ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໃຫ້ການຮ່ວມມືຊ່ວຍເຫຼືອບັນດາກອງພົນ ແລະ ທະຫານແຂວງເຂດພາກກາງລາວ
ເວລາອອກຂ່າວ: 2019-06-28 09:24:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1003 | ຄວາມນິຍົມ:



ໃນກາງເດືອນ ມິຖຸນາ 2019 ນີ້, ກອງບັນຊາການທະຫານເຂດ4 ກອງທັບປະຊາຊົນ ຫວຽດນາມ ກັບກອງພົນທີ4, ກອງພົນທີ 1 ແລະ ບັນດາກອງບັນຊາການທະ ຫານແຂວງພາກກາງຂອງລາວ ໄດ້ເປີດກອງປະຊຸມຮ່ວມມືຮອບ ດ້ານປະຈຳປີ 2019 ຢູ່ທີ່ແຂວງ ເງະອານ ສສ ຫວຽດນາມ. ເປັນ ກຽດເຂົ້າຮ່ວມ ມີ ສະຫາຍ ພົນຈັດຕະວາ ຫງວຽນ ວານແອງ ຜູ້ບັນຊາການທະຫານ ເຂດ 4 ກອງທັບປະຊາຊົນຫວຽດ ນາມ, ມີສະຫາຍ ພັນເອກ ຄຳຍໍ ລິນສົມພູ ຫົວໜ້າການທະຫານ ກອງພົນທີ 4 ກອງທັບປະຊາຊົນ ລາວພ້ອມດ້ວຍການນໍາກອງພົນ ທີ 1, ກອງບັນຊາການທະຫານ ບັນດາ ແຂວງພາກກາງຂອງລາວ ເຂົ້າຮ່ວມ. ກອງປະຊຸມທີ່ມີຄວາມໝາຍສໍາ ຄັ້ງນີ້, ສະຫາຍ ພົນຈັດຕະວາ ຮ່າ ເຕິນຕຽນ ຮອງຫົວໜ້າກອງບັນ ຊາການທະຫານເຂດ 4 ໄດ້ຂຶ້ນ ຜ່ານບົດລາຍງານການຮ່ວມມື ໃນໄລຍະຜ່ານມາ ໂດຍຍົກໃຫ້ ເຫັນວຽກງານທີ່ພົ້ນເດັ່ນໃນການ ກໍ່ສ້າງພື້ນຖານ ໂຄງລ່າງ ແລະ ປັບປຸງບູລະນະລະ ບົບຄ້າຍຄູ ຕາມການຕົກລົງເຫັນດີເປັນ ເອກະພາບຂອງການຮ່ວມມື ຮອບດ້ານຂອງສອງກະຊວງ ເປັນຕົ້ນການຊ່ວຍເຫຼືອໂຄງການ ການກໍ່ສ້າງສູນບັນຊາ, ໂຮງງານ ສ້ອມແປງ, ເຮືອນນອນ, ອູ່ສ້ອມ ແປງພາຫະນະເຕັກນິກ ແລະ ອື່ນໆ ໃຫ້ກອງພົນທີ 4, ກອງພົນທີ 1, ກອງບັນການທະຫານແຂວງ ພາກກາງຂອງລາວ ແລະ ຍັງຈະ ສືບຕໍ່ໃຫ້ການຊ່ວຍເຫລືອເພີ່ມຂຶ້ນ ເລື້ອຍໆ ກອງປະຊຸມທັງ 2 ຝ່າຍ ໄດ້ປຶກສາຫາລືຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນໃນຂົງເຂດວຽກ ງານຮ່ວມມືທີ່ຜ່ານມາ ແລະ ທິດ ທາງການຮ່ວມມືໃນຕໍ່ໜ້າ, ໃນນັ້ນ ທັງ 2 ຝ່າຍຍັງໄດ້ເນັ້ນໜັກກ່ຽວກັບ ວຽກງານໂຄສະນາສາຍພົວພັນ ພິເສດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ກວ້າງຂວາງ, ນອກ ຈາກນັ້ນກອງບັນຊາການທະ ຫານເຂດ 4 ກອງທັບປະຊາຊົນ ຫວຽດນາມ ຍັງໄດ້ຂອບອົກຂອບ ໃຈຕໍ່ຄະນະນຳກອງພົນທີ 4 ແລະ ກອງພົນທີ 1 ແລະ ບັນດາກອງ ບັນຊາການແຂວງຂອງລາວທີ່ ໃຫ້ການຮ່ວມມືໃນການຂຸດຄົ້ນ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍ ສະ ຫຼະຊີວິດໃນປາງສົງຄາມຢູ່ລາວ, ກອງປະຊຸມຮ່ວມມືຮອບດ້ານທັງ 2 ຝ່າຍຍັງໃດ້ເຊັນບົດບັນທຶກການ ຊ່ວຍເຫລືອປະຈຳປີ 2019 ແລະ ການຮ່ວມມືຮອບດ້ານລະຫວ່າງ ກົມກອງຕ່າງໆທີ່ກ່າວມາດ້ວຍບັນ ຍາກາດອັນອົບອຸ່ນ ແລະ ສະໜິດ ສະໜົມເພື່ອພ້ອມກັນປັບປຸງກໍ່ສ້າງ ກົມກອງຕົນໃຫ້ເຕີບໃຫຍ່ເຂັ້ມ ແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ