
ກົມກອງຕ່າງໆ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-01-15 09:02:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 572 | ຄວາມນິຍົມ:
ນັບແຕ່ຕົ້ນເດືອນມັງກອນເປັນຕົ້ນມາ, ກອງພົນທີ 1, ກອງບັນຊາການທະຫານແຂວງອັດຕະປື, ກອງບັນຊາການທະຫານເມືອງສິງ, ກອງພັນ 793, ຫ້ອງການເມືອງ ວິທະຍາຄານພະລາທິການກອງທັບ, ຫ້ອງການກອງບັນຊາການແຂວງຫຼວງນ້ຳທາ, ຫ້ອງການບໍລິຫານ ໂຮງຮຽນກໍ່ສ້າງນາຍສິບເລກ1, ຫ້ອງການເມືອງແຂວງຫຼວງນ້ຳທາ, ພະແນກວິຊາການ ກອງພັນໃຫຍ່ 279, ກອງພັນນັກຮຽນໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ຂະແໜງຊາວໜຸ່ມກອງພັນໃຫຍ່ 703 ຕ່າງກໍໄດ້ຈັດຕັ້ງສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກປະຈຳປີ 2024 ແລະ ວາງທິດທາງແຜນການໃນປີ 2025, ອີງຕາມບົດສະຫຼຸບຂອງແຕ່ລະກົມກອງນັ້ນ ສາມາດສັງລວມໄດ້ວ່າໃນໄລຍະ 1 ປີຜ່ານ
ມາ ຄະນະພັກ-ຄະນະບັນຊາແມ່ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບຈັດຕັ້ງປະຕິບັດແຕ່ລະຂົງເຂດວຽກງານດ້ວຍຄວາມຮັບຜິດຊອບສູງມີຫຼາຍດ້ານມີລັກສະນະພົ້ນເດັ່ນເປັນຕົ້ນແມ່ນ.
+ ໃນນີ້, ກອງພົນທີ 1: ໃນ1 ປີຜ່ານມາຄະນະພັກ-ຄະນະບັນຊາແມ່ນໄດ້ຊີ້ນຳວຽກງານເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ດ້ານວຽກງານປັບປຸງກໍ່ສ້າງກຳລັງກໍໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ຊຸກຍູ້ຂະບວນການດ້ານຕ່າງໆຂອງກົມກອງຢ່າງຕໍ່ເນື່ອງ ນອກນີ້, ຍັງໄດ້ສຸມໃສວຽກງານກໍ່ສ້າງພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໂດຍຖືເອົາຄຸນນະພາບເປັນກົກໂດຍອີງຕາມມາດຖານ, ເງື່ອນໄຂ, ຄວາມຮູ້ຄວາມສາມາດ ແລະ ພຶດຕິກຳຂອງຊາວໜຸ່ມ, ແມ່ຍິງ ເພື່ອປະກອບເຂົ້າໃນວຽກງານຕົວຈິງຂອງກົມກອງ.
ກອງບັນຊາການທະຫານແຂວງອັດຕະປື: ເປັນຕົ້ນແມ່ນການລົງກໍ່ສ້າງຮາກຖານການເມືອງ ໃນ 5 ຕົວເມືອງ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮອບດ້ານ. ໃນນັ້ນ, ໄດ້ສ້າງຄອບຄົວປ້ອງ ກັນຊາດເຂັ້ມແຂງ 967 ຄອບຄົວ, ວຽກງານກຽມພ້ອມສູ້ຮົບ ເຊິ່ງໄດ້ນຳກຳລັງເຂົ້າປ້ອງກັນ ກອງປະຊຸມ CLV, ກອງປະຊຸມພົບປະ 3 ລັດຖະມົນຕີ ແລະ ບຸນສຳຄັນຕ່າງໆຂອງຊາດ 5 ຄັ້ງ, ນຳໃຊ້ກຳລັງ 1.297 ສະຫາຍ, ສາມາດຮັບປະກັນຄວາມປອດໄພ 100%, ສຳເລັດແຜນການອົບຮົມ-ຫັດແອບ ການເມືອງ-ການທະຫານ ປະຈຳປີ 2024 ໃຫ້ກົມກອງໄດ້ 10 ກົມກອງ, ສຳເລັດການອົບຮົມ-ຫັດແອບການທະຫານຂັ້ນພື້ນຖານ ໃຫ້ທະຫານພັນທະ ປະຈຳປີ 2023 ຈຳນວນ 157 ສະຫາຍ, ຍິງ 10 ສະຫາຍ. ນອກນັ້ນ, ຍັງໄດ້ນຳໃຊ້ກຳລັງໄປປະຈຳຢູ່ຂອບເຂດຊາຍແດນ ທີ່ຍັງບໍ່ມີຄວາມສະຫງົບຢ່າງເປັນປະຈຳ.
ກອງບັນຊາການທະຫານເມືອງສິງ: ຕະຫຼອດໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບ ເຂົ້າໃຈພາລະບົດບາດ, ໜ້າທີ່ຂອງຕົນຮັບຜິດຊອບຢ່າງເລິກເຊິ່ງ ອອກແຮງກໍ່ສ້າງພັກ-ສ້າງພະນັກງານ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາຄຸນນະພາບເປັນສຳຄັນ, ດ້ານວຽກງານແກ້ໄຂຊີວິດການເປັນຢູ່ກົມກອງໄດ້ລ້ຽງງົວ 2 ໂຕ, ລ້ຽງສັດປີກ 370 ໂຕ, ມີໜອງປາ 2 ໜອງປ່ອຍປາ 10.000 ໂຕ, ປູກຜັກຊະນິດຕ່າງໆ ໃນເນື້ອທີ 1.500 ຕາແມັດ ສາມາດປູກຜັກໄດ້ທັງໝົດ 4.470 ກິໂລ ເປັນເງິນ 41.700.000 ກວ່າກີບ, ພັນທະເຂົ້າເຮືອນຄົວລວມ 1.550 ກິໂລ ເປັນເງິນ 11.600 000 ກວ່າກີບ, ຂາຍອອກຕະຫຼາດ 2.920 ກິໂລ ເປັນເງິນ 30.160.000 ກວ່າກີບ.
ກອງພັນ 793 ກອງພັນໃຫຍ່ 279: ອັນພົ້ນເດັ່ນໃນໄລຍະຜ່ານມາ ແມ່ນວຽກງານສ້າງຮາກຖານການເມືອງ ໂດຍໄດ້ຊີ້ນຳຈັດຕັ້ງພະນັກງານ ລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຮາກຖານປະຊາຊົນ 4 ໝູ່ບ້ານ, ເຂດກົມກອງຕັ້ງທັບ, ປະສານສົມທົບກັບອຳນາດການປົກຄອງເພື່ອເກັບກຳປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນມີການຈັດຕັ້ງລະບົບປະຈຳການ, ກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ. ດ້ານການປູກຝັງ-ລ້ຽງສັດ ແມ່ນໄດ້ປູກພືດລົ້ມລຸກ
ຕາມລະດູການສາມາດເກັບກູ້ໄດ້ 4.800 ກິໂລກຣາມ ເປັນເງິນ 78.500.000 ກີບ, ລ້ຽງງົວ 22 ໂຕ, ມີສັດປີກ 380 ໂຕ, ໝູ 4 ໂຕ, ລ້ຽງປາ 3.200 ໂຕ, ລ້ຽງກົບ 3.900 ໂຕ, ໃນ 1 ປີ ຜ່ານມາ ກົມກອງສາມາດສ້າງລາຍຮັບເຂົ້າຄັງລວມໄດ້ທັງໝົດ 221.680.000 ກີບ ສະເລ່ຍເປັນຫົວຄົນ 1.055.619 ກີບຕໍ່ຄົນຕໍ່ປີ.
ຫ້ອງການເມືອງ ວິທະຍາຄານພະລາທິການກອງທັບ: ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກດ້ວຍການຈັດຕັ້ງປະຕິບັດ, ຜັນຂະຫຍາຍມະຕິຄຳສັ່ງຕ່າງໆຂອງພັກ-ລັດ ແລະ ລະບຽບການຂອງກອງທັບດ້ວຍຫຼາຍຮູບການເພື່ອເຮັດໃຫ້ສະມາຊິກ, ພະນັກງານ-ນັກຮົບໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງຖືກຕ້ອງມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການຈັດຕັ້ງ. ລົງເລິກໃກ້ຊິດຕິດແທດ ເພື່ອກຳແໜ້ນສະພາບການລະຫວ່າງໝູ່ບ້ານອ້ອມຂ້າງຂອງກົມກອງຮັກສາໄດ້ຄວາມສະຫງົບໂດຍພື້ນຖານ. ດ້ານວຽກງານແກ້ໄຂຊີວິດການເປັນຢູ່ກໍຖືເປັນສຳຄັນ ປັດຈຸບັນມີໜອງປາ 1 ໜອງ ປ່ອຍປາ 100 ກິໂລກຣາມ, ໝູ ແລະ ສັດປີກຈຳນວນໜຶ່ງ, ນອກນີ້, ຍັງປູກພືດຕາມລະດູການອື່ນໆອີກ, ສາມາດສ້າງລາຍຮັບເຂົ້າຄັງລວມໄດ້ທັງໝົດ 57.579.000 ກີບ.
ຫ້ອງການ ກອງບັນຊາການທະຫານແຂວງຫຼວງນ້ຳທາ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນຫ້ອງ, ເຊື່ອມຊຶມຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ພາລະບົດບາດ, ສິດ, ໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະກອງບັນຊາການ, ເປັນໃຈກາງປະສານງານ ລະຫວ່າງ ກອງບັນຊາການກັບບັນດາອົງການຕ່າງໆ, ດ້ານວຽກງານວິຊາສະເພາະຈັດຕັ້ງອົບຮົມວຽກງານຫ້ອງການ, ສ້າງຮ່າງນິຕິກຳຕ່າງໆ, ຮັບເອກະສານເຂົ້າ, ຈັດສົ່ງເອກະສານຕ່າງໆອອກ, ກ໊ອບປີ້ເອກະສານຕ່າງໆ, ແລ່ນລົດຮັບໃຊ້ວຽກງານບໍລິຫານພາຍໃນແຂວງ-ຕ່າງແຂວງຮັບປະກັນໄດ້ເປັນຢ່າງດີ.
ຫ້ອງການ-ບໍລິຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 1: ອັນພົ້ນເດັ່ນໃນ 1 ປີຜ່ານມາ ຮັບໃຊ້ພິທີການຕ່າງໆ ແຕ່ງກິນຮັບແຂກພາຍໃນ ແລະ ຕ່າງປະເທດ 29 ເທື່ອ, ຂຽນບົດຕ່າງໆໄດ້ 22 ສະບັບ, ກ໋ອບປີ້ເອກະສານໄດ້ 3.294 ສະບັບ, ປ້ອງກັນເວນຍາມ ແລະ ສາລະເວ 24 ເທື່ອ, ປ້ອງກັນແຂກ, ກອງປະຊຸມ 16 ເທື່ອ, ອະນາໄມເຮືອນຮັບແຂກ ແລະ ສະຖານທີ່ຕ່າງໆ 63 ຄັ້ງ. ດ້ານວຽກງານແກ້ໄຂຊີວິດການເປັນຢູ່ ມີງົວ 2 ໂຕ, ມີສວນຢາງພາລາ 1 ບ່ອນ, ເນື້ອທີ 0,5 ເຮັກຕາ, ມີເງິນກອງທຶນໝູນວຽນ ຈຳນວນ 205.000.000 ກີບ.
ຫ້ອງການເມືອງ ທະຫານແຂວງຫຼວງນ້ຳທາ: ອັນພົ້ນເດັ່ນໃນໄລຍະຜ່ານມາ ສາມາດສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນກົມກອງ ກໍຄືທ້ອງຖິ່ນແຂວງ
ຫຼວງນ້ຳທາ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກ ພະນັກງານ-ນັກຮົບ ພາຍໃນກົມກອງມີສະຕິລະວັງຕົວສູງ ປະຕິບັດບັນດາຂໍ້ກຳ
ນົດ, ກົດລະບຽບຢ່າງເຂັ້ມງວດ, ເອົາໃຈໃສ່ເປັນເຈົ້າການສ້າງຂະບວນການສ້າງຜົນງານດ້ານຕ່າງໆ ເພື່ອອຸທິດໃຫ້ແກ່ບັນດາວັນປະຫວັດສາດທີ່ສຳຄັນຢ່າງເປັນຂະ ບວນ ແລະ ມີບັນຍາກາດຟົດຟື້ນ ຕິດພັນກັບວຽກງານວິຊາສະເພາະໄດ້ເປັນຢ່າງດີ. ນອກນັ້ນ, ຍັງສາມາດສ້າງລາຍຮັບຈາກການປູກ-ການລ້ຽງ ແລະ ການບໍລິການດ້ານອື່ນໆໄດ້ທັງໝົດ 120 ລ້ານກວ່າກີບ ມີເງິນກອງທຶນທັງໝົດ 574.8000.000 ກີບ.
ພະແນກວິຊາການ ກອງພັນໃຫຍ່ 279: ຜ່ານການເຄື່ອນໄຫວໃນໄລຍະ 1 ປີຜ່ານມາ ພະແນກໄດ້ມີຜົນງານຮັບໃຊ້ພິທີການຕ່າງໆ ເປັນຕົ້ນແມ່ນຮັບໃຊ້ແຂກພາຍໃນ ແລະ ຕ່າງປະເທດ 6 ຄັ້ງ 19 ແຮງງານ, ພິທີຢືນສານຕາຕັ້ງ 4 ຄັ້ງ 5 ແຮງງານ, ພິທີຢືນໃຫ້ກຽດ 70 ຄັ້ງ 138 ແຮງງານ, ພິທີວາງກະຕ່າດອກໄມ້ 3 ຄັ້ງ 3 ແຮງງານ, ວາງພວງມາລາ ແລະ ສົ່ງສະການ 62 ຄັ້ງ 76 ແຮງງານ, ພິທີປະດັບຫຼຽນ 4 ຄັ້ງ 12 ແຮງງານ, ພິທີເສບເປີດ-ປິດກອງປະຊຸມຕ່າງໆ 3 ຄັ້ງ 6 ແຮງງານ, ພິທີສົ່ງອັດຖິ 4 ຄັ້ງ 10 ແຮງານ, ພິທີສະເຫຼີມສະຫຼອງເສບມິດຕິງຕ່າງໆ 6 ຄັ້ງ 11 ແຮງງານ, ພິທີວາງພວງມາລາ 18 ຄັ້ງ 33 ແຮງງານ, ພິທີເຝິກຊ້ອມກອງດຸລິກອງທັບ 14 ຄັ້ງ 28 ແຮງງານ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມຮັບໃຊ້ງານສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເຂົ້າຮ່ວມທຸກຂະບວນການຂອງກົມກອງຢ່າງເປັນຂະບວນການຟົດຟື້ນ.
ກອງພັນນັກຮຽນທີ 2 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ: ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານນັກຮົບຢ່າງຕໍ່ເນື່ອງ ເຮັດໃຫ້ກົມກອງມີຄວາມເຂັ້ມແຂງດ້ານການຈັດຕັ້ງຄຸ້ມຄອງ ໃນການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄືຂໍ້ກຳນົດ, ກົດລະບຽບ ຂອງໂຮງຮຽນວາງອອກ ປະຕິບັດນະໂຍບາຍແນວທາງຂອງພັກ-ລັດ, ມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ. ພ້ອມນັ້ນ, ຍັງໄດ້ຊຸກຍູ້ໃຫ້ນັກຮຽນເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນໃຫ້ເປັນປົກກະຕິ ປະກອບສ່ວນເຂົ້າໃນຂະບວນການຕ່າງໆຂອງກົມກອງ
ແລະ ໂຮງຮຽນຈັດຂຶ້ນ ພະນັກງານ-ນັກຮົບມີຄວາມຫ້າວຫັນປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຂອງກົມກອງ ແລະ ພາລະກິດປົກປັກຮັກສາສ້າງສາພັດທະນາປະເທດຊາດ, ຕ້ານສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃຫ້ຫຼຸດໜ້ອຍຖອຍລົງ ແລະ ທັນເວລາ.
ຂະແໜງຊາວໜຸ່ມກອງພັນໃຫຍ່ 703: ໂດຍໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນໄດ້ສຶກສາອົບຮົມການເມືອງ-ນຳພາແນວຄິດ,
ຮຽນການເມືອງ-ຮຽນການທະຫານ, ວິຊາສະເພາະເຕັກນິກ, ມັນສະແດງອອກຄືເຮັດໃຫ້ກົມກອງມີຄວາມສະຫງົບ, ສະມາຊິກຊາວໜຸ່ມມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຈູບຈ້າວຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ-ເຕັກນິກ, ເຮັດວຽກງານຮັບໃຊ້ການບິນມີຄວາມປອດໄພໄດ້ 100%, ພ້ອມທັງໄດ້ປະກອບສ່ວນເຂົ້າໃນທຸກໜ້າທີ່ວຽກງານຂອງກົມກອງໄດ້ເປັນຢ່າງດີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ