
ທາບທາມ ບຸກຄະລາກອນ ຮັບສະໝັກເລືອກເຂົ້າໃນຄະນະພັກ ທະຫານນະຄອນຫຼວງວຽງຈັນ ຮອບທີ 1
ເວລາອອກຂ່າວ: 2025-01-15 15:34:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 718 | ຄວາມນິຍົມ:
ກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ມັງກອນ 2025 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄໍາມາ ແສງມີໄຊ ກໍາມະການປະຈໍາພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ມີສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກກອງບັນຊາການ,ຄະນະພັກຮາກຖານອົງການ 05 ຫ້ອງ ຕະຫຼອດຮອດຄະນະໜ່ວຍຈາກກົມກອງທີ່ຂຶ້ນກັບເຂົ້າຮ່ວມ.
ສະຫາຍ ວິລະພົງ ອິນທິລາດ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຄົ້ນຄວ້າ, ເລືອກເຟັ້ນກໍາມະການຄະນະບໍລິຫານງານພັກ ຊຸດປັດຈຸບັນທີ່ມີອາຍຸກະສຽນເກີນເງື່ອນໄຂ ຕາມທີ່ນິຕິກໍາໄດ້ກໍານົດໄວ້, ເພື່ອເປັນເປົ້າໝາຍອອກທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນ ຊຸດໃໝ່, ມະຕິຕົກລົງຂອງຄະນະປະຈໍາພັກນະຄອນຫຼວງວຽງຈັນ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງພັກໃນທົ່ວນະຄອນຫຼວງວຽງຈັນ, ພ້ອມນັ້ນສະຫາຍ ຍັງໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເຂົ້າໂຄງປະກອບຄະນະພັກຊຸດໃໝ່ ເຊິ່ງຕ້ອງໄດ້ປະຕິບັດຕາມ 05 ມາດຖານ ຄື: ຕ້ອງມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້ ແລະຄວາມສາມາດ, ມີແບບແຜນວິທີເຮັດວຽກ ແລະ ມີສຸຂະພາບແຂງແຮງ.
ສະຫາຍ ຄໍາມາ ແສງມີໄຊ ໄດ້ເນັ້ນໜັກໃຫ້ຜູ້ທີ່ເຂົ້າຮ່ວມແຕ່ລະສະຫາຍ ຈົ່ງພ້ອມກັນໃຊ້ສິດຂອງຕົນ ເຂົ້າໃນການປ່ອນບັດ ແບບຈິງໃຈ ໂດຍອີງໃສ່ 5 ມາດຖານເງື່ອນໄຂ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ຈາກນັ້ນຜູ້ແທນກອງປະຊຸມກໍ່ໄດ້ດໍາເນີນການປ່ອນບັດ ຢັ່ງເບິ່ງຫາງສຽງຄົ້ນຄວ້າຄັດເລືອກເອົາບຸກຄະລາກອນທີ່ເປັນເປົ້າ ໝາຍເກົ່າ ແລະໃໝ່ ເພື່ອກະກຽມເຂົ້າໃສ່ການສະໝັກຮັບເລືອກຕັ້ງຄະນະພັກຊຸດໃໝ່ສໍາເລັດຕາມແຜນການ.
ຮ້ອຍເອກ ແສງດາລາ ໄຊຍະລາດ ນັກຂ່າວກອງບັນຊາການທະຫານນະຄອນຫຼວງວຽງຈັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ