
ເຫຼົ່າຮົບປືນໃຫຍ່ໜ້າດິນ ສຸມໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໃນທຸກດ້ານ
ເວລາອອກຂ່າວ: 2025-01-15 09:08:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 616 | ຄວາມນິຍົມ:
ເຫຼົ່າຮົບປືນໃຫຍ່ໜ້າດິນແມ່ນເຫຼົ່າຮົບວິຊາສະເພາະ ເປັນ ກຳລັງໄຟຈຸດໜັກຂອງກອງທັບ ປະຊາຊົນລາວ ເຊິ່ງໄດ້ປະກອບ ສ່ວນອັນໃຫຍ່ຫຼວງເຂົ້າໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນຊຸມປີຜ່ານມາ ນອກຈາກໄດ້ເຮັດສຳເລັດໜ້າທີ່ການເມືອງຂອງເຫຼົ່າຮົບແລ້ວ ແຕ່ລະກົມກອງເຫຼົ່າຮົບຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ໃນສະເພາະໜ້າ ແລະ ຍາວນານ.
ອີງໃສ່ບົດລາຍງານການ ເຄື່ອນໄຫວວຽກງານຮອບດ້ານ ໄລຍະແຕ່ປີ 2019-2024 ຂອງເຫຼົ່າຮົບປືນໃຫຍ່ໜ້າດິນ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ບັນດາກົມກອງເຫຼົ່າຮົບຍາມໃດກໍໄດ້ຖືສຳຄັນວຽກງານປັບປຸງກໍ່ສ້າງກຳລັງ ໂດຍສະເພາະແມ່ນການປັບປຸງກໍ່ສ້າງກຳລັງທາງດ້ານການເມືອງ-ແນວຄິດ ເຊິ່ງຄະນະພັກ-ຄະນະບັນຊາ ບັນດາກົມກອງເຫຼົ່າຮົບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ, ເຮັດດ້ວຍຫຼາຍວິທີການ, ສອດຄ່ອງກັບສະ ພາບຕົວຈິງ, ໄດ້ນຳເອົາບັນດາເອກະສານສຳຄັນ, ມະຕິຕ່າງໆ ຂອງຂັ້ນເທິງມາຈັດຕັ້ງເຜີຍແຜ່ເຊື່ອມຊຶມຢ່າງທົ່ວເຖິງ ອັນໄດ້ເຮັດໃຫ້ພະນັກງານ-ນັກຮົບ ໃນທົ່ວກົມກອງເຫຼົ່າຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ດ້ານວຽກງານກໍ່ສ້າງພັກ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກໃນທຸກດ້ານ ບົນພື້ນຖານປະຕິບັດຖືກຕ້ອງຕາມ 5 ຫຼັກການ 3 ທິດນຳຂອງພັກ ເຮັດໃຫ້ຫຼາຍຫົວໜ່ວຍກົມກອງກາຍເປັນໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ມາຮອດປັດຈຸບັນ ທົ່ວເຫຼົ່າຮົບມີ 4 ອົງຄະນະພັກກອງພັນໃຫຍ່, ມີ 15 ຄະນະພັກຮາກຖານ, 87 ໜ່ວຍພັກຮາກຖານ ໃນນີ້, ມີ 52 ຄະນະພັກ ແລະ ໜ່ວຍພັກຮາກຖານ ປອດໃສ ເຂັ້ມແຂງ ໜັກແໜ້ນ, ມີສະມາຊິກພັກແຂງ ກວມເອົາ 70% ແລະ ມີຫຼາຍ ກົມກອງກາຍເປັນກົມກອງປອດໃສ, ປອດໄພ, ປອດຄະດີ, ແຕ່ລະກົມກອງໄດ້ສຸມໃສ່ກໍ່ສ້າງພະ ນັກງານສືບທອດປ່ຽນແທນໄດ້ຢ່າງເປັນລະບົບຕໍ່ເນື່ອງ, ມີແຜນພະນັກງານສືບທອດປ່ຽນແທນຖືກຕາມລະບົບ ແລະ ເອົາໃຈໃສ່ຍົກລະດັບດ້ານວິຊາສະເພາະຂອງພະນັກງານ-ນັກຮົບ ໃຫ້ນັບ ມື້ສູງຂຶ້ນ. ໃນໄລຍະ 5 ປີຜ່ານ ມາ, ພະນັກງານ-ນັກຮົບ ໄດ້ຮັບ ທຶນໄປກໍ່ສ້າງຢູ່ພາຍໃນ ຂັ້ນປະ ລິນຍາ 176 ສະຫາຍ, ນາຍສິບ ປືນໃຫຍ່ 187 ສະຫາຍ, ໄປຮໍ່າ ຮຽນກໍ່ສ້າງ ແລະ ບຳລຸງວິຊາສະເພາະຢູ່ຕ່າງປະເທດ ລວມທັງ ໝົດ 131 ສະຫາຍ. ອົງການຈັດ ຕັ້ງມະຫາຊົນແມ່ນກຳລັງແຮງ ຕົ້ນຕໍຂອງຄະນະພັກ-ຄະນະບັນ ຊາໃນການຈັດຕັ້ງປະຕິບັດໜ້າ ທີ່ການເມືອງຂອງກົມກອງ, ຕະ ຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງທົ່ວເຫຼົ່າຮົບ ຈຶ່ງໄດ້ເອົາໃຈໃສ່ຊີ້ນຳຊຸກຍູ້ໃຫ້ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ຊຸກຍູ້ຂະບວນການ 4 ບຸກຂອງຊາວໜຸ່ມ ແລະ ຂະບວນການ 3 ດີ ຂອງສະຫະພັນແມ່ຍິງ ໃຫ້ເປັນຂະບວນການຟົດ ຟື້ນຕໍ່ເນື່ອງ. ດ້ານວຽກງານອົບ ຮົມ-ຫັດແອບ ເປັນວຽກງານໜຶ່ງທີ່ສຳຄັນ ເພື່ອຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບມີປະສິດທິຜົນສູງ, ບັນດາກົມກອງເຫຼົ່າຮົບໄດ້ຈັດຕັ້ງ ປະຕິບັດແຜນການອົບຮົມ-ຫັດແອບປະຈຳປີ ຕາມທິດຊີ້ນຳຂອງກົມໃຫຍ່ເສນາທິການກອງທັບ ແລະ ກົມປືນໃຫຍ່ໜ້າດິນຢ່າງເປັນປົກກະຕິ ສາມາດປະເມີນຜົນໄດ້ຮັບດັ່ງນີ້: ປະເພດເກັ່ງ ກວມເອົາ 31,93%, ກາງ 34,09% ແລະ ລະດັບຄາດໝາຍ 27,75%. ນອກຈາກແຕ່ລະກົມກອງໄດ້ຈັດຕັ້ງອົບຮົມ-ຫັດແອບ ແລະ ຍິງລູກປືນແທ້ປະຈຳປີແລ້ວ, ກົມປືນໃຫຍ່ໜ້າດິນ ຍັງໄດ້ຈັດຕັ້ງເປີດຊຸດອົບຮົມໄລຍະສັ້ນ ການນຳໃຊ້ປືນ DKB, ການນຳໃຊ້ອຸປະກອນບັນຊາຍົນບໍ່ມີຄົນຂັບ ຢູ່ກອງພັນໃຫຍ່ 621 ຮ່ວມກັບ ຊ່ຽວຊານ ສປ ຈີນ ແລະ ກົມອຸດສາຫະກຳປ້ອງກັນຊາດ ຕື່ມອີກ. ພິເສດແມ່ນໄດ້ນຳໃຊ້ກຳລັງ 1 ກອງຮ້ອຍ SR-5 ຈາກກອງພັນໃຫຍ່ 621, ຈັດຕັ້ງ 1 ກອງຮ້ອຍ BM-21 ຈາກກອງພັນໃຫຍ່ 605, 1 ກອງຮ້ອຍປືນ 122 ຈາກກອງພັນ 631 ກອງພົນທີ 1 ເຂົ້າຮ່ວມຊ້ອມຮົບຍິງສະແດງຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ຮັບຜົນສຳ ເລັດເປັນຢ່າງດີ ແລະ ມີຄວາມປອດໄພ 100% ພ້ອມກັນນີ້, ຍັງໄດ້ຈັດຕັ້ງອົບຮົມ-ຫັດແອບ ຍິງລູກປືນແທ້ທົດລອງລະບົບເດລາ 10, 40 ຈັບເປົ້າໝາຍຢູ່ສະໜາມວິທະຍາຄານນາຍທະຫານບົກກົມມະດຳ, ເຂົ້າຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣດ 2022 ແລະ ຊ້ອມຮົບຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ. ສ່ວນວຽກງານຈັດຕັ້ງ ແລະ ຄຸ້ມຄອງຈຳນວນພົນ, ໃນໄລຍະ 5 ປີຜ່ານມາ ກົມປືນໃຫຍ່ໜ້າດິນ ໄດ້ຂະຫຍາຍເພີ່ມຕື່ມ 2 ພະແນກ ຄື: ພະແນກຈັດຕັ້ງປະກອບ ແລະ ພະແນກສື່ສານ, ຂະຫຍາຍເພີ່ມຕື່ມ 2 ກອງພັນໃຫຍ່ ຄື: ກອງພັນໃຫຍ່ 611, ກອງພັນໃຫຍ່ 619, ກອງຮ້ອຍ 36 ທະຫານແຂວງວຽງຈັນ, ຂະແໜງປືນໃຫຍ່ ກອງ ພັນໃຫຍ່ 941, ພະແນກປືນໃຫຍ່ ໂຮງຮຽນນາຍສິບເຫຼົ່າຮົບບ້ານແປນ ພ້ອມທັງໄດ້ປະກອບພະນັກ ງານຄູ-ອາຈານສຳເລັດ, ສ່ວນ ດ້ານກຳລັງພົນປະກອບໃຫ້ບັນ ດາກົມກອງເຫຼົ່າຮົບ ຖ້າທຽບໃສ່ຫຼັກການປະກອບແມ່ນປະຕິບັດໄດ້ປະມານ 70%, ໄດ້ປັບປຸງຄືນນິຕິກຳຂັ້ນກອງພັນໃຫຍ່ສຳ ເລັດ ແລະ ໄດ້ສ້າງນິຕິກຳການປະກອບປືນລາບ ໃຫ້ບັນດາກົມກອງປືນໃຫຍ່ໜ້າດິນແຕ່ຂັ້ນກອງ ຮ້ອຍຮອດຂັ້ນກອງພັນໃຫຍ່ສຳ ເລັດໃນປີ 2020.
ຜ່ານການເຮັດວຽກງານປັບ ປຸງກໍ່ສ້າງກຳລັງໃນໄລຍະຜ່ານ ມາ ໄດ້ເຮັດໃຫ້ກົມກອງເຫຼົ່າຮົບ ປືນໃຫຍ່ໜ້າດິນນັບມື້ເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ ແລະ ສາ ມາດເຮັດສຳເລັດໜ້າທີ່ການ ເມືອງຂອງກົມກອງເຫຼົ່າຮົບ ຕາມທີ່ພັກ-ລັດ ແລະ ປະເທດຊາດ ມອບໝາຍໃຫ້.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ