
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງຄະນະພັກຮາກຖານ ຫ້ອງພະລາທິການ ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2025-01-15 09:05:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 604 | ຄວາມນິຍົມ:
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງຄະນະພັກຮາກຖານ ຫ້ອງພະລາທິການ ທະຫານແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 9 ມັງກອນ 2025 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ
ກຳມະການຄະນະພັກ ກອງບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີສະຫາຍ ພັນເອກ ເນືອງທອງ ຊຸຍຍະຈັນ ເລຂາຄະນະພັກຮາກຖານຫ້ອງພະລາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຖືກເຊີນ ແລະ ສະມາ ຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ອຳໄພ ອຸ່ມສາພົນ ຮອງເລຂາຄະນະພັກຮາກຖານ ຫ້ອງພະລາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະພັກຮາກຖານ ໃນໄລຍະຊຸມປີຜ່ານມາ ເຫັນວ່າມີຫຼາຍດ້ານທີ່ພົ້ນເດັ່ນ ແລະ ເຮັດສຳເລັດຕາມແຜນການທີ່ວາງໄວ້ ຕິດພັນກັບການປັບປຸງກໍ່ສ້າງພັກທັງ 4 ດ້ານຄື (ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ), ໄປຄຽງຄູ່ກັບການບຳລຸງ-ກໍ່ສ້າງພະນັກງານ ຕາມທິດ 3 ລຸ້ນ 3 ປະເພດ ຮັບປະກັນໄດ້ລັກສະນະສືບທອດປ່ຽນແທນ. ປັດຈຸບັນທົ່ວຄະນະພັກຮາກຖານຫ້ອງພະລາທິການ ປະກອບມີ 5 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 122 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກໄດ້ 36 ສະຫາຍ. ໃນໄລຍະຜ່ານມາພະນັກງານສະມາຊິກພັກ, ນັກຮົບ ໄດ້ຮັບ ການຍ້ອງຍໍ ປະເພດຫຼຽນໄຊແຮງງານ ຊັ້ນ II ຈຳນວນ 7 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 4 ສະຫາຍ, ໃບຍ້ອງຍໍຂອງລັດຖະບານ 15 ສະຫາຍ, ໃບຍ້ອງຍໍຂັ້ນແຂວງ ແລະ ເມືອງ 17 ສະຫາຍ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ໃສ່ບົດລາຍງານທັງສອງພາກ ໃຫ້ຄົບຖ້ວນກະທັດຮັດ ແລະ ສອດຄ່ອງກັບເງື່ອນໄຂ ຂອງກົມກອງ.
ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ໄດ້ຕາມຄາດໝາຍ ໂດຍກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພັນເອກ ເນືອງທອງ ຊຸຍຍະຈັນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ອຳໄພ ອຸ່ມສາພົນ ເປັນຮອງເລຂາ, ສະຫາຍ ພັນໂທ ສີວອນ ສຸລິຂັນ ເປັນປະທານກວດກາພັກ, ສະຫາຍ ພັນໂທ ສົມພົງ ຈັນສະໝອນ ເປັນຮອງປະທານກວດກາພັກ, ສະຫາຍ ພັນໂທ ແສງເພັດ ອາໄພສະຫວັດ, ສະຫາຍ ພັນໂທ ສຸລິນ ມານິດ ແລະ ສະຫາຍ ພັນໂທ ພິມພາ ປັນຍາທອງ ເປັນກຳມະການຄະນະພັກຮາກຖານ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ