
ຜູ້ບໍລິຫານຮ້ານອາຫານ ມ່ານເຊີ່ງ ມອບ ຄອມພິວເຕີຕັ້ງໂຕະໃຫ້ ທະຫານແຂວງຫຼວງນໍ້າທາ
ເວລາອອກຂ່າວ: 2025-01-14 15:20:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 613 | ຄວາມນິຍົມ:
ວັນທີ 14 ມັງກອນ 2025 ນີ້, ທ່ານ ຄໍາພອນ ພັນມະນີ ຜູ້ບໍລິຫານຮ້ານອາຫານ ມ່ານເຊີ່ງ ບໍ່ເຕ່ນ ໄດ້ນຳເອົາຄອມພິວເຕີຕັ້ງໂຕະ ຈຳນວນ 1 ຊຸດ, ມູນຄ່າ 8 ລ້ານກວ່າກີບ ມອບໃຫ້ກອງບັນຊາການທະຫານແຂວງຫຼວງນ້ຳທາ. ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ສີພອນ ກອງຈໍາປາ ຫົວໜ້າຄະນະຄຸ້ມຄອງ ເຂດພັດທະນາເສດຖະກິດບໍ່ເຕ່ນແດນງາມ, ເປັນກຽດຮັບ ຂອງສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຕາງໜ້າຄະນະພັກ-ຄະນະບັນຊາ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ທ່ານ ຄໍາພອນ ພັນມະນີ ພ້ອມດ້ວຍ ທ່ານ ສີພອນ ກອງຈໍາປາ ເຊິ່ງເຫັນໄດ້ຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການ ຢູ່ໃນຖັນແຖວກໍາລັງປະກອບອາວຸດ ເວົ້າລວມ, ເວົ້າສະເພາະ ຢູ່ກອງບັນຊາການທະຫານແຂວງຫຼວງນໍ້າທາ ຍັງມີຫຼາຍຕໍາແໜ່ງງານທີ່ຍັງຂາດເຂີນລະບົບຄອມພິວເຕີ ເພື່ອສະໜອງເຂົ້າໃນໜ້າທີ່ການເມືອງໃນຍຸກປັດຈຸບັນ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາຄອມພິວເຕີທີ່ມອບໃຫ້ຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ແສງທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ