
ຄະນະບໍລິຫານງານພັກອົງ ການກົມໃຫຍ່ພະລາທິການກອງທັບ ສະຫຼຸບວຽກງານການນໍາພາຮອບດ້ານ
ເວລາອອກຂ່າວ: 2025-01-14 15:57:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 647 | ຄວາມນິຍົມ:
ວັນທີ 14 ມັງກອນ 2024 ນີ້, ຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ວຽກງານການນໍາພາຮອບດ້ານ ປະຈໍາ 6 ເດືອນທ້າຍປີ 2024 ແລະ ທິດທາງແຜນການ ປະຈໍາ 6 ເດືອນຕົ້ນປີ 2025. ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະບໍລິຫານງານພັກອົງການກົມໃຫຍ່, ຄະນະພັກຮາກຖານ, ໜ່ວຍພັກເອກະລາດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງເລຂາຄະນະພັກອົງການກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານ ປະຈໍາປີ 6 ເດືອນທ້າຍປີ 2024 ແລະ ທິດທາງແຜນການ ປະຈໍາ 6 ຕົ້ນປີ 2025, ເຊິ່ງວຽກງານທີ່ໄດ້ສຸມໃສ່ ໃນໄລຍະ 6 ເດືອນທ້າຍປີ 2024 ຜ່ານມາ, ວຽກງານຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, ຄະນະພັກກົມໃຫຍ່ໄດ້ເອົາໃຈໃສ່ຊີ້ນຳບັນດາກົມ, ຫ້ອງການ, ກົມກອງ, ບໍລິສັດທີ່ຂຶ້ນກັບກົມໃຫຍ່ພະລາທິການໃນຈັດຕັ້ງ ຮັບປະກັນພະລາທິການຮອບດ້ານ, ຕິດຕາມສະພາບການທີ່ຜັນແປໃນແຕ່ລະໄລຍະຢ່າງໃກ້ຊິດ, ກຽມພ້ອມ ແລະ ຮັບປະກັນວັດຖຸພະລາທິການ, ການກອບກູ້ໄພພິບັດ, ການເຄື່ອນໄຫວແກ້ໄຂ ປະກົດການຫຍໍ້ທໍ້, ເຮັດໃຫ້ສະພາບມີຄວາມສະຫງົບ, ການປ້ອງກັນພະຍາດ, ພະຍາດຕາມລະດູການຢູ່ທ້ອງຖິ່ນ ແລະ ກົມກອງໃຫ້ທັນເວລາ, ຮັບປະກັນເຮັດໃຫ້ທຸກໆກົມກອງທີ່ຂຶ້ນກັບກົມໃຫຍ່ພະລາທິການ ມີຄວາມສະຫງົບປອດໄພ 100%, ໄດ້ເປັນເຈົ້າການເຜີຍແຜ່ເອກະສານຮັບປະກັນພະລາທິການກຽມພ້ອມສູ້ຮົບ ຊີ້ນໍາ-ຈັດຕັ້ງລົງເກັບກຳ, ການຈັດຕັ້ງປະຕິບັດແຜນການກົມກອງຮາກຖານໄດ້ເປັນຢ່າງດີ, ຮັບປະກັນຄວາມປອດໄຟໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີໄດ້ 100% ແລະ ວຽກງານດ້ານຕ່າງໆທີ່ປິ່ນອ້ອມແມ່ນມີຜົນສໍາເລັດເປັນຢ່າງສູງ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ