
ທະຫານແຂວງຄຳມ່ວນ ແລະ ທະຫານຊາຍແດນ ແຂວງກວາງບິ່ງ ຮ່ວມກັນເຊັນສັນຍາເຄື່ອນໄຫວລາດຕະເວນສອງຝ່າຍ
ເວລາອອກຂ່າວ: 2025-01-15 11:16:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:
ວັນທີ 12 ມັງກອນ 2025 ຜ່ານມານີ້, ຢູ່ທີ່ກອງບັນຊາການທະຫານ ຊາຍແດນແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດພິທີເຊັນສັນຍາ ເຄື່ອນໄຫວກວດກາລາດຕະເວນສອງຝ່າຍ ລະຫວ່າງ ຄະນະຜູ້ແທນກອງບັນຊາການທະຫານແຂວງຄຳມ່ວນ ສປປ ລາວ ແລະ ຄະນະຜູ້ແທນກອງບັນຊາການ ທະຫານຊາຍແດນແຂວງກວາງບິ່ງ ສສ ຫວຽດນາມ, ເຊິ່ງຝ່າຍລາວນຳໂດຍ ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຄຳມ່ວນ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພັນເອກ ຈິ້ງ ແທັງ ບິ່ງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການທີ່ເກີດຂຶ້ນໃນໄລຍະຜ່ານມາ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດການລາດຕະເວນເສັ້ນຊາຍແດນທາງບົກໂດຍ ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ ຄຸ້ມຄອງເພື່ອສຳຫຼວດ, ປ້ອງກັນ ແລະ ສະກັດກັ້ນບັນດາການເຄື່ອນໄຫວທີ່ກໍ່ໃຫ້ເກີດຄວາມເສຍຫາຍ ສົ່ງຜົນກະທົບຕໍ່ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ເຄື່ອງໝາຍຊີ້ບອກເຂດຊາຍແດນ, ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ກຳນົດກົນໄກ, ວິທີການ, ການຈັດຕັ້ງບັນຊາ ແລະ ຫຼັກການປະສານສົມທົບ ແກ້ໄຂບັນຫາທີ່ເກີດຂຶ້ນຕາມຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວພັນເຖິງການຄຸ້ມຄອງ ປົກປັກຮັກສາຊາຍແດນ ແລະ ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ຂອບເຂດຊາຍແດນທັງສອງຝ່າຍ, ກວດກາສະພາບເສັ້ນຊາຍແດນ, ບັນດາໂຄງການກໍ່ສ້າງທີ່ກ່ຽວພັນເຖິງຊາຍແດນ , ປະສານສົມທົບກວດກາ, ກວດສອບ, ພົບເຫັນທັນເວລາ, ສະກັດກັ້ນ ແລະ ແກ້ໄຂ ບັນດາກໍລະນີທີ່ລະເມີດຕໍ່ລະບຽບກົດໝາຍຊາຍແດນແຫ່ງຊາດ, ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ລາດຕະເວນສອງຝ່າຍຢູ່ຕາມຊາຍແດນ, ເພີ່ມທະວີໃນການສົມທົບກໍ່ສ້າງຊາຍແດນໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.
ການເຊັນສັນຍາຮ່ວມກັນໃນຄັ້ງນີ້ ມີທັງໝົດ 9 ມາດຕາ ເຊິ່ງຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ, ຈາກນັ້ນ ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຄຳມ່ວນ ແລະ ສະຫາຍ ພັນເອກ ຈິ້ງ ແທັງ ບິ່ງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ກໍ່ໄດ້ລົງນາມເຊັນສັນຍາຮ່ວມກັນ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂດຍ : ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ