
ຄະນະນຳ ວປກ ເຂົ້າອວຍພອນ ສະຫາຍ ພົນໂທ ແສງນວນ ໄຊຍະລາດ
ເວລາອອກຂ່າວ: 2025-01-15 11:20:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 384 | ຄວາມນິຍົມ:
ວັນທີ 14 ມັງກອນ 2025 ນີ້, ຄະນະນຳ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ນຳໂດຍ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງ ກອນ 1949 - 20 ມັງກອນ 2025).
ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຕາງໜ້າໃຫ້ ຄະນະນຳ ວິທະຍາຄານ, ຕະຫຼອດຮອດພະນັກງານ-ນັກຮົບ, ນັກສຶກສາ ໃນທົ່ວ ວປກ ກ່າວສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານ, ທີ່ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ປະກອບສ່ວນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະແມ່ນການກໍ່ສ້າງກອງທັບປະຊາຊົນລາວ ພ້ອມທັງກ່າວຄຳອວຍພອນ ໄຊອັນປະເສີດ ໃຫ້ສະຫາຍຈົ່ງມີ ສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ເປັນທຸງໄຊເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າໃກ້ຊິດຕິດແທດ, ຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງກອງທັບປະຊາຊົນລາວ ໃຫ້ມີບາດກ້າວອັນໃໝ່, ກ້າວຂຶ້ນເປັນກອງທັບປະຕິວັດ, ມີລະບຽບແບບແຜນ ແລະ ທັນສະໄໝ ນັບມື້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ພະນັກງານ-ນັກຮົບທຸກຖ້ວນໜ້າ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຈົ່ງສືບຕໍ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ຊາດ, ພັກ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້, ເວລາໃດກໍຈົ່ງເປັນກຳແພງອັນແໜ້ນໜາ ແລະ ເສົາຄໍ້າ ສໍາຄັນຂອງປະເທດຊາດສົມກັບເປັນກອງທັບວິລະຊົນຂອງຊາດລາວວິລະຊົນຕະຫຼອດໄປ.
ໂດຍ: ອາລຸນ ພັນຈະເລີນພົນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ