ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

3 ໜ່ວຍ​ພັກ ຫ້ອງການ​ບໍລິຫານ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ດຳເນີນ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ I
ເວລາອອກຂ່າວ: 2025-01-15 08:58:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 478 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 7-8 ມັງ ກອນ 2025, 3 ໜ່ວຍ​ພັກທີ່​ຂຶ້ນ​ກັບຄະນະ​ພັກ​ຮາກ​ຖານ​ຫ້ອງ ການ​ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ດຳເນີນ​ກອງ​ປະຊຸມ​ໃຫຍ່​ສະມາ ຊິກ​ພັກ ຄັ້ງ​ທີ I, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ໝາຍ ລິນ​ທະ​ວົງ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ ຫ້ອງການ​ບໍລິຫານ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ສະຫາຍ ພັນ​ໂທ ​ປອ ພູເຂົາ​ຄຳ ທິ​ແກ້ວ ກຳມະການ​ຄະນະ​ພັກ​ຮາກ​ຖານ ຫ້ອງການ​ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ຄະນະ​ໜ່ວຍ​ພັກ ຕະຫຼອດ​ຮອດ ສະມາຊິກ​ພັກ ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ ເລຂາ​ໜ່ວຍ​ພັກ​ແຕ່​ລະ​ໜ່ວຍ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ຕັ້ງໜ້າ ເປັນຕົ້ນ​ແມ່ນ​ການ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ໜ່ວຍ ​ພັກຕໍ່ພະນັກງານ​ສະມາຊິກ​ພັກ,​ນັກຮົບ ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ຕາມ​ພາລະ​ບົດບາດ​ທີ່​ໄດ້​ຮັບ​ມອບ​ໝາຍ ໂດຍ​ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ​ສະມາຊິກ​ພັກ, ນັກຮົບ​ແຕ່​ລະ​ສະຫາຍ​ໄດ້​ເຊື່ອມ​ຊຶມ​ກຳ​ແໜ້ນ​ຕໍ່​ບັນດາ​ແນວທາງ​ນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ. ໂດຍ​ສັງ​ລວມ​ແລ້ວ​ໃນ​ໄລຍະ 5 ປີຜ່ານມາ​ແຕ່​ລະ​ໜ່ວຍ​ພັກ​ລ້ວນ​ແລ້ວແຕ່​ໄດ້​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ການເຄື່ອນໄຫວ​ເຮັດ​ໜ້າທີ່​ວຽກ​ງານ​ປັບປຸງ​ກໍ່ສ້າງ​ສະມາຊິກ​ພັກ, ໜ່ວຍ​ພັກ​ໃຫ້​ມີ​ຄວາມ​ເຂັ້ມແຂງ ໜັກ​ແໜ້ນ, ປັບ ປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ໃບ​ໜ້າ​ອັນ​ໃໝ່ ໂດຍ​ສະເພາະ​ແມ່ນ​ການ​ປູກຝັງ-ລ້ຽງສັດ ແລະ ອື່ນໆ. ຈາກ​ຜົນງານ​ດັ່ງກ່າວ​ຈຶ່ງ​ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ສະມາຊິກ​ພັກ​ແຕ່​ລະ​ໜ່ວຍ​ພັກ​ໄດ້​ປະເພດ​ແຂງ​ ກວມ​ເອົາ 100%. ໃນກອງ​ ປະຊຸມ​ທັງ 3 ໜ່ວຍ​ພັກ ຍັງ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດໝາຍ. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ