ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ບໍລີສັດ ສະຕາໂທລະຄົມ (ຢູນິເທວ) ມອບທຶນ ອຸປະກອນການສຶກສາ ໃຫ້ເຂດຊົນບົດ ແຂວງຜົ້ງສາລີ
ເວລາອອກຂ່າວ: 2025-01-15 12:12:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 602 | ຄວາມນິຍົມ:



ວັນທີ 10 ມັງກອນ 2025 ນີ້, ບໍລີສັດ ສະຕາໂທລະຄົມ (ຢູນິເທວ) ໄດ້ລົງມອບທຶນຊ່ວຍເຫຼືອ ໂຮງຮຽນ ມຕ ບ້ານ ມູຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ ເປັນຈຳນວນມູນຄ່າລວມຫຼາຍກວ່າ 170,000,000 ກີບ. ພາຍໃຕ້ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ”, ເຊິ່ງໃນນັ້ນແມ່ນການອຸປະຖຳສ້ອມແປງໂຮງຮຽນ, ຊ່ວຍເຫຼືອໃນການດຶງນໍ້າສະອາດເຂົ້າໂຮງຮຽນ, ອຸປະຖຳການຊື້ດອກໄຟໂຊລ່າເຊວ ເພື່ອຕິດຕັ້ງໃຫ້ຫໍພັກນັກຮຽນ. ພ້ອມນັ້ນ, ຍັງໄດ້ມີການມອບອຸປະກອນການສຶກສາຕ່າງໆ ລວມທັງເຄື່ອງນຸ່ງຫົ່ມທັງ ໃໝ່-ເກົ່າ ໃຫ້ແກ່ນ້ອງນັກຮຽນ ແລະ ປະຊາຊົນທີ່ຂາດແຄນໃນຊ່ວງທີ່ອາກາດໜາວ ພາຍໃນບ້ານ ຈີ່ຫ້ວຍສານ ແລະ ອີກສອງບ້ານໃກ້ຄຽງ ກໍຄືບ້ານ ນ້ຳຂຸ້ນ ແລະ ບ້ານ ນາມາກ. ເຂົ້າຮ່ວມພິທີມີ ທ່ານ ບຸນສີຊ້າ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງບູນໃຕ້, ທ່ານ ຫັດສະຫວ່າງສົງປະເສີດ ຮອງຫົວໜ້າຫ້ອງວ່າການປົກຄອງບູນໃຕ້, ທ່ານ ເຫຼັກແສງວົງຄໍາ ຜູ້ອໍານວຍການໂຮງ ມຕ ມູຈີ່ຫ້ວຍສານ, ທ່ານ ຫງວຽນ ກວາງ ຫຽວ ອຳນວຍການ ສູນ ສະຕາມີເດຍ ຕາງໜ້າ ບໍລິສັດ ສະຕາໂທລະຄົມ ພ້ອມດ້ວຍຄູ-ອາຈານ, ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນ ບ້ານ ມູຈີ່ຫ້ວຍສານ ເຂົ້າຮ່ວມ. ທ່ານ ຫງວຽນ ກວາງ ຫຽວ ອຳນວຍການ ສູນ ສະຕາມີເດຍ ຕາງໜ້າ ບໍລິສັດ ສະຕາໂທລະຄົມ ໄດ້ສະແດງຄວາມຮູ້ສຶກຍິນດີ ແລະ ດີໃຈທີ່ໄດ້ມີໂອກາດໄດ້ມາຊ່ວຍເຫຼື່ອ. ຈຸດປະສົງໃນການຈັດຕັ້ງປະຕິບັດໂຄງການຄັ້ງນີ້ ກໍເພື່ອຊຸກຍູ້, ສົ່ງເສີມການສຶກສາ ໃຫ້ນ້ອງນັກຮຽນໃນເຂດຫ່າງໄກສອກຫຼີກໄດ້ມີໂອກາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ຄຽງຄູ່ກັບການມີສະພາບການດຳລົງຊີວິດທີ່ດີຂອງປະຊາຊາຊົນ. ແຂວງຜົ້ງສາລີ ເປັນໜື່ງໃນແຂວງພາກເໜືອຂອງປະເທດລາວ, ມີອາກາດໜາວເຢັນ ແລະ ມີພູມສັນຖານທີ່ເຕັມໄປດ້ວຍເປັນພູສູງ, ມີຫຼາຍໝູ່ບ້ານທີ່ຢູ່ໃນເຂດຊົນນະບົດ ແລະ ຍັງມີຫຼາຍຄອບຄົວ ທີ່ມີຄວາມຕ້ອງການການຊ່ວຍເຫຼືອ ເຊີ່ງໜຶ່ງໃນນັ້ນກໍຄື ບ້ານ ຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ. ສະນັ້ນ, ຢູນິເທວ ຈຶງໄດ້ລະດົມທຶນ, ອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມທັງໃໝ່-ເກົ່າ ແລະ ເຂົ້າສານອາຫານແຫ້ງຕ່າງໆ ເພື່ອນຳມາຊ່ວຍເຫຼືອໃນຄັ້ງນີ້. ທ່ານ ເຫຼັກ ແສງວົງຄໍາ ຜູ້ອໍານວຍການໂຮງຮຽນ ມຕ ບ້ານ ມູຈີ່ຫ້ວຍສານ ໄດ້ກ່າວສະແດງຂອບໃຈຢ່າງສຸດຊຶ້ງຕໍ່ ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອໃນຄັ້ງນີ້. ເຊິ່ງເຮັດໃຫ້ນ້ອງນັກຮຽນໄດ້ຮັບການຍົກລະດັບຄຸນນະພາບໃນການຮ່ຳຮຽນ, ໄດ້ນໍາໃຊ້ຫ້ອງຮຽນທີ່ໄດ້ຮັບການບູລະນະ, ໄດ້ນຳໃຊ້ນ້ຳສະອາດ, ນັກຮຽນທີ່ຢູ່ຫໍພັກທັງ ຍິງ-ຊາຍ ໄດ້ນຳໃຊ້ດອກໄຟໂຊລ່າເຊວ, ປະຊາຊົນໃນບ້ານໄດ້ຮັບເຄື່ອງນຸ່ງຫົ່ມເຊິ່ງມີຄວາມຈຳເປັນໃນຊ່ວງອາກາດໜາວ. ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ” ເປັນໂຄງການທີ່ໄດ້ຮັບການສ້າງຕັ້ງຂື້ນໂດຍ ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ເພື່ອສົ່ງເສີມການສຶກສາໃນເຂດຫ່າງໄກສອກຫຼີກ, ສົ່ງມອບການຊ່ວຍເຫຼືອທາງດ້ານການດຳລົງຊີວິດ ໃນເຂດຊົນນະບົດທີ່ມີຄວາມຕ້ອງການ, ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ມີຊີວິດທີ່ດີຂື້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ