
ປະກາດການນຳໃຊ້ປຶ້ມວິໄສທັດຮອດປີ 2030 ຍຸດທະສາດການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ກອງທັບປະຊາຊົນລາວ 2025-2030
ເວລາອອກຂ່າວ: 2025-01-24 09:16:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 907 | ຄວາມນິຍົມ:
ວັນທີ 17 ມັງກອນ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມປະກາດການນຳໃຊ້ປຶ້ມວິໄສທັດຮອດປີ 2030 ຍຸດທະສາດການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມກອງທັບປະຊາຊົນລາວ 2025-2030, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະຊີ້ນຳລວມ, ຄະນະຊີ້ນຳເນື້ອໃນຈາກບັນດາກົມໃຫຍ່, ກົມກອງອ້ອມຂ້າງກະຊວງ, ວິທະຍາຄານ, ຄະນະຫ້ອງ, ພະແນກການ ແລະ ວິຊາການພະແນກສິ່ງແວດລ້ອມ ກົມ ວສ-ປສ ການທະຫານ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຍາວົງ ດວງປັນຍາ ຫົວໜ້າພະແນກວິທະຍາສາດສິ່ງແວດລ້ອມ ຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກາດການນຳໃຊ້ປຶ້ມວິໄສທັດຮອດປີ 2030 ຍຸດທະສາດການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມກອງທັບປະຊາຊົນລາວ 2025-2030, ໂດຍອີງຕາມພາລະບົດ
ບາດໜ້າທີ່ ແລະ ຂອບເຂດສິດ ຂອງກົມວິທະຍາສາດ-ປະຫວັດສາດການທະຫານ, ໃນນາມເປັນອົງການຄຸ້ມຄອງສິ່ງແວດລ້ອມ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ອີງຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການຮັບຮອງ, ປະກາດນຳໃຊ້ວິໄສທັດຮອດປີ 2030 ຍຸດທະສາດການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມກອງທັບປະຊາຊົນລາວ 2025-2030.
ໂອກາດນີ້, ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ໄດ້ໂອ້ລົມຕໍ່ກອງປະຊຸມວ່າ: ການພັດທະນາວຽກງານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມແມ່ນເປັນວຽກງານໜຶ່ງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ເພື່ອເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດສິ່ງແວດລ້ອມແຫ່ງຊາດ, ຍຸດທະສາດການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແມ່ນເພື່ອ
ຊຸກຍູ້ສົ່ງເສີມ ໃຫ້ນາຍແລະ ພົນທະຫານທົ່ວກອງທັບ ມີຄວາມຮັບຮູ້ ແລະ ເຂົ້າໃຈ, ມີຄວາມຜິດຊອບໃນການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດຢ່າງສົມເຫດສົມຜົນ ແລະ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກົມກອງຂອງຕົນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີຄວາມກວ້າງຂວາງ ແລະ ໄດ້ຮັບຜົນສຳເລັດໄປເທື່ອລະກ້າວ.
ໂດຍ: ນາງ ຈັນທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ