
ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024
ເວລາອອກຂ່າວ: 2025-01-15 11:23:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 464 | ຄວາມນິຍົມ:
ວັນທີ 14 ມັງກອນ 2025 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025, ໂດຍການປະທານຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ, ມີຄະນະພັກ-ຄະນະບັນຊາຫ້ອງການ, ກອງພັນ ພະນັກງານຫຼັກແຫຼ່ງທົ່ວໂຮງຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນມີ ບຸນໜູເງິນ ຫົວໜ້າຫ້ອງການບໍລິຫານໂຮງຮຽນ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ, ຍົກໃຫ້ເຫັນສະພາບທີ່ສົ່ງຜົນກະທົບໃນການເຄື່ອນໄຫວວຽກງານ ໂດຍສະເພາະສະພາບທາງດ້ານເສດຖະກິດ-ສັງຄົມ, ເຖິງຢ່າງໃດກໍຕາມກົມກອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ. ໃນນີ້ ໄດ້ຫັນລົງກໍ່ສ້າງຮາກຖານ ຕາມຂອບເຂດຮັບຜິດຊອບ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ຈັດຕັ້ງເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ ໃຫ້ພະນັກງານ-ນັກຮົບ ຮັບຮູ້ທົ່ວເຖິງ ແລະ ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ ຕິດພັນກັບການດຳເນີນຊີວິດການເມືອງຂອງພັກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ສາມາດສ້າງໄດ້ສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ ກວມເອົາ 94,82%, ກາງ 4,99%, ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ 17 ກົມກອງ. ພ້ອມນີ້ ກົມກອງ ໄດ້ເອົາໃຈໃສ່ ການລຽ້ງດູທັບ ດ້ວຍການປູກ-ການລຽ້ງ ໃນນີ້ປູກຜັກໄດ້ 20,720 ກິໂລກຼາມ, ກົມກອງລວມໝູ່ ແລະ ກອງຮ້ອຍຜະລິດ ສະໜອງຊີ້ນ, ປາ ເຂົ້າເຮືອນຄົວລວມໄດ້ 9,198 ກິໂລກຼາມ, ກົມກອງສ້າງລາຍຮັບໄດ້ຈາກການ ປູກຝັງ-ລຽ້ງສັດ ແລະ ບໍລິການອື່ນໆ ເປັນເງິນທັງໝົດ 977,561,000 ກີບ ແລະ ຍັງມີວຽກງານປິ່ນອ້ອມຕ່າງໆຂອງກົມກອງກໍມີຜົນສໍາເລັດເປັນຢ່າງດີ, ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ຖອດ-ຖອນບົດຮຽນ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມຄົບຖ້ວນສົມບູນ.
ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຍົກສູງການປະຕິບັດພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບ, ປັບປຸງແບບແຜນວິທີເຮັດວຽກກັບທຸກຂະແໜງການ ເພື່ອເຮັດໃຫ້ວຽກງານ ການລ້ຽງດູທັບ, ການຄຸ້ມຄອງນັກຮຽນ-ການສິດສອນ ສົ່ງຄວາມຮູ້ໃນການອົບຮົມ-ຫັດແອບ ໃຫ້ນັກຮຽນ ໂດຍຖືເອົາຄຸນນະພາບເປັນກົກ, ສ້າງກົມກອງ, ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະກອບສວ່ນເຂົ້າໃນທຸກໆຂະບວນການຂອງກົມກອງຢ່າງຕັ້ງໜ້າ, ພ້ອມກັນ ນຳເອົາແຜນການໄປຈັດຕັ້ງປະຕິບັດ, ສ້າງກົມກອງໃຫ້ມີບາດກ້າວໃໝ່ໃຫຍ່ຫຼວງກວ່າເກົ່າ.
ໂດຍ: ຄຳແປງ ຟອງສາຍໄໝ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ