
ຄະນະພັກ-ຄະນະບັນຊາ ໂຮງໝໍສູນກາງ 103 ກອງທັບ, ອວຍພອນຄະນະນໍາກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2025-01-15 15:24:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 737 | ຄວາມນິຍົມ:
ວັນທີ 15 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ດຣ ນາງ ມະລີວອນ ສຸລິຍະແສງ ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ, ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນຄະນະນໍາກົມໃຫຍ່ພະລາທິການກອງທັບ, ເຊິ່ງໄດ້ຕາງໜ້າໃຫ້ກົມໃຫຍ່ໂດຍ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃຫ້ເຕັມໄປດ້ວຍບັນຍາກາດທີ່ດີ ແລະ ມີຄວາມໝາຍສໍາຄັນອັນເລິກເຊິ່ງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ກໍໄດ້ສະແດງຄວາມຂອບໃຈ ເປັນຢ່າງຍິ່ງ, ພ້ອມທັງກ່າວອວຍພອນໄຊອັນປະເສີດໃຫ້ຄະນະພັກ-ຄະນະບັນຊາໂຮງໝໍສູນກາງ 103 ກອງທັບ ແລະ ພະນັກງານ, ນັກຮົບ, ແພດໝໍ ທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ຕັ້ງໜ້າປະຕິບັດເຮັດສໍາໜ້າທີ່ການເມືອງຂອງກົມກອງກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມ.
ໂດຍ: ມິດຕະພາບ ບຸນພະນຸໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ