
ທະຫານແຂວງຈຳປາສັກ ເປີດຂະບວນການ ແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ
ເວລາອອກຂ່າວ: 2025-01-24 09:12:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 963 | ຄວາມນິຍົມ:
ວັນທີ 10 ມັງກອນ 2025 ນີ້, ກອງບັນຊາການທະຫານແຂວງຈຳປາສັກ ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ເພື່ອຕ້ອນ
ຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະ
ແນກການ, ຄະນະກຳມະການ ແລະ ນັກກິລາ ທີ່ມາຈາກແຕ່ລະກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄພວັນ ຫຼວງໄຊສົງຄາມ ຫົວໜ້າພະແນກອົບຮົມ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຈຳປາສັກ ວ່າດ້ວຍການອະນຸມັດເປີດຂະບວນການແຂ່ງຂັນກິລາກິລາການທະຫານ ແລະ ກິລາມວນຊົນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ຜ່ານແຜນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ຂອງກອງບັນຊາການທະຫານແຂວງຈຳປາສັກ ເຊິ່ງການເປີດຂະບວນການແຂ່ງຂັນກິລາຄັ້ງນີ້ ກໍເພື່ອເປັນການຫັນເອົາຫົວໜ່ວຍກົມກອງເຂົ້າສູ່ການຫັດແອບ, ເຝິກຊ້ອມທາງດ້ານກຳລັງແຮງກາຍ, ເຕັກນິກວິທີການຫຼິ້ນກິລາ ເພື່ອຄັດເລືອກເອົານັກກິລາທີ່ດີເດັ່ນໃນແຕ່ລະປະເພດກິລາ ເປັນຕົວແທນຂອງທີມກອງບັນຊາການທະຫານແຂວງຈຳປາສັກ ທີ່ຈະສົ່ງເຂົ້າຮ່ວມແຂ່ງຂັນໃນລະດັບແຂວງ ກໍຄືລະດັບປະເທດ ພ້ອມທັງ ເປັນການຮັດແໜ້ນຄວາມສາມັກຄີລະຫວ່າງກົມກອງດ້ວຍກັນ. ເຊິ່ງກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບມີ: ກິລາການທະຫານມີ 2 ປະເພດຄື: ກິລາແລ່ນ-ມ້າງປະກອບອາວຸດ 10 ທີມ, ກິລາແລ່ນ 3.000 ແມັດ 10 ທີມ; ກິລາມວນຊົນມີ 6 ປະເພດຄື: ກິລາບານ
ເຕະຊາຍຮຸ່ນອາວຸໂສ 6 ທີມ, ກິລາບານສົ່ງຊາຍ 5 ທີມ, ບານສົ່ງຍິງ 4 ທີມ, ກິລາ ກະຕໍ້ 7 ທີມ, ກິລາເປຕັງຊາຍ 16 ທີມ, ເປຕັງຍິງ 9 ທີມ, ກິລາແລ່ນກະເປົາຊາຍ 6 ທີມ, ແລ່ນກະເປົາຍິງ 6 ທີມ ແລະ ກິລາດຶງເຊືອກຍິງ-ຊາຍ 5 ທີມ.
ຂ່າວໂດຍ: ດາວົງ ບຸດຕະວົງ
ພາບໂດຍ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ