກສ່ວນ ອວຍພອນ ທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2025-01-24 16:08:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 843 | ຄວາມນິຍົມ:
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຄົບຮອບ 76 ປີ ທີ່ໄດ້ໝຸນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ວັນທີ 22 ມັງກອນ 2025 ນີ້, ບັນດາພະແນກການອ້ອມຂ້າງແຂວງ, ກຳລັງ ປກສ ແຂວງ ພ້ອມດ້ວຍຄະນະ ນຳໂດຍ ສະຫາຍ ພອນໄຊ ແກ້ວສົມພັນ ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີສະຫາຍ ພັນເອກ ບົວເງິນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ສະຫາຍ ບຸນເຫຼັກ ເປົ້າ ສະຖາບັນການເງິນຈຸລະພາກສາຂາເມືອງຜົ້ງສາລີ, ໄດ້ນຳເອົາກະຕ່າຂອງຂັວນເຂົ້່າອວຍພອນນາຍ ແລະ ພົນທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ.
ສະຫາຍ ພອນໄຊ ແກ້ວສົມພັນ ໄດ້ກ່າວສະແດງຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ນໍາພາ-ຊີ້ນໍາກໍາລັງປະກອບອາວຸດກໍ່ຄືແຂວງຜົ້ງສາລີ, ໃຫ້ນັບມື້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ, ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານທີ່ຂັ້ນເທິງໄດ້ມອບໝາຍໃຫ້.
ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ສະແດງຄວາມຂອບໃຈຢ່າງສູງມາຍັງບັນດາພະແນກການອ້ອມຂ້າງແຂວງ, ທີ່ເຫັນໄດ້ຄວາມໝາຍ, ຄວາມສໍາຄັນຕໍ່ກັບວຽກງານປ້ອງກັນຊາດມາໂດຍຕະຫຼອດ, ເຊິ່ງມັນໄດ້ສ່ອງແສງເຖິງນໍ້າໃຈ, ໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງ ລະຫວ່າງ ກອງທັບກັບພະແນກການຕ່າງໆອ້ອມຂ້າງແຂວງ.
ໂດຍ: ນາງ ສຸນາລີ ອຸ່ນວີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ