ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ການ​ທະຫານ ແລະ ກິລາ​ມວນ​ຊົນ
ເວລາອອກຂ່າວ: 2025-01-24 09:23:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1098 | ຄວາມນິຍົມ:



ເພື່ອ​ເປັນ​ການ​ຂໍ່ານັບ​ຮັບ ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ ຄົບ ຮອບ 76 ປີ. ກອງ​ບັນຊາ​ການ​ ທະຫານ​ແຂວງ​ສະຫວັນ​ນະເຂດ ໄດ້​ປິດ​ຂະ​ບວນ​ການແຂ່ງຂັນກິ ລາ​ການ​ທະຫານ ແລະ ກິລາ​ ມວນ​ຊົນ ຊີງ​ຂັນ​ລາງວັນຫົວ ໜ້າກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ປະຈຳ​ປີ 2025 ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ຄຳ​ສາ ຮຽມຈຳປາ​ຄຳ ຮອງ​ຫົວໜ້າ​ການ​ ທະຫານ, ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ, ກົມ​ກອງ​ອ້ອມ​ຂ້າງ​ຕະຫຼອດ​ຮອດ​ນັກ​ກິລາ​ເຂົ້າ​ຮ່ວມ. ຜ່ານ​ການ​ແຂ່ງຂັນ​ແຕ່​ລະ​ປະ ເພດ​ກິລາ​ຕະຫຼອດ​ໄລຍະ​ເວລາ 12 ວັນ ນັບ​ແຕ່​ວັນ​ທີ 3-14 ມັງ ກອນ 2025 ນີ້, ອັນ​ດັບ​ທີ 1 ກິລາ​ນັກຮົບ​ແຂງແຮງກອງພັນ​ທະຫານ​ຮາບ​ທີ 4, ອັນ​ດັບ​ທີ 2 ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແລະ ອັນ​ດັບ​ທີ 3 ກອງຮ້ອຍ 208, ກິລາ​ແລ່ນ​ມ້າງ​ປະກອບ​ອາວຸດ​ປືນ AKM 400 ແມັດ ອັນ ດັບ​ທີ 1 ກອງພັນ​ທະຫານ​ຮາບ​ທີ 4, ອັນ​ດັບ​ທີ 2 ກອງຮ້ອຍ 618 ແລະ ອັນ​ດັບ​ທີ 3 ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ກິລາ​ຍິງ​ປືນ​ກຳລັງ​ໄຟ​ແບກ​ຫາບ DK-75 ​ມມ ອັນ​ດັບ​ທີ 1 ກອງພັນ​ທະຫານ​ຮາບ​ທີ 4, ອັນ​ດັບ​ທີ 2 ກອງພັນ​ທະຫານ​ຮາບ​ທີ 5 ແລະ ອັນ​ດັບ​ທີ 3 ກອງພັນ​ທະຫານ​ຮາບ​ທີ 3, ກິລາ 3 ວິຊາ​ການ​ທະຫານ​ສົມ ທົບ ອັນ​ດັບ​ທີ 1 ກອງພັນ​ທະຫານ​ຮາບ​ທີ 3, ອັນ​ດັບ​ທີ 2 ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແລະ ອັນ​ດັບ​ທີ 3 ກອງພັນ​ທະຫານ​ຮາບ​ທີ 4, ກິລາ​ຍິງ​ປືນ AK ຍິງເປົ້າ​ຈານ​ເຫຼັກ (ລວມ​ໝູ່) ອັນ​ດັບທີ 1 ຫ້ອງ​ເສນາ​ທິ​ການ, ອັນ​ດັບ​ທີ 2 ຫ້ອງ​ເຕັກນິກ ແລະ ອັນ​ດັບ​ທີ 3 ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ສ່ວນ​ປະເພດ​ກິລາ​ມວນ​ຊົນ ກິລາ​ບານເຕະ​ຊາຍ ອັນ​ດັບ​ທີ 1 ກອງພັນ​ທະຫານ​ຮາບ​ທີ 4, ອັນ​ດັບ​ທີ 2 ຫ້ອງ​ພະລາທິການ ແລະ ອັນ​ດັບ​ທີ 3 ຫ້ອງ​ເຕັກນິກ, ກິລາ​ບານສົ່ງ​ຊາຍ ອັນ​ດັບ​ທີ 1 ຫ້ອງ​ພະລາທິການ, ອັນ​ດັບ​ທີ 2 ກອງຮ້ອຍ 201 ແລະ ອັນ​ດັບ​ທີ 3 ຫ້ອງ​ເຕັກນິກ, ກິລາ​ບານສົ່ງ ​ຍິງ ອັນ​ດັບ​ທີ 1 ຫ້ອງ​ພະລາທິ ການ, ອັນ​ດັບ​ທີ 2 ກອງຮ້ອຍ 234 ແລະ ອັນ​ດັບ​ທີ 3 ໂຮງໝໍ​ທະຫານ​ແຂວງ, ກິລາ​ກະຕໍ້​ຊາຍ ອັນ​ດັບ​ທີ 1 ຫ້ອງ​ເຕັກນິກ, ອັນ​ດັບ​ທີ 2 ກອງຮ້ອຍ 324 ແລະ ອັນ​ດັບ​ທີ 3 ຫ້ອງ​ພະລາທິການ, ກິລາ​ເປ​ຕັງ​ປະສົມ​ຊາຍ-ຍິງ ອັນ​ດັບ​ທີ 1 ຫ້ອງ​ພະລາທິການ, ອັນ​ດັບ​ທີ 2 ກອງຮ້ອຍ 618 ແລະ ອັນ​ດັບ​ທີ 3 ກອງ​ບັນຊາ​ການ​ທະຫານ​ນະ ຄອນ​ໄກສອນ ພົມວິຫານ. ພາບ: ຄຳ​ໄສ ໂດຍ: ວິລະ​ພົງ ເທບ​ໂພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ