ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ລົງຊຸກຍູ້ຂະບວນການຢູ່ກອງພົນທີ 3
ເວລາອອກຂ່າວ: 2019-07-01 09:35:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 399297257 | ຄວາມນິຍົມ:



ໃນລະຫວ່າງວັນທີ 26 ມິຖຸນາ ປີ 2019 ນີ້, ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວ ໜ້າກົມໂຄສະນາ-ອົບຮົມກົມໃຫຍ່ ການເມືອງກອງທັບ ພ້ອມຄະນະ ລົງຊຸກຍູ້ຂະບວນການດ້ານຕ່າງໆ ຢູ່ກອງພົນທີ 3 ໂດຍມີ ສະຫາຍ ພົນຈັດ ຕະວາ ບຸນເຈື້ອ ຕຽນແສງ ດາວ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ ຫົວໜ້າ ການເມືອງກອງພົນທີ 3, ພ້ອມ ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງ ໃຫ້ກຽດຕ້ອນຮັບດ້ວຍຄວາມ ອົບອຸ່ນ. ໃນໂອກາດນີ້, ສະຫາຍ ພົນຈັດ ຕະວາ ບຸນເຈື້ອ ຕຽນແສງດາວ ໄດ້ ລາຍງານສະພາບການເເຄື່ອນ ໄຫວຈັດຕັ້ງປະຕິບັດໜ້າທີ່ວຽກ ງານດ້ານຕ່າງໆຂອງກົມກອງ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນວຽກງານໂຄ ສະນາອົບຮົມ, ວຽກງານການ ກໍ່ສ້າງກົມກອງວັດທະນະທຳ, ນັກຮົບວັດທະນະທຳ, ການຫັນ ລົງກໍ່ສ້າງຮາກຖານການເມືອງ, ການປັບປຸງກໍ່ສ້າງກຳລັງ, ການ ແກ້ໄຂຊີວິດການເປັນຢູ່, ພະລາ ເຕັກນິກ, ການພົວພັນຮ່ວມມື ແລະ ອື່ນໆໂດຍຫຍໍ້, ຈາກນັ້ນ ສະຫາຍ ພົນຈັດຕະວາ ສາຍສະໝອນ ສະ ຫຼັບແສງ ໄດ້ເນັ້ນໃຫ້ຄະນະພັກ- ຄະນະບັນຊາ ກອງພົນທີ 3 ຖືສຳ ຄັນວຽກງານໂຄສະນາອົບຮົມ ເຊິ່ງເປັນວຽກງານໜຶ່ງທີ່ເປັນ ປາຍແຫຼມທາງດ້ານແນວຄິດ, ການຈະສ້າງກອງວັດທະນະທຳ ກ່ອນອື່ນຕ້ອງສ້າງໃຫ້ໄດ້ນັກຮົບ ວັດທະນະທຳ, ສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດທີ່ ມີແບບແຜນ ແລະ ທັນສະໄໝ, ກ່ອນ ອື່ນກໍຕ້ອງປັບປຸງລະບຽບແບບ ແຜນ, ປັບປຸງກະໂຕພະນັກງານ- ນັກຮົບໃຫ້ຮັບຮູ້ ເຂົ້າໃຈຢ່າງເລິກ ເຊິ່ງມີຄວາມຈົງຮັກພັກດີ ຕໍ່ປະ ເທດຊາດຕໍ່ປະຊາຊົນ ແລະ ຕໍ່ອຸ ດົມການຂອງພັກ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ວັນທີ 21 ມິຖຸນາ ຜ່ານມານີ້, ສະຫາຍ ພົນຈັດຕະວາ ສາຍສະໜອນ ສະຫຼັບແສງ ຫົວໜ້າກົມໂຄສະ ນາອົບຮົມ ກົມໃຫຍ່ການເມືອງ ກອງທັບ ພ້ອມດ້ວຍຄະນະໄດ້ ເຄື່ອນໄຫວຊີ້ນຳວຽກງານໂຄສະ ນາ ອົບຮົມ ແລະ ພົບປະພະນັກງານ ຫຼັກແຫຼ່ງຢູ່ກອງບັນຊາການທະ ຫານແຂວງຫຼວງນໍ້າທາ ໂດຍມີສະ ຫາຍ ພົນຈັດຕະວາ ອີ່ນແກ້ວ ມະ ນີ ຈັນ ກໍາມະການພັກແຂວງ ເລຂາ ພັກ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງຫຼວງນໍ້າ ທາ ຕະຫຼອດຮອດຄະນະຫ້ອງ 5 ຫ້ອງ ແລະ ພະແນກການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໃນກອງປະຊຸມກໍໄດ້ຮັບຟັງ ການລາຍງານ ການເຄື່ອນໄຫວ ວຽກງານໂຄສະນາອົບຮົມຕະຫຼອດໄລຍະຜ່ານມາ ເປັນຕົ້ນ ສະພາບແນວຄິດຂອງພະນັກ ງານ-ນັກຮົບ, ການຈັດຕັ້ງອົບຮົມ ຮໍ່າຮຽນການເມືອງ, ການຮໍ່າ ຮຽນເຊື່ອມຊຶມມະຕິຄໍາສັ່ງຕ່າງໆ ຂອງພັກ-ລັດ, ຂອງກອງທັບ, ການຈັດຕັ້ງດໍາເນີນວຽກງານ ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ, ການຈັດຕັ້ງປາຖະກະ ຖາ ແລະ ສະເຫຼີມສະຫຼອງວັນ ປະຫວັດສາດຂອງຊາດ, ຂອງ ພັກ, ຂອງກອງທັບ ແລະ ຂອງສາ ກົນ, ຂະບວນການສ້າງນັກຮົບ ວັດທະນະທໍາ-ກອງວັດທະນະ ທໍາ. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ສາຍສະໜອນ ສະ ຫຼັບແສງ ກໍໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຫຼວງນໍ້າທາ ພ້ອມກັນຍາດມາໄດ້ໃນໄລຍະ ຜ່ານມາ ພ້ອມທັງໄດ້ຊີ້ນໍາຫຼາຍ ບັນຫາ ເປັນຕົ້ນການຈັດຕັ້ງປະຕິບັດວຽກງານໂຄສະນາ-ອົບຮົມ ເພື່ອກະກຽມຂ່ຳນັບຮັບຕ້ອນວັນ ບຸນສໍາຄັນທາງປະຫວັດສາດ, ເປັນຕົ້ນວຽກງານສຶກສາອົບ ຮົມການເມືອງນໍາພາແນວຄິດ, ວຽກງານໂຄສະນາປາຖະກະຖາ, ໂຄສະນາຜ່ານສື່ ( ຂ່າວສານ-ໂທ ລະໂຄ່ງ ), ຂະບວນການແຂ່ງຂັນ ກີລາ-ວັນນະຄະດີ, ຫ້ອງສະໜຸດ, ຫ້ອງມູນເຊື້ອ, ໂຄສະນາດ້ວຍ ຮູບພາບ, ຄໍາຂວັນ, ການສ້າງກົມ ກອງ ແລະ ນັກຮົບວັດທະນະທໍາ ແລະ ສະພາບຫາງສຽງສັງຄົມ ທີ່ສົ່ງຜົນກະທົບຕໍ່ວຽກງານ ແນວຄິດ ໂດຍ: ສົມສະນຸກ-ສຸລິພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ